ອະຫິວາໝູຣະບາດ ລົ້ມຕາຍ ຫຼາຍພັນ
2019.06.25

ເມື່ອອາທິດຜ່ານມາ ທ່ານ ສີແສງ ຂຸນສີ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກັມ ແລະປ່າໄມ້ ໄດ້ຢືນຢັນການຣະບາດ ນັ້ນກັບນັກຂ່າວໜັງສືພິມ ເສຖກິດ-ສັງຄົມ ວ່າ ອະຫິວາໝູ ອາຝຣິກກາຣະບາດ ໃນແຂວງສາລະວັນ ແລະ ເຮັດໃຫ້ໝູຕາຍແລ້ວ 9 ຮ້ອຍ ກວ່າໂຕ ໃນເຈັດບ້ານຂອງ ເມືອງຕຸ້ມລານ. ສາເຫດຫລັກ ເກີດຈາກຮ້ານອາຫານ ຂອງຄົນວຽດນາມໃນເຂດນັ້ນ ໄດ້ລັກນຳເຂົ້າຜລິດພັນໝູ ເຂົ້າມາປຸງແຕ່ງອາຫານຂາຍ ແລະໄດ້ນຳເອົາເສດອາຫານ ໄປເກືອໝູ.
ແຕ່ຫຼ້າສຸດເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງສາລະວັນ ທີ່ກຳລັງປະຕິບັດ ການຄວບຄຸມການແຜ່ຣະບາດຂອງພຍາດບໍ່ໃຫ້ລາມ ໄປສູ່ເມືອງອື່ນໆ ນັ້ນໄດ້ກ່າວຕໍ່ ຜູ້ສື່ຂ່າວ RFA ເມື່ອວັນທີ 25 ມິຖຸນາ ວ່າ ໝູທີ່ປະຊາຊົນລ້ຽງຢູ່ ເມືອງຕຸ້ມລານ ຕາຍຍ້ອນພຍາດອະຫິວາ ໝູ ອາຝຣິກກາເພີ່ມຂຶ້ນ ເປັນ 2,000 ໂຕ ແລະ ຕິດເຊື້ອພຍາດ ອີກ 4 ພັນໂຕ.
"ດຽວນີ້ຫັ້ນ ມັນມີ 22 ບ້ານ 2,561ໂຕ ທີ່ຕາຍຕິດເຊື້ອນີ້ຍັງ 4,238 ໂຕ ຜົນຂອງການວິຈັຍກວດກາ ກົມລ້ຽງສັດ ເພິ່ນເອົາມາກ່າວ່າພຍາດ ອັນດຽວກັນ."
ເຈົ້າໜ້າທີ່ໄດ້ກ່າວຕື່ມວ່າ ປັດຈຸບັນ ຍັງມີໝູຕາຍ 2-3 ໂຕຕໍ່ມື້ ສຳລັບໝູທີ່ຕາຍແລ້ວ ກໍໄດ້ນຳໄປທຳລາຍຖິ້ມ ດ້ວຍວິທີຝັງດິນ ເພື່ອຄວບຄຸມ ບໍ່ໃຫ້ເຊື້ອແຜ່ຣະບາດ, ສ່ວນໝູຈຳນວນທີ່ຕິດເຊື້ອ ນັ້ນທາງສູນກາງ ກໍໄດ້ແນະນຳໃຫ້ໝູ ກິນອາຫານປະເພດ ສະໝຸນໄພ ເພື່ອເປັນຢາປີ່ນປົວ ຊົ່ວຄາວ ແຕ່ການຈັບໝູມາກວດຫາເຊື້ອນັ້ນແມ່ນ ຫຍຸ້ງຍາກຫຼາຍຍ້ອນປະຊາຊົນ ລ້ຽງໝູແບບປ່ອຍສະຊາຍຕາມທົ່ງນາ.
