ທາງການຈະປິດຄລີນິກ ທີ່ບໍ່ໄດ້ ມາຕຖານ

ສິດນີ
2019.01.30
f-health ກະຊວງສາທາຣະນະສຸຂ ສປປ ລາວ
Public Domain

ກະຊວງສາທາຣະນະສຸຂ ສປປລາວ, ມີແຜນການຈະປິດຄລີນິກເອກຊົນ ທີ່ບໍ່ໄດ້ມາຕຖານ, ຣະເມີດກົດຣະບຽບທາງການ, ແລະໂຄສະນາ ເກີນຄວາມເປັນຈິງ ຕື່ມອີກ ໃນທົ່ວປະເທດ. ຫລັງຈາກ ໄດ້ຮັບການຮ້ອງຮຽນ ຈາກປະຊາຊົນ ຜູ້ທີ່ໃຊ້ບໍຣິການ. ດັ່ງເຈົ້າຫນ້າທີ່ ສາທາ ຣະນະສຸຂ ນາງນຶ່ງ, ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 30 ມົກຣາ ນີ້ວ່າ:

"ເປີດຄລີນິກບໍ່ໄດ້ມາຕຖານ, ເພີ່ນກະບໍ່ໃຫ້ເຮັດ ແລ້ວກະເຄື່ອງກວດບໍ່ຄົບ, ເປັນຫ້ອງກວດທີ່ວ່າແບບຫ້ອງກວດທັມມະດາຊີ່ນ່າ, ບໍ່ໄດ້ ມາຕຖານ ແລະຢາທີ່ວ່າບໍ່ໄດ້ຂຶ້ນທະບຽນ, ເພິ່ນກະຍຶດເອົາຫມົດ."

ນາງກ່າວຕຶ່ມວ່າ, ສາເຫດການຈະສັ່ງປິດຄລີກນິກຕຶ່ມນັ້ນ, ແມ່ນເພື່ອປັບປຸງໃຫ້ໄດ້ມາຕຖານ ໃນການປີ່ນປົວຄົນໄຂ້, ພາຍໃຕ້ກົດຫມາຍ ວ່າດ້ວຍການດູແລສຸຂພາບ ແລະກົດຣະບຽບຂອງທາງການ ຕໍ່ຄລີກນິກເອກຊົນໃນລາວ. ແຕ່ຖ້າຫາກຄລີກນິກໃດ, ປະຕິບັດຕາມກົດຣະບຽບ ຂອງທາງການແລ້ວ ກໍຈະບໍ່ຖືກສັ່ງໃຫ້ປິດ. ທາງການຍັງບໍ່ມີຣາຍລະອຽດແນ່ນອນເທື່ອວ່າ ຈະເລີ້ມລົງມືເມື່ອໃດ.

ຊາວນະຄອນຫລວງວຽງຈັນ ທ່ານນຶ່ງຜູ້ບໍ່ປະສົງອອກຊື່ເວົ້າວ່າ, ທ່ານເຫັນພ້ອມໃນການສັ່ງປິດຄລີກນິກ ທີ່ບໍ່ໄດ້ມາຕຖານ, ແລະຮຽກຣາຄາ ແພງເກີນໄປ ໃນການປີ່ນປົວຄົນໄຂ້. ບາງແຫ່ງ ກໍປົວຄົນບໍ່ດີ ແລະບໍ່ເຊົາປ່ວຍ, ຍ້ອນຂາດນາຍແພດທີ່ຊຳນານ ໃນການປີ່ນປົວພຍາດ ຈື່ງສົມຄວນແລ້ວ ທີ່ຈະສັ່ງໃຫ້ປິດກິຈການ, ບໍ່ໃຫ້ເປີດຫລາຍແຫ່ງ ແບບຊະຊາຍຄືແຕ່ກ່ອນ.

ເມື່ອປີ 2018 ຜ່ານມາ ກະຊວງສາທາຣະນະສຸຂ ໄດ້ສັ່ງໃຫ້ປິດຄລີກນິກເອກຊົນທົ່ວປະເທດ, ຈຳນວນ 248 ແຫ່ງຍ້ອນຂາດມາຕຖານ, ແລະຄຸນນະພາບໃນການປີ່ນປົວ. ບາງແຫ່ງກໍເປັນຂອງຄົນ ຕ່າງຊາດ, ແຕ່ທາງການກໍໃຫ້ໂອກາດໃນການປັບປຸງ. ປັດຈຸບັນ ມີຄລີນິກ ເອກຊົນທົ່ວປະເທດປະມານ 1 ພັນປາຍແຫ່ງ ຕາມແຂວງຕ່າງໆ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.