ຝຶກອົບຮົມ ນາງຜະດຸງຄັນ ຊົນເຜົ່າ ຊ່ອຍຊີວິຕ ແມ່-ເດັກ
2022.09.01
ອົງການ UNFPA ລາວ, ກອງທຶນ Maternal Health Trust Fund ແລະ Korea Foundation for International Health Care ຫຼື KOFIH ໄດ້ສນັບສນູນ ການຝຶກອົບຮົມ ນາງຜະດຸງຄັນຊົນເຜົ່າທົ່ວປະເທດລາວ ເພື່ອຊ່ອຍຫຼຸດຜ່ອນ ອັດຕຣາການເສັຍຊີວິຕ ແລະເຂົ້າເຖິງເຂົ້າການວາງແຜນ ຄອບຄົວ ຂອງແມ່ຍິງຊົນເຜົ່າໃນລາວ.
ໃນຫຼາຍ ທົສວັສທີ່ຜ່ານມາ ວຽກງານດ້ານຜະດຸງຄັນ ມີຄວາມທ້າທາຍ ທາງດ້ານວັທນະທັມ ໃນກຸ່ມແມ່ຍິງຊົນເຜົ່າ ເປັນຕົ້ນ ຊົນເຜົ່າອາຂ່າ ທົ່ວເມືອງລອງ ໃນ 25 ບ້ານເປົ້າໝາຍ ມີຄວາມເຊື່ອວ່າ ແມ່ຍິງຊົນເຜົ່າອາຂ່າ ມີລູກຝາແຝດຄືຄວາມໂຊກຮ້າຍ ຫາກເກີດລູກຝາແຝດແລ້ວ ຕ້ອງໄດ້ເອົາໄປໃຫ້ຍາດພີ່ນ້ອງ ຫຼືຜູ້ອື່ນລ້ຽງແທນ, ແຕ່ປັດຈຸບັນ ພາຍຫຼັງທີ່ມີນາງຜະດຸງຄັນ ຊົນເຜົ່າອາຂ່າ ໄປໃຫ້ສຸຂສຶກສາ ກໍໄດ້ເຮັດໃຫ້ແມ່ຍິງຊົນເຜົ່າທີ່ຖືພາ ມາເກີດລູກ ແລະຝາກທ້ອງຕາມມາຕຖານ ທີ່ສາກົລກໍານົດ, ອີງຕາມຄວາມເວົ້າ ຂອງນາງຜະດຸງຄັນຊົນເຜົ່າອາຂ່າ ຢູ່ບ້ານອາຍາ ເມືອງລອງ ແຂວງຫຼວງນໍ້າທາ ທີ່ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 01 ກັນຍາ ນີ້ວ່າ:
“ເວລາເຮົາລົງເຄື່ອນທີ່ ເຮົາສຸຂສຶກສາໃຫ້ເຂົາ ບາງເທື່ອເຂົາບໍ່ມັກເກີດລູກ ຈຸເຮົາແນະນໍາເຂົາ ມາເກີດລູກຢູ່ໂຮງໝໍເມືອງ ຫຼືວ່າຢູ່ສຸກສາລາ ແລະກໍເອົາລູກມາສັກຢາເດັກແດ່ ແລ້ວກໍແຕ່ກີ້ ມັນມີຊົນເຜົ່າອາຂ່າ ເຂົາເກີດລູກຝາແຝດເນາະເຂົາບໍ່ໄດ້ລ້ຽງ ເຂົາໃຫ້ພີ່ນ້ອງລ້ຽງ ຫຼືໃຫ້ຄົນລ້ຽງເນາະ.”
ຍານາງກ່າວຕື່ມວ່າ ຫ້ອງການສາທາຣະນະສຸຂເມືອງລອງ ໄດ້ສົ່ງນາງຜະດຸງຄັນຊົນເຜົ່າ ລົງເຄື່ອນທີ່ໃຫ້ສຸຂສຶກສາ ກ່ຽວກັບການວາງແຜນຄອບຄົວ ໂດຍສະເພາະ ການຄຸມກໍາເນີດ ແບບກິນຢາຄຸມ ເມັດຣາຍເດືອນ, ແບບສັກຢາ, ແບບຝັງເຂັມ ແລະແບບໃສ່ຖົງຢາງອະນາມັຍຄຸມນໍາເນີດ ແກ່ແມ່ຍິງຊົນເຜົ່າ 25 ບ້ານເປົ້າໝາຍພາຍໃນເມືອງ ເປັນຕົ້ນ ບ້ານດອນແງ່ນ, ບ້ານໂພນສວັນ ຈົນເຮັດໃຫ້ບ້ານເປົ້າໝາຍນັ້ນ ບັນຫຼຸຜົນສໍາເຣັດ ແມ່ຍິງຊົນເຜົ່າ ເຂົ້າເຖິງການວາງແຜນຄອບຄົວ 100% ບໍ່ມີລູກຫຼາຍຄືແຕ່ກ່ອນ ໂດຍສະເພາະ ແມ່ຍິງຊົນເຜົ່າອາຂ່າ, ຊົນເຜົ່າມົ້ງ, ຊົນເຜົ່າມູເຊີ, ຊົນເຜົ່າກູຍ ແລະຊົນເຜົ່າແລ໋ນແຕ໋ນ.
