ເດັກນ້ອຍຂາດສານອາຫານ ຢູ່ລາວ

ສຸພັດຕາ
2018.02.07
F-Malnutrition ເດັກນ້ອຍ ໃນເຂດຊົນນະບົດ ໄດ້ຮັບການເບຶ່ງແຍງ ໃນການເຕີບໃຫຽ່ ການຢູ່ກິນ ໂດຍການຊ່ອຍເຫຼືອຂອງ ຢູນິເຊັຟ ອົງການ ສະຫະປະຊາຊາດ
Screen shot UNICEF video

ຕາມມາຕຖານຂອງໂລກ ອັດຕຣາເດັກນ້ອຍອາຍຸ ຫລຸດ 5 ປີ ຂາດສານອາຫານ ສະເລັ່ຽປະມານ 20 ສ່ວນຮ້ອຍ ຂອງຈຳນວນເດັກນ້ອຍ ໃນທົ່ວໂລກ, ແຕ່ສໍາລັບ ສປປລາວ ມີເດັກນ້ອຍອາຍຸເກນນີ້ ຂາດສານອາຫານ ເຖິງ 36 ສ່ວນຮ້ອຍ ຊຶ່ງຖືວ່າ ໜ້າເປັນຫວ່ງ.

ເຈົ້າໜ້າທີ່ ອົງການອາຫານໂລກທ່ານນຶ່ງ ບອກວ່າຄອບຄົວ ເປັນສ່ວນສໍາຄັນຂອງຈຸດເຣີ້ມຕົ້ນ ທີ່ຈະຊ່ວຍໃຫ້ເດັກນ້ອຍ ໄດ້ຮັບໂພສນາການ ທີ່ດີ, ດັ່ງເຈົ້າໜ້າທີ່ ວິຊາການດ້ານໂພສນາການ ອົງການອາຫານໂລກ ປະຈຳ ນະຄອນຫຼວງວຽງຈັນ ກ່າວໃນວັນທີ 6 ກຸມພາວ່າ:

“ອາຫານເສີມຂອງເດັກນ້ອຍຖືວ່າ ຈໍາເປັນທີ່ສຸດເນາະ ເພາະວ່າເຂົາເຈົ້າ ຈະຕ້ອງໄດ້ຮັບສານອາຫານ ທີ່ຄົບຖ້ວນ ພຽງພໍສໍາລັບ ເຂົາເຈົ້າ ພ້ອມກັບຕ້ອງສືບຕໍ່ ກິນນົມແມ່ ໄປແລ້ວກໍເສີມດ້ວຍອາຫານ ທີ່ມີຄຸນຄ່າ ສະນັ້ນ ຖ້າມາເຮັດຈັ່ງຊິ້ໄດ້ ໃນຊ່ວງພັນມື້ ເດັກນ້ອຍຜູ້ນັ້ນ ກໍຈະ ມີໂພສນາການ ທີ່ດີໃນອະນາຄົດ ຜູ້ເປັນແມ່ເອງ ເນາະ ບໍ່ສາມາດ ເຮັດໄດ້ ຄັນຖ້າບໍ່ໄດ້ຮັບ ການສນັບສນູນ ຈາກຜູ້ອ້ອມຂ້າງນັ້ນ ນະ.”

ນາງກ່າວຕື່ມວ່າ ຣັຖບານ ສປປລາວ ມີ 22 ມາຕການສໍາຄັນ ທີ່ຈະຊ່ວຍສົ່ງເສີມ ໃຫ້ເດັກນ້ອຍ ບໍ່ຂາດສານອາຫານ ຊຶ່ງຕ້ອງເລີ້ມຈາກ ຄອບຄົວແລະໂຮງຮຽນ ຄືຕ້ອງໃຫ້ຄອບຄົວ ມີຄວາມຮູ້ເຣື້ອງ ໂພສນາການ, ການໃຫ້ຄວາມຮູ້ ເຣື້ອງພືດຜັກສວນຄົວ ກັບພໍ່ແມ່ຜູ້ປົກຄອງ, ສົ່ງເສີມໃຫ້ປູກຜັກ ໃນໂຮງຮຽນ, ສົ່ງເສີມໃຫ້ລ້ຽງສັດນ້ອຍ ແລະສົ່ງເສີມ ໃຫ້ມີການສ້າງຣາຍຮັບ ຈາກການເຮັດກະສິກັມຕ່າງໆ ເພື່ອຈະໄດ້ ມີເງິນຊື້ອາຫານ ທີ່ມີໂພສນາການ ທີ່ດີ ໃຫ້ລູກກິນ:

”ເພາະວ່າເຮົາບໍ່ສາມາດເຮັດອັນໃດ ອັນນື່ງໄດ້ ຄິດວ່າ 22 ມາຕການທີ່ເພີ່ນຣະບຸອອກມາ ກໍເປັນບູຣິມະສິດໃຫຍ່ ທີ່ເພິ່ນຢາກເຮັດ, ແລ້ວ ແຕ່ລະພາກສ່ວນ ຈະຕ້ອງໄດ້ຊ່ວຍກັນ ຕະລຸມບອນຊ່ວຍກັນ ໃຫ້ມາຕການທີ່ເວົ້າມານີ້ຫັ້ນ ມັນເກິດຜົນເປັນຈິງ ເພາະວ່າຍຸທສາດເພິ່ນຮອດ ປີ 2025 ຄິດວ່າໃນຂ່ວງ 5 ປີ ເຮົາຄືຈະໄດ້ ຕະລຸມບອນ ຢູ່ໃນ 22 ມາຕການນີ້.”

ທັງນີ້ຕາມຍຸທສາດ ຣັຖບານ ພຍາຍາມໃຫ້ຈໍານວນເດັກນ້ອຍລາວ ຂາດອາສານຫານ ຫລຸດລົງໃຫ້ໄດ້ເຖິງ 25 ສ່ວນຮ້ອຍ ພາຍໃນປີ 2025. ໃນປີ 2011-2012 ມີເດັກນ້ອຍ ຂາດສານອາຫານປະມານ 44 ສ່ວນຮ້ອຍ ຂອງຈໍານວນເດັກນ້ອຍ ທີ່ມີປະມານ 385,000 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.