ສປປລາວ ສາມາດຄວບຄຸມ ໂຄວິດ-19
2020.04.22
ອົງການອະນາມັຍໂລກ ຫລື WHO ປະຈຳປະເທດລາວ ຢັ້ງຢືນວ່າ ລາວ ມີມາຕການຄວບຄຸມ ແລະປ້ອງກັນການແຜ່ຣະບາດຂອງພຍາດ ໂຄວິດ-19 ໄດ້ຢ່າງມີປະສິດຕິພາບ ຍ້ອນປະຕິບັດມາຕການຕ່າງໆ ຕາມຄຳແນະນຳ ຂອງອົງການອະນາມັຍໂລກ ແລະ ກົດຣະບຽບທີ່ເຂັ້ມ ງວດ ຂອງຣັຖບານອັນສົ່ງຜົລໃຫ້ ລາວ ມີຜູ້ຕິດເຊື້ອໜ້ອຍກວ່າໝູ່ໃນອາຊ້ຽນ. ດັ່ງເຈົ້າໜາທີ່ອົງການອະນາມັຍໂລກ ປະຈຳລາວໄດ້ກ່າວຕໍ່ ນັກຂ່າວເອເຊັຽເສຣີ ໃນວັນທີ 22 ເມສາ ວ່າ:
"WHO ກາໄດ້ແນະນຳ ເຣື່ອງການຕິດຕາມ ເຣື່ອງການປີ່ນປົວ ເຣື່ອງການ Management ການອອກມາຕການຕ່າງໆການນຳຂອງພວກ ເຮົາກໍມີການຕັດສິນໃຈ ຢ່າງຮັດກຸມ."
ເຈົ້າໜ້າທີ່ໄດ້ກ່າວຕື່ມວ່າອົງການອະນາມັຍໂລກ ໃນລາວ ໄດ້ລົງຕິດຕາມກວດກາ ແລະໃຫ້ຄຳແນະນໍາກ່ຽວກັບ ມາຕການຄວບຄຸມ ແລະ ປ້ອງກັນເຊື້ອພຍາດໂຄວິດ-19 ໃຫ້ແກ່ກະຊວງສາທາຣະນະສຸກ ຢ່າງ ຕໍ່ເນື່ອງຕິດຕາມ ອາການຜູ້ປ່ວຍ ແລະ ການປີ່ນປົວທຸກກໍຣະນີ.
ພ້ອມນີ້ອົງການອະນາມັຍໂລກໃນລາວ ຍັງເຮັດວຽກພົວພັນກັບ ອາຊຽນ, ຈີນ, ຢີ່ປຸ່ນ, ເກົາຫລີ ແລະ ອິດຕາລີ ເພື່ອຂໍການຊ່ອຍເຫລືອດ້ານ ອຸປກອນທາງການແພດ ແລະ ຂໍຄຳແນະນໍາຕ່າງໆ ແລ້ວນຳເອົາຂໍ້ມູນ ມາໃຊ້ໃນປະເທດລາວ.
ໃນຂນະທີ່ປະຊາຊົນຊາວນະຄອນຫລວງວຽງຈັນ ໃຫ້ຄວາມເຫັນຕໍ່ເອເຊັຽເສຣີວ່າ ໄລຍະທຳອິດ ມີຂ່າວວ່າພົບຜູ້ຕິດເຊື້ອ ກໍຮູ້ສຶກເປັນກັງວົນ ແຕ່ເມື່ອຣັຖບານ ມີມາຕການຄວບຄຸມ ກໍ່ຮູ້ສຶກອຸ່ນໃຈ ແລະ ຄາດວ່າ ຈະບໍ່ມີການຣະບາດໄປ ຫລາຍກວ່ານີ້.
"ມັນຜ່ອນໄປລະກາ ເພີ່ນກາມີຣະບຽບເນາະ ຄຸ້ມຄອງເພາະວ່າປັດຈຸບັນນີ້ ທາງຂັ້ນເທິງຣັຖບານ ເພິ່ນກາພຍາຍາມ ໃຊ້ມາຕການຄຸ້ມຄອງ ເນາະ ບໍ່ໃຫ້ປະຊາຊົນບໍ່ໃຫ້ຄົນອອກທ່ຽວ ບໍ່ໃຫ້ເຄື່ອນໄຫວນ່າ ຢູ່ເຮືອນ."
ດັ່ງປະຊາຊົນອີກທ່ານນຶ່ງ ໃຫ້ຄວາມເຫັນວ່າ ມາຕການຄວບຄຸມ ແລະປ້ອງກັນການແຜ່ຣະບາດຂອງເຊື້ອພຍາດໂຄວີດ-19 ຂອງຣັຖບານ ລາວ ທີ່ໄດ້ໃຊ້ມາຕການປິດປະເທດ ແລະ ລ໋ອກດາວ ເມືອງ, ກໍເປັນສີ່ງທີ່ເໝາະສົມ.
"ເພິ່ນກາປະກາດສຸກເສີນແລ້ວເດ້ ບໍ່ໃຫ້ໃຜອອກໃຫ້ເຂົ້າຫັ້ນເດ້ ເຂົາບໍ່ໃຫ້ເຈົ້າເພັ່ນພ້ານເດີ້ ເຂົາແຮງເຄັ່ງເດີ້ນາຍົກ."
ສ່ວນເຈົ້າໜ້າປະຕິບັດງານ ໄດ້ກ່າວຕໍ່ເອເຊັຽເສຣີ ເຖິງມາຕການປ້ອງກັນ ການຣະບາດໂດຍສະເພາະການປິດເມືອງ ເປັນເຣື່ອງທີ່ຈຳເປັນ ເພາະອີງໃສ່ວ່າໂຮງໝໍ ບໍ່ທັນສມັຍ ແລະ ໂຮງໝໍຮອງຮັບບໍ່ມີຫລາຍ ຣັຖບານຈຶ່ງໃຊ້ ມາຕການໂຕນີ້.
"ຍັງສ່ຽງຢູ່ເດີ້ ຍັງເຝົ້າຣະວັງຢູ່ໃດ໋ ແຕ່ເຈົ້າໜ້າທີ່ສະເພາະກິດຕ່າງໆ ລົງເຄື່ອນໄຫວໂຄສະນາ ຕລອດແລະຕັກເຕືອນ ປະຊາຊົນຕລອດ, ເພາະວ່າເຮົາກາອີງໃສ່ ໂຕນ້ັນເວົ້າເຣື່ອງໂຮງໝໍ ກໍບໍ່ທັນສມັຍໂຕຢ່າງ ອຸປກອນ ກໍບໍ່ທັນສມັຍ ຍັງບໍ່ທັນໄດ້ມີຫລາຍ ເຮົາກໍຕ້ອງໄດ້ເຮັດ ມາຕການໂຕນີ້."
ການຖແລງຂ່າວຂອງຄນະສະເພາະກິດ ຄວບຄຸມພຍາດໂຄວິດ-19 ໃນວັນທີ 22 ເມສາ 2020 ຍັງບໍ່ພົບຜູ້ຕິດເຊື້ອນັບແຕ່ວັນທີ 19 ເມສາ ເປັນຕົ້ນມາ. ໂຕເລກຜູ້ຕິດເຊື້ອຍັງຢູ່ທີ່ 19 ຄົນ ໃນນີ້ປີ່ນປົວເຊົາ ອອກຈາກໂຮງໝໍ ເມືອກັກໂຕຢູ່ບ້ານ 4 ຄົນ.