ແຕ່ກ່ອນ ແມ່ຍິງຊົນເຜ່າ ໂດຍສະເພາະ ແມ່ຍິງຊົນເຜົ່າອາຂ່າ ແລະລາຫູ່ ບໍ່ພາກັນມາຝາກທ້ອງ ແລະເກີດລູກຢູ່ໂຮງໝໍ ຍ້ອນອາຍທ່ານໝໍທີ່ເປັນຜູ້ຊາຍ ແຕ່ປັດຈຸບັນ ມີນາງຜະດຸງຄັນຊົນເຜົ່າຜູ້ຍິງແລ້ວ ພວກເຂົາເຈົ້າ ກໍພາກັນມາຝາກທ້ອງ ແລະເກີດລູກຢູ່ໂຮງໝໍ, ອີກທັງແຕ່ກ່ອນ ແມ່ຍິງຊົນເຜົ່າດັ່ງກ່າວ ພາກັນມີລູກ 8-10 ຄົນ ເນື່ອງຈາກບໍ່ຮູ້ຈັກການຄຸມນໍາເນີດ ເຮັດໃຫ້ແມ່ຍິງນັ້ນ ເປັນແມ່ສ່ຽງພັຍ ເປັນຕົ້ນ: ເລືອດໄຫຼຫຼັງເກີດ ແລະລູກແຮ່ຄ້າງ, ແຕ່ໃນປັດຈຸບັນ ແມ່ຍິງຊົນເຜົ່າ ທັງຊົນເຜົ່າລາຫູ່ ແລະຊົນເຜົ່າອາຂ່າ ກໍພາກັນມາວາງແຜນຄອບຄົວ ດ້ວຍການຄຸມນໍາເນີດຫຼັງຈາກມີລູກ ຄົນນຶ່ງ ສອງຄົນ ແລະສະພາບໂຕຈິງ ແມ່ຍິງຊົນເຜົ່າຈະມີລູກ 1-4 ຄົນເທົ່ານັ້ນ ບໍ່ໄດ້ມີລູກຫຼາຍ ແບບ 8 ຄົນ 10 ຄົນ ຄືແຕ່ກ່ອນແລ້ວ.
ດັ່ງນາງຜະດຸງຄັນຊົນເຜົ່າລາຫູ່ ຢູ່ບ້ານຈະເລີນໄຊ ເມືອງລອງ ແຂວງຫຼວງນໍ້າທາ ກ່າວໃນມື້ດຽວກັນນີ້ວ່າ:
“ແຕ່ກີ້ຫັ້ນນ່າ ເຂົາເຈົ້າອາຍແພດຜູ້ຊາຍ ເຂົາເຈົ້າອາຍ ແລະເຂົາເຈົ້າບໍ່ມາເກີດຫັ້ນນ່າ ແຕ່ດຽວນີ້ ມັນບໍ່ມີແລ້ວແນວນັ້ນນ່າ ດຽວນີ້ບໍ່ໄດ້ມີລູກຫຼາຍແລ້ວ ສູງສຸດ 3 ຄົນ ກໍໍ 4 ຄົນ ມີແຕ່ສ່ວນໜ້ອຍທີ່ສຸດ ແຕ່ກ່ອນມີຮອດ 8-9 ຄົນກໍມີ ເຂົາເກີດລູກຫຼາຍຄົນຫັ້ນນ່າ ມີໂອກາດເລືອດໄຫຼແດ່ ແລ້ວເຂົາເຈົ້າເສັຍຊີວິຕ ແມ່ນເລືອດໄຫຼຫຼັງເກີດຫັ້ນນ່າ ແລ້ວກໍບາງຄົນ ກໍແຮ່ຄ້າງ.”
