ໂຮງງານແຍກຂີ້ເຫຍື້ອ ບ.ໜອງໂນ ສົ່ງກິ່ນ

ພູວົງສ໌
2019.05.05
F-trash-salavan ການຈູດຂີ້ເຫຍື້ອແບບບໍ່ມີ ການຄວບຄຸມ ທີ່ອາດລຸກໄໝາລາມໄດ້ ແລະ ຍັງສົ່ງກິ່ນເໝັນໄປສູ່ ຫຼາຍຄຸ້ມບ້ານ
ຮູບພາບຈາກ : ນັກຂ່າວພົລເມືອງ

ໂຮງງານແຍກຂີ້ເຫຍື້ອ ຂອງຈີນບໍຣິສັດອາຊຽນ, ຕັ້ງຢູ່ບ້ານໜອງໂນ ຫຼັກ 11, ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ເຜົາຂີ້ເຫຍື້ອ, ປ່ອຍ ນໍ້າເສັຽ ແລ້ວສົ່ງກິ່ນເໝັນກິ່ນຂິວ ລົບກວນປະຊາຊົນ. ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ຮັບຊາບແລ້ວ ແລະກໍາລັງກວດກາຢູ່.

ຜ່ານມາ, ເຈົ້າໜ້າທີ່ໄດ້ໄປແນະນໍາ ໃຫ້ທາງໂຮງງານ ບໍາບັດຂີ້ເຫຍື້ອຊນິດຕ່າງໆ ໃຫ້ຖືກຕ້ອງຕາມຣະບຽບກົດໝາຍ, ອີງຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ຜແນກຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ເມືອງຄົງເຊໂດນ ທ່ານນຶ່ງ ທີ່ໄດ້ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນ ມື້ວັນທີ 2 ພຶສພາ ນີ້ວ່າ:

“ບໍຣິສັດອາຊຽນນີ້ ສ້າງບັນຫາຕໍ່ສັງຄົມ ແຕ່ວ່າສິຊໍ່າໃດ ຈະລົງກວດກາເບິ່ງອີກ ວ່າເພິ່ນຄຸ້ມຄອງແນວໃດ ທີ່ຜ່ານມານັກວິຊາການກະແນະນໍາ ແລ້ວ ການຄຸ້ມຄອງ ເກັບຮັກສາ ບໍາບັດ ນັກວິຊາການກໍບອກແລ້ວ, ແຕ່ວ່າທາງໂຮງງານ ກໍຍັງຣະເມີດຢູ່.”

ທ່ານກ່າວອີກວ່າ ບໍຣິສັດດັ່ງກ່າວນີ້, ຜລິດສິນຄ້າພລາສຕິກ ເພື່ອສົ່ງອອກໄປປະເທດຈີນ ແລະກໍຈູດເຜົາຂີ້ເຫຍື້ອຕ່າງໆ. ຫາກມີ ຜົນກະທົບ ຕໍ່ສິ່ງແວດລ້ອມ ແລະປະຊາຊົນ ຕາມທີ່ຮ້ອງຮຽນມານັ້ນ, ເຈົ້າໜ້າທີ່ກໍຈະຕັກເຕືອນໂຮງງານ, ຫາກຍັງບໍ່ແກ້ໄຂກໍຈະສັ່ງ ປິດໂຮງງານ ຕາມກົດໝາຍທັນທີ, ດັ່ງທີ່ທ່ານກ່າວວ່າ:

“ສິ່ງເສດເຫຼືອເຫຼົ່ານັ້ນ ມັນກໍສຸມໄຟສິຊໍ່າໃດ ຈະລົງກວດກາເບິ່ງ ເປົ້າໝາຍຫຼັກແທ້ ແມ່ນເພິ່ນຈະເຮັດຫຍັງ, ຖາມບັນຫາຄວາມເປັນມາ ເບິ່ງ ເງື່ອນໄຂ ວ່າຣະບຽບມັນຖືກບໍ່ ມີຜົນກະທົບຫຼາຍ ກໍເຮັດຕາມກົດໝາຍ.”

ທ່ານກ່າວມ້ວນທ້າຍວ່າ ຂີ້ເຫຍື້ອທີ່ໂຮງງານ ນໍາເຂົ້າມາໄຈ້ແຍກນັ້ນ ແມ່ນມາຈາກປະເທດໄທ ແລະ ຄົນງານທີ່ເຂົ້າມາເຮັດວຽກໃນ ໂຮງງານ 2-3 ມື້ ກໍລາອອກ ຍ້ອນທົນກິ່ນ ເໝັນຂີ້ເຫຍື້ອບໍ່ໄຫວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.