ລາວ ຕ້ອງໄດ້ນຳເຂົ້າຜ້າ ປິດປາກ ປິດດັງ

ມະນີຈັນ
2020.03.27
F-Covid-merchant ແມ່ຄ້າພວມຂາຍ ຜ້າອັດປາກອັດດັງອະນາມັຍ ແຕ່ລາຄາແພງຫຼາຍເທົ່າໂຕ ເຖິງ 5-6 ເທົ່າໂຕ ທີ່ຕລາດ. ຖ່າຍເມື່ອ: ວັນທີ 25 ເດືອນ ມີນາ 2020
RFA/TS

ທ່ານ ບຸນກອງ ສີຫາວົງ ຣັຖມົນຕຣີກະຊວງ ສາທາຣະນະສຸຂ ກ່າວວ່າ ຜ້າປິດປາກປິດດັງ ງວດທຳອິດຈຳນວນ 2 ລ້ານແຜ່ນ ຈະຖືກສົ່ງ ມາລາວໃນໄວໆນີ້. ໃນນັ້ນປະມານ 1 ລ້ານ 5 ແສນຜືນ ຈະເອົາໃຫ້ ພະນັກງານແພດ ໃຊ້ໃນການປະຕິບັດງານ ຍ້ອນວຽກຂະເຈົ້າສ່ຽງ ຕໍ່ການຕິດເຊື້ອຈາກຜູ້ປ່ວຍ ພ້ອມທັງແຈກຢາຍ ໃຫ້ຄົນປ່ວຍຢູ່ຕາມໂຮງພຍາບານຕ່າງໆ ໃຊ້ເພື່ອປອ້ງກັນການຕິດເຊື້ອ ແລະ ສ່ວນເຫຼືອອີກ 5 ແສນ ແຜ່ນ ຈະຂາຍໃຫ້ປະຊາຊົນ ທົ່ວໄປ. ທ່ານເວົ້າວ່າ ຢາກໃຫ້ທຸກຄົນ ໃຊ້ແບບປະຢັດ ແລະໃຊ້່ໃນເວລາຈຳເປັນ, ດັ່ງ ແພດ-ຫມໍ ເຮັດວຽກກັບຄົນໄຂ້ ຜູ້ທີ່ມີອາການສົງສັຍຕິດເຊື້ອ:

“ການໃຊ້ຜ້າປິດປາກປິດດັງທຸກຄັ້ງນ້ັນ ຂ້າພະເຈົ້າກໍບໍ່ຢາກແນະນຳທຸກຄັ້ງດອກ ຖ້າເຮົາໄປບ່ອນສ່ຽງ ເຮົາກໍໃສ່ເຊັ້ນພວກທີ່ເຮັດນຳຄົນເຈັບ ທີ່ມີເຊື້ອໂຄໂຣນາບໍ ຫລຶວ່າແພດຫມໍ ທີ່ເຮັດວຽກກັບຄົນໄຂ້ ຫຼາຍບ່ອນ ທີ່ເຮົາບໍ່ຮູ້ ອັນນີ້ຕ້ອງໃສ່.”

ວຽດນາມ ເປັນປະເທດທຳອິດ ທີ່ຈະສົ່ງຜ້າປິດປາກ ປິດດັງມາໃຫ້ ສປປລາວ ຍ້ອນວ່າ ສອງປະເທດ ດັ່ງກ່າວ ມີການພົວພັນພິເສດ ນໍາກັນ ເຖິງແມ່ນວ່າ ວຽດນາມ ເອງ ຍັງມີຄວາມຕ້ອງການຫຼາຍຢູ່ ກໍຕາມແຕ່ ຈະສົ່ງມາໃຫ້ລາວ ຍ້ອນລາວ ມີຄວາມຈຳເປັນ ແລະ ຂາດເຂີນຫລາຍ ສຳລັບແພດຫມໍ ໃນການປະຕິບັດຫນ້າທີ່ ກວດຄົນໄຂ້.

ເຈົ້າຫນ້າທີ່ກະຊວງອຸດສາຫະກັມ ແລະການຄ້າ ທ່ານນຶ່ງກ່າວວ່າ ຣາຄາຊື້ຂາຍຜ້າປິດປາກປິດດັງ ຕາມຕລາດໃນປັດຈຸບັນເພີ້ມຂື້ນ 10 ເທົ່າ ຫລັງຈາກຂ່າວການຣະບາດຂອງ ເຊື້ອໄວຣັສ ໂຄວິດ-19 ໃນຫຼາຍ ປະເທດເຮັດໃຫ້ປະຊາຊົນມີຄວາມຢ້ານກົວແລະແຕກຕື່ນ:

“ປັດຈຸບັນຄັນເວົ້າເຣື້ອງຣາຄາຜ້າປິດປາກນີ້ຖຶວ່າ ຂ້ອນຂ້າງສູງຫັ້ນແຫລ້ວ ຖ້າທຽບໃສ່ເມື່ອກ່ອນນໍ ເມື່ອກ່ອນກໍປະມານກັບລະ 20 ຫາ 30 ພັນກີບ ແຕ່ປັດຈຸບັນ ກັບນຶ່ງກໍປະມານ ແສນສາມ ຫາ ແສນຫ້າ ເຜີໆ ບາງຮ້ານ ແສນແປດກໍມີ.”

ກະຊວງອຸດສາຫະກັມ ແລະການຄ້າ ໄດ້ອອກແຈ້ງການກຳນົດຣາຄາຊື້ຂາຍຜ້າປິດປາກປິດດັງ ບໍ່ໃຫ້ເກີນ 25 ພັນກີບຕໍ່ນື່ງກັບ ທີ່ມີຈຳນວນ 50 ຜຶນຊື່ງໃນເວລານີ້ ຣາຄາບາງຮ້ານຂາຍເຖິງ ກັບລະ 1 ແສນກີບ ໄປຮອດ ນື່ງແສນ 8 ຫມື່ນ ກີບກໍມີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.