ການຢອດຢາ ແມ່, ເດັກນ້ອຍ ຍັງຫຍຸ້ງຍາກ

ໄຊຍາ
2018.12.17
F-SEKONG-KIDS ເດັກນ້ອຍຍິງຊາຍ ໃນແຂວງເຊກອງ
Flickr Photo Sharing

ການຢອດຢາ ແລະ ການສັກຢາວັກຊີນ ໃຫ້ແກ່ແມ່ ແລະ ເດັກນ້ອຍ ຍັງພົບຂໍ້ຫຍຸ້ງຍາກ ໂດຍສະເພາະ ພື້ນທີ່ປະສົບພັຍ ພິບັດທັມມະຊາດ, ບ້ານທີ່ຢູ່ເຂດ ຫ່າງໄກສອກຫລີກ. ນອກຈາກນີ້ ຍັງພົບວ່າ ເຂດພາກໃຕ້ ມີການເຄື່ອນຍ້າຍ ຂອງປະຊາກອນ ຈຳນວນນຶ່ງ ເຮັດໃຫ້ການ ເກັບສະຖິຕິ ຂາດການຕໍ່ເນື່ອງ, ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງອັດຕະປື ກ່າວວ່າ:

"ປີນີ້ ເຮົາກໍແມ່ນເຂດໄພພິບັດແຫ່ງຊາດແດ່ ການໄປການມາພູມລຳເນົາເຮົາເນາະ ເຂດຫ່າງໄກສອກຫລີກຫັ້ນ ມັນກໍມີຄວາມຫຍຸ້ງຍາກຢູ່ແລ້ວ ຖນົນຫົນທາງ ເຮົາຍັງໄປໄດ້ບາງເຂດ ບ້ານມັນກໍບໍ່ໄດ້ໄປສະດວກ ທັງສອງຣະດູ ມັນກໍຊັກຊ້າແດ່ ໂດຍສະເພາະ ຍາມຝົນຫັ້ນ ແຕ່ຈັ່ງໃດ ກໍຕາມ ສິ່ງທີ່ສຳຄັນທີ່ນີ້ ເຮົາກໍຍ້ອນການຕັດສິນໃຈ ເຮົາກໍເຮັດສຸດຂີດ ຫັ້ນແຫລະ.”

ທ່ານກ່າວຕື່ມວ່າ ທຽບໃສ່ 6 ເດືອນ ຕົ້ນປີນີ້ ແຂວງອັດຕະປື ສາມາດ ປະຕິບັດໄດ້ 61% ຍັງບໍ່ບັນລຸ ຕາມຄາດໝາຍ ທີ່ວາງໄວ້ 95%. ນອກຈາກນີ້ ໄລຍະ 10 ເດືອນ ຜ່ານມາ ແຂວງສາລະວັນ ກໍສາມາດ ຢອດຢາ ແລະ ສັກຢາວັກຊີນ ກັນພຍາດ ໃຫ້ແມ່ ແລະ ເດັກນ້ອຍ ໄດ້ພຽງແຕ່ 75% ຈາກຄາດໝາຍ 90% ຍ້ອນປະຊາກອນ ມີການເຄື່ອນຍ້າຍ ໄປເຮັດວຽກ ຢູ່ປະເທສເພື່ອນບ້ານ ແລະ ໄປຢູ່ໄຮ່ຢູ່ນາ ຂອງຕົນເອງ ໃນເຂດຫ່າງໄກ.

ສ່ວນແຂວງ ເຊກອງ ກໍພົບບັນຫາຫຍຸ້ງຍາກ ດັ່ງທ່ານ ບຸນນັ່ນ ຈັນທະວົງ ຮອງຫົວໜ້າຂແນງອະນາມັຍ ແລະ ສົ່ງເສີມສຸຂພາບ ກ່າວວ່າ ການສັກຢາ ແລະ ການຢອດຢາ ໃຫ້ແມ່ ແລະ ເດັກນ້ອຍ ບໍ່ສາມາດສລຸບໄດ້ເທື່ອ ເພາະແຕ່ ລະເມືອງ ຍັງສືບຕໍ່ ລົງໄປປະຕິບັດ ຢູ່ສຸຂສາລາ ແຕ່ການເຂົ້າເຖີງ ກຸ່ມເປົ້າໝາຍ ຍັງພົບບັນຫາຫຍຸ້ງຍາກ.

ຕລອດໄລຍະ 9 ເດືອນ ຜ່ານມາ ແຂວງເຊກອງ ເຄື່ອນໄຫວ ສັກວັກຊີນ ໃຫ້ແມ່ ແລະ ເດັກນ້ອຍ ເປັນຕົ້ນ ສາມາດ ສັກຢາປ້ອງກັນ ວັນນະໂຣຄ ໄດ້ 3 ພັນຄົນ, ຕັບອັກເສບ 1,700 ຄົນ ແລະ ພຍາດ ຄໍຕີບ, ບາດທະຍັກ, ອັກເສບຕັບ ຂັ້ນທີສາມ ໄດ້ 2,800 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.