ມາຮອດເດືອນ ສິງຫາ 2022 ຢູ່ແຂວງຫົວພັນ ຈໍານວນການຕາຍຂອງແມ່ ຫຼຸດລົງ ມີ 13 ຄົນ ຕໍ່ 100,000 ຂອງເດັກເກີດມີຊີວິຕ ເຊິ່ງເປັນຈໍານວນທີ່ບໍ່ເກີນເປົ້າໝາຍ ທີ່ກະຊວງສາທາຣະນະສຸຂ ຮັບຮອງ ບໍ່ໃຫ້ເກີນ 149 ຄົນ ຕໍ່ 100,000 ຂອງເດັກເກີດມີຊີວິຕ, ອີກທັງຈໍານວນການເກີດລູກຢູ່ໂຮງໝໍ ແຕ່ເດືອນມົກກະຣາ ຫາເດືອນສິງຫາ 2022 ໄດ້ 46% ເຊິ່ງຫຼາຍກວ່າປີ 2021 ທີ່ຜ່ານມາ ທີ່ມີຈໍານວນການເກີດລູກຢູ່ໂຮງໝໍ 11%.
ສະຖິຕິດັ່ງກ່າວ ຖືວ່າ ເປັນພາບຮວມຂອງແຂວງ ທີ່ດີຂຶ້ນ ເນື່ອງຈາກແຂວງ ມີນາງຜະດຸງຄັນຊົນເຜົ່າ ປະຈໍາຢູ່ຕາມແຕ່ລະສຸຂສາລາ ເພື່ອໃຫ້ບໍຣິການແກ່ແມ່ຍິງຊົນເຜົ່າ ໂດຍສະເພາະ ແມ່ຍິງຊົນເຜົ່າມົ້ງ ທີ່ເປັນກຸ່ມຊົນເຜົ່າທີ່ຫຼາຍທີ່ສຸດໃນແຂວງຫົວພັນ.
ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງຫົວພັນ ກ່າວໃນມື້ດຽວກັນນີ້ວ່າ:
“ການຮັກສາສຸຂພາບນີ້ຫັ້ນນ່າເນາະ ກໍຖືວ່າເຮົາມີ (ຜະດຸງຄັນ) ຊົນເຜົ່າ ມັນກໍຈະສາມາດອະທິບາຍ ແລ້ວກໍແປພາສາເຂົາເຈົ້າໄດ້ຫັ້ນນ່າ ກໍສາມາດເຮັດໃຫ້ເຂົາເຈົ້າເຂົ້າໃຈ ແຕ່ວ່າດຽວນີ້ ເຂົາເຈົ້າກໍເຂົ້າໃຈແລ້ວ ສ່ວນຫຼາເຂົາເຈົ້າກໍໄປວາງແຜນ ປີ ສອງປີເນາະ ເຂົາເຈົ້າກໍຈັ່ງເອົາ ສູງສຸດກໍ ຜູ້ທີ່ເຂົ້າໃຈ ຄົນນຶ່ງ ສອງຄົນ ສາມຄົນ ມີແຕ່ນອກໆພຸ້ນແຫຼະ ມີຈໍານວນໜ້ອຍນຶ່ງຫັ້ນແຫຼະ ທີ່ເຂົາເຈົ້າບໍ່ເຂົ້າເຖິງການວາງແຜນຄອບຄົວ ກໍເຮັດໃຫ້ມີຫຼາຍໆຄົນຫັ້ນນ່າ.”
ແຂວງຊຽງຂວາງ ມີນາງຜະດຸງຄັນຊົນເຜົ່າ ແລະນາງຜະດຸງຄັນລາວ ເຂົ້າໄປຝຶກອົບຮົມທັກສະ ແກ້ໄຂສະຖານະການສຸກເສີນ ເຮັດໃຫ້ປັດຈຸບັນ ສຸຂສາລາກຸ່ມທຸກແຫ່ງ ທົ່ວແຂວງຊຽງຂວາງ ມີນາງຜະດຸງຄັນປະຈໍາການ ເພື່ອຊ່ອຍແມ່ຍິງຊົນເຜົ່າເກີດລູກທຸກແຫ່ງແລ້ວ ແລະພາບຮວມຂອງວຽກງານ ແມ່ແລະເດັກ ດ້ານການຫຼຸດຜ່ອນຈໍານວນແມ່ຕາຍ ແລະເພີ່ມຈໍານວນການເຂົ້າເຖິງ ການວາງແຜນຄອບຄົວ ຖືວ່າດີຂຶ້ນ ແຕ່ບໍ່ໄດ້ໝາຍຄວາມວ່າ ຈະເປັນທີ່ໜ້າພໍໃຈ ເນື່ອງຈາກແຂວງຊຽງຂວາງ ຍັງຂາດງົປະມານ ແລະການສນັບສນູນຈາກອົງການສາກົລ ໃຫ້ນາງຜະດຸງຄັນຊົນເຜົ່າ ລົງເຄື່ອນທີ່ໃຫ້ສຸຂສຶກສາ ແກ່ແມ່ຍິງຊົນເຜົ່ານໍາດ້ວຍ.
ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງຊຽງຂວາງ ກ່າວໃນມື້ດຽວກັນນີ້ວ່າ:
“ຫຼັງຈາກຈົບໄປປະຈໍາການແລ້ວ ແລ້ວເຂົາຍັງມາອົບຮົມ ເຂົາກໍມີທັກສະຊ່ອຍເກີດ ແກ້ໄຂສຸກເສີນ ຄື ຢູ່ສຸກສາລາເນາະ ອັນນໍ້າແຕກກ່ອນ ສົມມຸດວ່າ ເຈັບຫົວ ຕັ້ງຊົ້ງສູງ ເຂົາກະມີວິທີ ສົ່ງຕໍ່ມາແຂວງມາເມືອງ ວຽກງານແມ່ ແລະເດັກຂອງພວກເຮົາແມ່ນດີຂຶ້ນ ບໍ່ໄດ້ໝາຍຄວາມວ່າ ເຈົ້າຊິຝຶກແຕ່ຜະດຸງຄັນ ລະໄປຢູ່ຫັ້ນລະມັນຈະດີຂຶ້ນ ມີແຕ່ນາງຜະດຸງຄັນຢູ່ຫັ້ນລ້າໆ ບໍ່ໄດ້ວ່າດີຂຶ້ນດອກ ມັນຕ້ອງ ນາງຜະດຸງຄັນ ຕ້ອງໄດ້ໄປເຮັດວຽກ ຈັກໄປບ້ານ ໄປສຸຂສຶກສາ ຄັນບໍ່ມີອຸປະກອນໃຫ້ລາວ ບໍ່ມີຣົຖຈັກໃຫ້ລາວ ລາວກໍບໍ່ສາມາດໄປໄດ້.”
ອີງຕາມຂໍ້ມູນຈາກ UNFPA ປະເທດລາວ ເຊິ່ງເປັນ 1 ໃນ 179 ປະເທດ ທີ່ UNFPA ຈະສນັບສນູນໃຫ້ມີນາງຜະດຸງຄັນ ຢ່າງໜ້ອຍ 1 ຄົນ ຕໍ່ 1 ສະຖານທີ່ບໍຣິການ, ເຊິ່ງໂຄງການຝຶກອົບຮົມນາງຜະດຸງຄັນ ຖືວ່າ ເປັນການລົງທຶນດ້ານຊັພຍາກອນຸດ ເລັ່ງບົດບາດຂອງນາງຜະດຸງຄັນ ໃນການຊ່ອຍຊີວິຕ ແລະປ່ຽນວັທນະທັມ ຂອງກຸ່ມຊົນເຜົ່າໃຫ້ດີຂຶ້ນ ຕາມການຣາຍງານ ຜະດຸງຄັນສາກົລ ປີ 2021 ແລະຖືວ່າ ເປັນການລົງທຶນ ຝຶກອົບຮົມທີ່ຄຸ້ມຄ່າ ຍ້ອນຈະຊ່ອຍຫຼຸດຜ່ອນອັດຕຣາ ການເສັຍຊີວິຕຂອງແມ່ ແລະ ສົ່ງເສີມການເຂົ້າເຖິງ ການວາງແຜນຄອບຄົວ ຊ່ອຍໃຫ້ແມ່ແລະເດັກມີສຸຂພາບທີ່ແຂງແຮງ.
ຂະນະທີ່ ການບໍຣິການ ການວາງແຜນຄອບຄົວ ໃນປີ 2012-2021 ມີ 190,000 ຄົນ ພ້ອມດຽວກັນນັ້ນ ສະເພາະ ການຍົກສູງການບໍຣິການ ການວາງແຜນຄອບຄົວ ໃນປີ 2021 ຊ່ອຍໃຫ້ຈໍານວນ ການເສັຍຊີວິຕຂອງແມ່ຫຼຸດລົງເຖິງ 170 ຄົນ ອີງຕາມຂໍ້ມູນຈາກ UNFPA.