ໂຄງການ ອາຫານກາງເວັນ ຢູ່ ອັດຕະປື
2017.08.18
ອົງການ ອາຫານໂລກ ໃຫ້ທຶນສນັບສນູນ ໂຄງການ ອາຫານກາງເວັນ ຢູ່ ແຂວງອັດຕະປື ໂດຍຈະມີ ການປຸງແຕ່ງອາຫານ ໃຫ້ນັກຮຽນ ຢູ່ ໂຮງຮຽນກິນ ເປັນເທື່ອທຳອິດ ສໍາລັບປີນີ້. ຜ່ານມາ ທາງອົງການ ເຄີຽຈືນເຂົ້າໜົມ ໃຫ້ເດັກນ້ອຍ ໂຮງຮຽນຊັ້ນປະຖົມ ເທົ່ານັ້ນ, ດັ່ງເຈົ້າໜ້າທີ່ ຜແນກສຶກສາ ແຂວງໄດ້ກ່າວ:
"ເຂົ້າມາ ໃນສົກນີ້ໆ ເພິ່ນສີ່ເລີ້ມ ໂຄງການອາຫານທ່ຽງ ແບບວ່າ ໄດ້ກິນເຂົ້າທ່ຽງ ຢູ່ໃນໂຮງຮຽນເນາະ ເພາະທີ່ຜ່ານມາ ເຂົາເຈົ້າກິນແຕ່ ເຂົ້າໜົມປັ້ນ ເຂົ້າໜົມຈືນ ເຂົ້າໜົມສັງ ໃຫ້ເດັກນ້ອຍ ນັ້ນກິນ ດຽວນີ້ ກໍາລັງເອົາ ຄະນະພັທນາ ການສຶກສາ ຂັ້ນນບ້ານ ຄຣູ ອາຈານ ຜອ ນັ້ນ ມາຝຶກອົບໂຮມ ໂຄງການອາຫານໂລກ ເຂົາເຈົ້າກໍາລັງຝຶກອົບໂຮມ ໃຫ້ດຽວນີ້."
ທ່ານອະທິບາຍ ຕື່ມວ່າ ອົງການອາຫານໂລກ ຈະຊ່ວຍເຫຼືອ ເຂົ້າສານ ແລະ ປາກະປ໋ອງ ໂດຍໃຫ້ນັກຮຽນ ແລະ ພາກສ່ວນບ້ານ ເປັນຜູ້ ຮັບຜິດຊອບ ປຸງແຕ່ງອາຫານ. ນອກນັ້ນ ຢູ່ໃນໂຄງການນີ້ ຈະມີການສົ່ງເສີມ ການລ້ຽງເປັດ ລ້ຽງໄກ່ ແລະ ປູກພືດຜັກ ເພື່ອນໍາມາປຸງແຕ່ງ
ອາຫານ ໃຫ້ຄົບຖ້ວນ.
ໂຮງຮຽນ ທີ່ເຂົ້າຮ່ວມ ໂຄງການອາຫານກາງເວັນ ຢູ່ແຂວງອັດຕະປື ມີທັງໝົດ 132 ໂຮງຮຽນ ໃນນັ້ນ ມີໂຮງຮຽນ ປະຖົມ 187 ແຫ່ງ ກ່ຽວກັບວ່າ ໂຄງການອາຫານທ່ຽງ ຈະຂຍາຍ ໄປທົ່ວແຂວງ ຫຼືບໍ່ນັ້ນ ເຈົ້າໜ້າທີ່ວ່າ ມັນກໍຂຶ້ນ ຢູ່ກັບພາກຣັຖ ຈະມີງົບປະມານມາໃຫ້.
"ຍັງບໍ່ແນ່ໃຈເດເນາະ ວ່າມັນຈະໄດ້ຫຼືບໍ ເພາະວ່າ ມັນນໍາໃຊ້ງົບປະມານ ນັ້ນຫລາຍແດ່ ມາຊື້ເຂົ້າ ຊື້ຫຍັງໃຫ້ເດັກນ້ອຍນັ້ນກິນ ມັນຈໍາເປັນ ຣັຖບານ ກໍຍັງບໍ່ທັນ ເຮັດທົ່ວເຖິງໃຫ້."
ແຂວງອັດຕະປື ເປັນນຶ່ງ ໃນຫຼາຍແຂວງ ທີ່ທຸກຍາກທີ່ສຸດ ໃນລາວ ແລະ ຍັງມີເດັກນ້ອຍ ຂາດສານອາຫານຢູ່ ເປັນຈໍານວນຫຼາຍ. ອົງການ ອາຫານໂລກ ກໍໄດ້ຍື່ນມື ເຂົ້າມາຊ່ວຍ ຫຼຸດຜ່ອນເດັກຂາດສານອາຫານ ຕັ້ງແຕ່ປີ 2009 ພຸ້ນ.
ປັດຈຸບັນ ມີໂຄງການ ອາຫານກາງເວັນ ສໍາລັບເດັກນ້ອຍ ຊັ້ນປະຖົມ 9 ແຂວງ ໃນທົ່ວປະເທດ ພາຍໄຕ້ການສນັບສນູນ ຂອງອົງການ ອາຫານໂລກ ໃນການຫຼຸດຜ່ອນ ເດັກຂາດສານອາຫານ ໃນລາວ ໃນນັ້ນ ມີແຂວງອັດຕະປື, ສາຣະວັນ, ຜົ້ງສາລີ, ອຸດົມໄຊ, ຫົວພັນ, ເຊກອງ, ຫຼວງນໍ້າທາ, ຫຼວງພະບາງ ແລະ ຊຽງຂວາງ.