ສາທາຣະນະສຸຂເຕືອນ ພຍາດ ໝາກແດງ

ໄຊຍາ
2019.05.08
F-Measles ນາງໝໍ ອອກສັກຢາປ້ອງກັນ ເຊື້ອພຍາດໝາກແດງ ໃຫ້ເດັກນ້ອຍ
ຮູບພາບຈາກ : ນັກຂ່າວພົລເມືອງ

ກະຊວງສາທາຣະນະສຸຂ ເຝົ້າຣະວັງພຍາດໝາກແດງ ທົ່ວປະເທສ ພາຍຫຼັງທີ່ພົບຜູ້ຕິດເຊື້ອ ດັ່ງກ່າວທັງໝົດ 333 ກໍຣະນີ ສ່ວນຫຼາຍແມ່ນ ເດັກນ້ອຍ ອາຍຸຕໍ່າກ່ວາ 5 ປີ ໂດຍມີອາການໄຂ້ ເຈັບຄໍ ອ່ອນເພັຽ ແລະ ອອກຕຸ່ມນ້ອຍໆ ສີແດງຕາມຕົນໂຕ. ອີງຕາມເຈົ້າໜ້າທີ່ກະຊວງ ສາທາຣະນະສຸຂ ເວົ້າຕໍ່ນັກຂ່າວ ວິທຍຸເອເຊັຽເສຣີ ເມື່ອວັນທີ 08 ພຶສພາ ວ່າ:

"ສ່ວນຫຼາຍກໍ່ມີແຕ່ເດັກນ້ອຍວັຍ 5 ປີ ລົງໄປທີ່ເຂົາເຈົ້າກວດແລ້ວພົບເຊື້ອ ສ່ວນຫຼາຍມີແຕ່ຢູ່ນະຄອນຫລວງ ມີຕຸ່ມ ແລະກໍ່ມີໄຂ້ນໍາ ປີ່ນປົວ ຕາມອາການ ບໍ່ມີຢາຕາຍໂຕ ເພີ່ນເຝົ້າຣະວັງຍາມມັນແຜ່ລາມ ມີການສັກຢາຄືນ ທົ່ວປະເທສໃນກຸ່ມເປົ້າໝາຍ ກໍ່ມີແຕ່ເດັກນ້ອຍ."

ທ່ານໄດ້ກ່າວຕື່ມວ່າ ວິທີປ້ອງກັນພຍາດໝາກແດງ ຄວນຕັດເລັບມືຄົນເຈັບໃຫ້ສັ້ນ ເພື່ອຫຼີກລ້ຽງບໍ່ໃຫ້ຂູດເກົາຕຸ່່ມ ຕາມຕົນໂຕ ເມື່ອສຳພັດກັບ ຄົນເຈັບ ຄວນລ້າງມືດ້ວຍສະບູທຸກຄັ້ງ ຍ້ອນຕິດຕໍ່ກັນໄວ ແລະ ຖ້າເດັກນ້ອຍມີອາການ ເປັນພຍາດໝາກແດງ ຄວນໄປຫາໝໍທັນທີ.

"ເວລາເຂົາເຈົ້າໄປສຳພັດຫຍັງແລ້ວຕ້ອງລ້າງມື ອີ່ຫຍັງຕ່າງໆ ນັ້ນ ແລ້ວເພາະມັນເປັນຕຸ່ມເປັນຫຍັງ ມັນຈະຕິດຕໍ່ກັນ ແລ້ວພາຍຫຼັງເປັນກໍ່ໃຫ້ ໄປພົບແພດໝໍ ເພາະວ່າແພດໝໍ ແຕ່ລະເຂດແຕ່ລະທ້ອງຖິ່ນ ເພິ່ນຈະສິປີ່ນປົວສິແນະນຳ."

ອີງຕາມການຣາຍງານຂ່າວ ຂອງກະຊວງສາທາຣະນະສຸຂ ຂອງໃນໄລຍະຜ່ານມາ ນັບແຕ່ເດືອນມົກກະຣາ ຫາ ເດືອນມີນາ 2019 ພົບຜູ້ ຕິດເຊື້ອພຍາດໝາກແດງ ທັງໝົດ 333 ຄົນ ແລະ ເສັຽຊີວິດ 1 ຄົນ ສະເພາະຢູ່ນະຄອນຫຼວງວຽງຈັນ 311 ຄົນ ແຂວງວຽງຈັນ 20 ຄົນ  ແລະ ແຂວງຄຳມ່ວນ 2 ຄົນ.

ກະຊວງສາທາຣະນະສຸຂ ໃຫ້ຮູ້ຕື່ມວ່າພຍາດໝາກແດງ ເປັນອັນຕະຣາຍຮ້າຍແຮງ ເຖິງຂັ້ນເສັຽຊີວິດໄດ້ ໂດຍສະເພາະ ໃນກຸ່ມເດັກນ້ອຍທີ່ມີ ອາຍຸ 1 ຫາ 10 ປີ ເມື່ອເປັນແລ້ວບໍ່ຄວນປີ່ນປົວເອງ ຄວນໄປພົບແພດໂດຍດ່ວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.