ຣະວັງແປ້ງນົວປອມ
2017.06.04
ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້າ ແຂວງຫົວພັນ ກວດພົບແປ້ງນົວປອມ ປະມານ 100 ກິໂລ ຫລັງຈາກ ເຈົ້າໜ້າທີ່ ໄດ້ລົງ ໄປກວດກາ ຮ້ານຄ້າຍ່ອຍ ໃນເຂດເທສບານ ເມືອງຊໍາເໜືອ ແຂວງຫົວພັນ 10 ປາຍແຫ່ງ ທີ່ເອົາແປ້ງນົວ ກາຈອງແດງ ຊຶ່ງເປັນສິນຄ້າ ລອກແບບ ຈາກປະເທດໄທ ມາວາງຂາຍ ໂດຍບໍ່ຮູ້ວ່າ ເປັນແປ້ງນົວປອມ. ຕາມການ ເປີດເຜີຍ ຂອງເຈົ້າໜ້າທີ່ ອຸດສາຫະກັມ ແລະ ການຄ້າ ແຂວງຫົວພັນ:
"ແມ່ນລະໃນເມືອງເທສບານນີ້ ລົງໄປຕາມຮ້ານຂາຍຍ່ອນ ເຖິງວ່າບັນດາເມືອງນີ້ ກະຍັງບໍ່ທັນໄດ້ ລົງໄປເຖິງເທື່ອ ມີແຕ່ເທສບານແຂວງມີຢູ່ 10 ປາຍຮ້ານ ຕາມກວດນີ້ ກະມີ ແບບຂອງໄທນະ ເປັນກາຈອງຫັ້ນນະ ກໍໄດ້ເຕືອນເນາະ ໝາຍເຖິງກ່ຽວກັບ ຕົວປອມ ໃຫ້ຂະເຈົ້າ ເບິ່ງ ຕົວປອມແນວນີ້ ຫ້າມຂາຍຫ້າມນໍາ ມາຈໍາໜ່າຍ".
ການປອມແປ້ງນົວ ກາຈອງແດງ ທີ່ຣະບຸຣາຍລະອຽດ ຄືສິນຄ້າຂອງ ປະເທດໄທ ຊຶ່ງສ່ວນຫລາຍ ຈະຖືກນໍາເຂົ້າ ມາຈາກປະເທດ ວຽດນາມ ຍັງບໍ່ຮູ້ວ່າ ແປ້ງນົວປອມ ນັ້ນ ຖືກຜລິດຂຶ້ນ ຢູ່ປະເທດໃດ.
ນັກວິຊາການຜແນກອຸດສາຫະກັມ ແລະການຄ້າໄດ້ນໍາເອົາແປ້ງນົວປອມ ໄປວິຈັຍພົບວ່າມີ ສານເຄມີຊນິດ borax ທີ່ກະທົບ ຕໍ່ໝາກໄຂ່ ຫລັງ ແລະ ທໍ່ຢ່ຽວອັກເສບ, ທີ່ເກີດການສະສົມ ສານເຄມີ ໃນຮ່າງກາຍ ເຮັດໃຫ້ ເສັຽຊີວິດໄດ້.
ສໍາລັບຮ້ານຄ້າ 10 ປາຍແຫ່ງ ທີ່ຂາຍແປ້ງນົວປອມ ນັ້ນ ເຈົ້າໜ້າທີ່ ກໍໄດ້ກ່າວ ຕັກເຕືອນ ແລະໃຫ້ຄໍາແນະນໍາ ກ່ຽວກັບ ການເລືອກ ສິນຄ້າ ແລະເຄື່ອງໃຊ້ ຕ່າງໆ ໂດຍໃຫ້ ສັງເກດເບິ່ງສລາກຕີກາ ແລະສີຂອງເຄື່ອງໃຊ້ ໃຫ້ຫລາຍຂຶ້ນ ເນື່ອງຈາກ ເຈົ້າໜ້າທີ່ ບໍ່ສາມາດ ໄປກວດກາ ໄດ້ຢ່າງ ເປັນປະຈໍາ ເພາະບໍ່ມີ ງົບປະມານ. ສ່ວນແປ້ງນົວປອມ ໜັກປະມານ 100 ກິໂລນັ້ນ ເຈົ້າໜ້າທີ່ ກໍໄດ້ຍຶດ ແລະ ນໍາໄປເຜົາ ທໍາລາຍຖີ້ມແລ້ວ.
ທ່ານກ່າວຕື່ມວ່າ ຄາດວ່າແປ້ງນົວປອມ ກາຈອງແດງ ຍັງມີຢູ່ອີກ ຫລາຍແຫ່ງ ເພາະຍັງບໍ່ໄດ້ແຈ້ງ ໄປຫາເມືອງຕ່າງໆ ໃຫ້ກວດກາ ຮ້ານຄ້າຍ່ອຍ ໃນແຕ່ລະບ້ານ ໂດຍສະເພາະເ ມືອງ ທີ່ຕິດກັບ ຊາຍແດນປະເທດວຽດນາມ ຊຶ່ງເປັນທີ່ມາຂອງ ແປ້ງນົວປອມນັ້ນ.