ຄໍາສັ່ງຫ້າມເຮັດແທັງລູກ ຢູ່ ຄລີນິກ ຈີນ ຖືກລະເມີດ

ສິດນີ
2017.11.14
f-clinic ຕົວຢ່າງ ຄລີນິກຂອງໝໍຈີນ ໃນແຂວງພາກເໜືອຂອງ ສປປ ລາວ
RFA/VD

ແມ່ຍິງຖືພາຢູ່ແຂວງຊຽງຂວາງ ຍັງໄປເອົາລູກອອກຢູ່ ຄລີນິກຈີນຢູ່ ເປັນຕົ້ນເມື່ອເດືອນຕຸລາຜ່ານມາ ມີແມ່ຍິງຖືພາສອງຄົນ ໄປເອົາລູກອອກ ຫຼືເຮັດແທັງຢູ່ຄລີນິກຈີນ ທີ່ເມືອງແປກແລ້ວ ໄດ້ໄປປີ່ນປົວ ຢູ່ໂຮງຫມໍແຂວງຊຽງຂວາງ ຍ້ອນເລືອດອອກຫຼາຍ. ແຕ່ໂຊກດີທ່ານຫມໍ ສາມາດ ຊ່ອຍຊີວິດໄວ້ໄດ້ ທັງສອງເຮັດແທັງ ເປັນການຝ່າຝຶນ ຄຳສັ່ງຂອງທາງການ. ດັ່ງເຈົ້າຫນ້າທີ່ ຜແນກສາທາຣະນະສຸກ ທີ່ແຂວງຊຽງຂວາງ ທ່ານນຶ່ງກ່າວ ໃນມື້ວັນທີ 14 ພຶສຈີການີ້ວ່າ:

"ຕົ້ນເດີອນສິບນີ້ນະ ຍັງມີສອງຄົນມີຢູ່ ແມ່ຍິງໄປຂູດລູກ ບໍ່ຕາຍແຕ່ເຈັບຫນັກ ມາໂຮງຫມໍແຂວງ ຫ້າມແລ້ວນະ ພວກເຮົາກໍອອກຫ້າມ ບອກ ແຈ້ງຂ່າວ ຫມົດແລ້ວນະ ມີຫລາຍພາກສ່ວນ ໄປເຮັດວຽກ ແຕ່ວ່າເພີ່ນກະຍັງຝືນ ຢູ່ນີ້ຫັ້ນນະ".

ທ່ານກ່າວຕື່ມວ່າ ແມ່ຍິງສອງຄົນນັ້ນ ເປັນຣາສດອນຊາວຊຽງຂວາງ ຊຶ່ງໃນເວລາໄປເອົາລູກອອກນັ້ນ ຂະເຈົ້າຖືພາ ບໍ່ກາຍສອງເດືອນ ທັງ ສອງບອກວ່າ ສາເຫດທີ່ໄປເອົາ ລູກອອກນັ້ນຍ້ອນວ່າ ບໍ່ມີຄວາມພ້ອມ ທີ່ຈະເອົາລູກເທື່ອ ໃນເວລານີ້ ແຕ່ບໍ່ຍອມ ເປີດເຜີຍກ່ຽວກັບ ການໄປ ເອົາລູກອອກ ໃນຄລີນິກຈີນ ແລະ ຄ່າບໍຣິການ. ແຕ່ເຖິງຢ່າງໃດກໍຕາມ ເຈົ້າຫນ້າທີ່ ໄດ້ຕັກເຕືອນ ສອງຄົນວ່າ ນີ້ເປັນເທື່ອສຸດທ້າຍ ຈະບໍ່ ດຳເນີນຄະດີ.

ທ່ານວ່າ ພາຍຫລັງເກີດເຫດການດັ່ງກ່າວ ເຈົ້າຫນ້າທີ່ ກໍໄດ້ລົງໄປເຕືອນ ຄລີນິກຈີນ ແລະໄດ້ກວດກາ ແມ່ຍິງ ທີ່ໄປປີ່ນປົວ ໃນທີ່ນັ້ນ ຈຶ່ງ ບໍ່ພົບເຫັນແມ່ຍິງ ຄົນອື່ນໄປເອົາລູກ ອອກໃນທີ່ນັ້ນ. ແຕ່ທາງຄລີນິກ ຍັງປີ່ນປົວຄົນເຈັບ ຕາມປົກກະຕິຢູ່. ໃນຂນະດຽວກັນ ເຈົ້າຫນ້າທີ່ ສາທາຣະນະສຸກ ກໍໄດ້ແຈ້ງເຕືອນ ບັນດາແມ່ຍິງ ບໍ່ໃຫ້ໄປໃຊ້ ບໍຣິການເອົາລູກອອກ ແບບຜິດກົດຫມາຍ ອີກໃນຄລີນິກຈີນ ບໍ່ດັ່ງນັ້ນຈະຖືກ ດຳເນີນຄະດີ ຕາມກົດຫມາຍ ທັງແມ່ຍິງ ແລະ ເຈົ້າຂອງຄລີນິກຄົນຈີນ.

ວ່າງເດືອນພຶສພາ ຜ່ານມາ ມີແມ່ຍິງ ຢູ່ແຂວງຊຽງຂວາງ ຄົນນຶ່ງເສັຽຊີວິດ ຍ້ອນການໄປເອົາລູກອອກ ຢູ່ຄລີນິກຈີນ ຊື່ງເຈົ້າຂອງຄລີນິກໄດ້ ໃຫ້ເງິນຊົດເຊີຍ ປະມານ 170 ລ້ານກີບ. ຄລີນິກຈີນ ທັງຫມົດ 3 ແຫ່ງຢູ່ ແຂວງຊຽງຂວາງ ມີກຳນົດໃຫ້ປິດ ແບບຖາວອນ ໃນທ້າຍປີນີ້ ຕາມຄຳສັ່ງ ຂອງກະຊວງສາທາຣະນະສຸກ ທີ່ຈະໃຫ້ຄລີນິກ ຄົນຕ່າງຊາດປິດກິຈການ ໂດຍຈະອະນຸຍາດໃຫ້ເປີດເປັນ ໂຮງຫມໍນ້ອຍແທນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.