ນອກຈາກນີ້ເຈົ້າໜ້າທີ່ ວິຊາການໂຮງໝໍມະໂຫສົດ ໄດ້ລົງກວດກາພື້ນທີ່ ແລະໂຄສະນາໃຫ້ທຸກຄອບຄົວ ຂັງໝູໄວ້ໃນຄອກກ່ອນ, ຫ້າມຂ້າໝູ ຫ້າມກິນໝູ ໃນໄລຍະນີ້ຈົນກວ່າຈະມີແຈ້ງການ ປ່ຽນແປງ.
ສ່ວນເຈົ້າໜ້າທີ່ປະຈຳດ່ານສາກົລລາໄລ ກໍເຂັ້ມງວດຫ້າມນຳເຂົ້າ-ສົ່ງອອກ ຊີ້ນໝູ ໂຕໝູ ຢ່າງເດັດຂາດ.
ໃນໄລຍະມີການແຜ່ຣະບາດ ປະຊາຊົນໃຫ້ຄຳເຫັນວ່າ ສ່ວນຫຼາຍຫັນໄປ ບໍຣິໂພກຊີ້ນສັດອື່ນແທນ ເຖິງແມ່ນວ່າວິຊາການ ທີ່ກ່ຽວຂ້ອງຈະ ຢືນຢັນວ່າບໍ່ສາມາດ ຕິດໃສ່ຄົນໄດ້ກໍ່ຕາມ. ດັ່ງປະຊາຊົນເວົ້າວ່າ:
"ຄັນວ່າມັນຣະບາດຈັ່ງຊີ້ ກາກິນເປັດກິນໄກ່ເອົາ ກິນງົວກິນຄວາຍ ກາມີຫຼາຍແນວກາຍັງບໍ່ທັນ ເວົ້າຫຍັງບໍ່ທັນຮູ້."
ຕໍ່ເຫດການ ການຣະບາດນີ້ ອົງການໂລກເພື່ອສຸຂພາບສັດ ກໍຢືນຢັນເມື່ອວັນທີ່ 20 ມິຖຸນາ ນີ້ວ່າ ອະຫິວາໝູ ໄດ້ແຜ່ຂຍາຍຈາກຈີນ ແລະ ວຽດນາມ ເຂົ້າໄປສູ່ ປະເທດລາວແລ້ວ. ເຊັ່ນດຽວກັນກັບ ເວັບໄຊ ຂ່າວພາສາອັງກິດ the Laotian Times ໄດ້ ຣາຍງານໃນວັນທີ 24 ມິຖຸນາ 2019 ນີ້ວ່າ ອະຫິວາໝູ ອາຝຣິກກາ ໄດ້ຣະບາດ ຢູ່ແຂວງສາຣະວັນ ເມື່ອອາທິດທີ່ຜ່ານມາ ແລະກໍເປັນການຣະບາດ ຄັ້ງທຳອິດ ຂອງພຍາດັ່ງກ່າວ ໃນລາວ.
ເພື່ອຍຸຕິການຣະບາດ ຂອງອະຫິວາໝູດັ່ງກ່າວ ທ່ານ ສີແສງ ຂຸນສີ ແນະນຳໃຫ້ປະຊາຊົນ ເຈົ້າຂອງໝູຂ້າທຳຣາຍ ໝູຖິ້ມທັງໝົດ ແຕ່ເນື່ອງ ຈາກວ່າ ບໍ່ມີງົບປະມານພໍເພື່ອໃຊ້ຄ່າຊົດເຊີຍ ຣັຖບານລາວ ຈຶ່ງຊຸກຍູ້ຣະດົມໃຫ້ປະຊາຊົນ ສມັກໃຈຂ້າທຳຣາຍໝູຂອງຕົນ ດ້ວຍຕົນເອງ ແລະເມື່ອຂ້າແລ້ວ ປະຊາຊົນກໍຕ້ອງ ຈູດເຜົາ ຫລື ຝັງໝູຕາມຫລັກວິຊາການຢ່າງດີ, ຫ້າມກິນໝູທີ່ຕິດພຍາດ ແລະ ຫ້າມຖິ້ມໝູຕາຍລົງໃສ ແມ່ນ້ຳລຳເຊ.