ສຸຂພາບແມ່ແລະເດັກຍັງຂາດ ການ ເບິ່ງແຍງ
2014.05.30

ເຈົ້າໜ້າທີ່ ສາທາຣະນະສຸຂ ຂອງລາວ ເປີດເຜີຍວ່າ ປັດຈຸບັນ ຢູ່ແຂວງ ພາກໃຕ້ ຂອງລາວ ແມ່ແລະ ເດັກນ້ອຍ ຍັງບໍ່ໄດ້ ຮັບ ບໍຣິການ ທາງດ້ານ ສາທາຣະນະສຸຂ ຢ່າງທົ່ວ ເຖິງກັນ. ຢູ່ແຂວງ ເຊກອງ ມີພຽງ 70 ສ່ວນຮ້ອຍ ຂອງ ບ້ານທັງໝົດ ເທົ່ານັ້ນ ທີ່ີໄດ້ຮັບ ການ ບໍຣິການ:
"ສໍາຫລັບ 3-4 ແຂວງ ພາກໃຕ້ ເພິ່ນ ຈະເອົາ ແຂວງ ເຊກອງ ເປັນ ບຸຣິມະສິດ ເນາະ ແຂວງດຽວ ສໍາລັບ ແມ່ແລະເດັກ ນີ້ ທີ່ຜ່ານມາ ນີ້ ຂະເຈົ້າ ເຂົາເລີ້ມ ປະຕິບັດ ໂຄງການ ຢູ່ແຂວງ ເຊກອງ ຕັ້ງແຕ່ ທ້າຍປີ 2012 ເຮົາ ສາມາດ ກວມເອົາ ແລ້ວ 75 ເປີເຊັນ ຂອງບ້ານ ທັງໝົດ ຂອງ ແຂວງ ເຊກອງ ເນາະ".
ນາງເວົ້າ ຕໍ່ໄປວ່າ ແຂວງ ເຊກອງ ມີ ປະມານ 280 ບ້ານ.ປັດຈຸບັນ ສາມາດ ຂຍາຍ ຕາໜ່າງ ສາທາຣະນະສຸກ ສໍາລັບ ແມ່ແລະເດັກ ໄດ້ພຽງ ປະມານ 75 ສ່ວນຮ້ອຍ ຂອງ ບ້ານ ທັງໝົດ ຍ້ອນຫລາຍ ບັນຫາ ເຊັ່ນ ການເດີນ ທາງລໍາບາກ, ຫລາຍບ້ານ ຢູ່ຫ່າງ ໄກກັນ, ບ້ານຢູ່ ຕາມ ພູດອຍ ບໍ່ມີທາງ ເຂົ້າເຖິງ ແລະ ງົບປະມານ ກໍບໍ່ ພຽງພໍ. ດັ່ງນັ້ນ ແຂວງນີ້ ຈຶ່ງ ຍັງປະສົບ ກັບບັນຫາ ສຸຂພາບ ນີ້ ຫລາຍຢູ່.
ນາງກ່າວຕື່ມ ອີກວ່າ ສຸຂພາບ ຂອງ ເດັກນ້ອຍ ແຕ່ເກີດໃໝ່ ຮອດອາຍຸ 5 ປີ ເປັນຊ່ວງ ສໍາຄັນ ທີ່ສຸດ ຖ້າບໍ່ໄດ້ ຮັບການ ເບິ່ງແຍງ ທີ່ດີ, ບໍ່ໄດ້ ສັກຢາ ວັກຊິນ ປ້ອງກັນ ພຍາດ ຕາມກໍານົດ ແລະ ບໍ່ໄດ້ກິນ ອາຫານ ທີ່ດີພໍ ກໍຈະເຮັດ ໃຫ້ເດັກນ້ອຍ ມີໂອກາດ ບໍ່ແຂງແຮງ ໄປຕລອດ ຊີວິດໄດ້.
ທີ່ຜ່ານມາ ກະຊວງ ສາທາຣະນະສຸຂ ຂອງລາວ ເຄີຍ ເປີດເຜີຍວ່າ ເດັກນ້ອຍ ຢູ່ ແຂວງ ພາກໃຕ້ ຈໍານວນ ຫລາຍ ມີສຸຂພາບ ບໍ່ໄດ້ ມາຕຖານ, ເດັກນ້ອຍ ຂາດສານ ອາຫານ ຫລາຍກວ່າ 60 ສ່ວນຮ້ອຍ ອັນສະແດງ ໃຫ້ເຫັນວ່າ ມີຄວາມ ຈໍາເປັນທີ່ ຈະ ຕ້ອງໄດ້ ມີການ ພັທນາ ຣະບົບ ສາທາ ຣະນະສຸຂ ຂອງລາວ ສໍາລັບ ແມ່ ແລະ ເດັກນີ້ ໃຫ້ ຫລາຍຂຶ້ນ.