ຫຼວງນໍ້າທາສັ່ງປິດຄລີນິກ ຂອງຈີນ
2019.03.14
ຄຣີນິກຈີນ 3 ແຫ່ງຢູ່ເມືອງສິງແຂວງຫຼວງນໍ້າທາ ໄດ້ຖືກສັ່ງໃຫ້ຢຸດກິຈການ ຍ້ອນການປີ່ນປົວ ບໍ່ໄດ້ມາຕຖານ ແລະ ຂາດຫຼັກອະນາມັຍ, ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ ຫ້ອງການສາທາຣະນະສຸຂ ເມືອງສິງ ທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 4 ມິນາ ນີ້:
“ບາງບ່ອນທີ່ໃຫ້ເຂົາເຈົ້າຢຸດ ກະຍ້ອນມັນມີບັນຫາຫລາຍຢ່າງ, ເປັນຕົ້ນກະແມ່ນເລື່ອງຄວາມປອດພັຍ, ເລື່ອງຫຼັກອານາມັຍ ລວມໄປຮອດ ສະຖານທີ່ພຸ້ນ ແລະເມື່ອເຮັດບໍ່ໄດ້ ກະມີແຕ່ໃຫ້ຢຸດກ່ອນທໍ່ນັ້ນ, ແລະອີກຢ່າງນຶ່ງ ກະຢ້ານຫາງສຽງປະຊາຊົນຫັ້ນນ່າ.”
ທ່ານກ່າວຕື່ມວ່າ ເມືອງສິງ ມີຄລີນິກຈີນ ທັງໝົດ 7 ແຫ່ງ ຊຶ່ງໄດ້ຕັ້ງມາແຕ່ປີ 2004. ໃນນັ້ນ 3 ແຫ່ງ ຄືຄລີນິກຫົງຊິງ ຢູ່ບ້ານສິງຈະເລີນ, ຄລີນິກປາຜາ ຢູ່ບ້ານທົ່ງໄໝ່ ແລະຄລີນິກຄໍາຈັນ ຢູ່ບ້ານຈຽງ ຖືກທາງການເມືອງ ບໍ່ອະນຸຍາດໃຫ້ດຳເນີນ ກິຈການ ໃນເວລາຕໍ່ມາ ຍ້ອນ ບັນຫາດັ່ງກ່າວ.
ໃນຣະຍະຜ່ານມາ ການປີ່ນປົວພຍາດ ຂອງຄລີນິກຈີນ ທີ່ປະຊາຊົນໄປໃຊ້ບໍຣິການ ມີການຜິດພາດມາຫຼາຍຄັ້ງ ເຮັດໃຫ້ຄົນເຈັບປ່ວຍ ທີ່ໄປ ປີ່ນປົວເສັຍຊີວິດກໍມີ ແລະຍາດພີ່ນ້ອງຂອງຜູ້ເສັຍຊີວິດ ໄດ້ຮ້ອງຟ້ອງຈົນທາງຄລີນິກ ຕ້ອງຍອມຈ່າຍຄ່າເສັຍຫາຍໃຫ້.
ທ່ານເວົ້າວ່າ ສ່ວນຄລີນິກ ທີ່ຍັງເປີດໃຫ້ບໍຣິການ ປະຊາຊົນຢູ່ນັ້ນ ເຈົ້າໜ້າທີ່ທາງການ ກໍຈະໄດ້ລົງໄປກວດກາ ເປັນປະຈໍາ ເພື່ອຕິດຕາມ ການບໍຣິການປິ່ນປົວ ຄົນເຈັບປ່ວຍຢ່າງໄກ້ຊິດ, ຫາກພົບວ່າ ການປີ່ນປົວບໍ່ໄດ້ມາດຖານ ກໍ່ຈະສັ່ງໃຫ້ປິດເຊັ່ນດຽວກັນ.