ເຊື້ອໂຣຄເອດສ ໃນລາວ
2019.12.03

ສປປ ລາວ ມີຄວາມຄືບໜ້າເມື່ອສົມທຽບໃສ່ ເປົ້າໝາຍເລັ່ງລັດ 2020 ໂດຍມີ 85% ຂອງຜູ້ຕິດເຊື້ອ HIV ໃນຈຳນວນການຄາດຄະເນ ປະມານ 12 ພັນຄົນ ທີ່ຍັງມີຊີວິດ ຮູ້ສະຖານະພາບ ການຕິດເຊື້ອຂອງຕົນ. ວັນສາກົລຕ້ານເອດສ 1 ທັນວາ ອົງການ ຕ້ານເອດສ ປະຈຳ ສປປ ລາວ ວາງແຜນງານ ປະຈຳປີ 2020 ໂດຍການປຸກຣະດົມຊຸມຊົນ ແລະ ການລົງທຶນໃສ່ວຽກງານຕ້ານເອດສ ເພື່ອໂຕ້ຕອບບັນຫາ ເອດສ ຢູ່ ສປປ ລາວ ໃຫ້ບັນລຸເປົ້າໝາຍວິໃສທັສ ສິ້ນສຸດເອດສ ໃນປີ 2030 ດ້ວຍການບໍ່ໃຫ້ມີ ການຕິດເຊື້ອຣາຍໃໝ່. ດັ່ງຜູ້ຕິດເຊື້ອ HIV ໄດ້ໃຫ້ສຳພາດ ຕໍ່ນັກຂ່າວ RFA ໃນວັນທີ 03 ທັນວາ ວ່າຕ້ອງການຢາກໃຫ້ມີສູນປີ່ນປົວ ໃນແຂວງຂອງຕົນ ເພາະການເດີນທາງມາຮັບ ຢາຢູ່ ນະຄອນຫຼວງວຽງຈັນ ນັ້ນມັນໃຊ້ເວລາ ແລະ ຢູ່ຫ່າງໄກ:
"ຢາກໃຫ້ມັນມີເພາະວ່າ ອັດຕຣາຄວາມສ່ຽງ ຂອງມັນຄົນຕິດເຊື້ອເພີ່ມຂຶ້ນຫຼາຍ ເພາະວ່າອະຫຍັງເຂົາເຈົ້າ ບໍ່ມີສູນປິ່ນປົວ ເຂົາເຈົ້າບໍ່ຢາກ ໄປໂຮງໝໍ ມັນແບບສາທາຣະນະ ເປີດເຜີຍນຶ່ງມາຢ້ານ ສອງມາອາຍ ຄັນວ່າມີສູນສູນກວດສຸຂພາບ ຈັ່ງຊີ້ເນາະ ນື່ງສູນຫັ້ນມີປື້ມ ມີສອນ ມີກິຈກັມໃຫ້ເຂົາເຈົ້າຫຼີ້ນ ມັນກໍຢາກຜ່ອນຄາຍ ທີ່ນີ້ມັນຕ່າງກັນ.
ຕໍ່ບັນຫາດັ່ງກ່າວ ທ່ານ ທອງແດງ ສີລາກຸນ ຜູ້ຈັດການຫ້ອງການ ສະຫະປະຊາຊາດ ຕ້ານເອດສ ປະຈຳ ສປປ ລາວ ກ່າວວ່າ ປັດຈຸບັນ ສູນປີ່ນປົວ ພຍາດເອດສ ມີ 11 ແຫ່ງ ທົ່ວປະເທດ ເຊິ່ງຖືວ່າມີໜ້ອຍ ເມື່ອທຽບໃສ່ ຄວາມຕ້ອງການໂຕຈີງ.
"ມັນຍັງເປັນເຣື່ອງຄົງຄ້າງ ຂອງແຜນຍຸທສາດ 2016 ໄປຫາ 2020 ມັນກໍ່ໄດ້ພຽງແຕ່ 11 ແຫ່ງເນາະຄິດວ່າຈະໄດ້ທຸກໆແຂວງ ມັນເປັນໄປ ລຳບາກ ງົບປະມານ ມັນກໍບໍ່ພຽງພໍເນາະ."
ຖ້າມກາງການຫຼຸດລົງ ຂອງແຫລ່ງທຶນ ສຳລັບການຕອບໂຕ້ບັນຫາເອດສ ເກືອບ 1 ຕື້ໂດລາ ສະຫະຣັຖ ໃນປີ 2018 ການມີສ່ວນຮ່ວມ ຂອງ ຊຸມຊົນ ຍີ່ງມີຄວາມຈຳເປັນ. 10 ປີ ຜ່ານມາຊຸມຊົນໄດ້ເຂົ້າຮ່ວມ ວຽກງານຕ້ານເອດສ ເຊັ່ນວຽກປ້ອງກັນ ການຕິດເຊື້ອ ໃນກຸ່ມຍິງ ບໍຣິການທາງເພດ ແລະ ກຸ່ມຊາຍທີີມີເພດ ສຳພັນກັບຊາຍ ແລະ ກະເທີຍ.
ຕໍ່ຄວາມສ່ຽງຂອງປະຊາຊົນ ຕໍ່ການຕິດເຊື້ອ HIV ຍານາງ ຊາຣາ ເຊັກເກັນເນັສ ຜູ້ປະສານງານເຄືອຂ່າຍ ອົງການສະຫະປະຊາຊາດ ປະຈຳ ລາວ ກ່າວວ່າ ເປົ້າໝາຍແຫ່ງຊາດ ແລະ ເປົ້າໝາຍການພັທນາ ແບບຍືນຍົງປີ 2030 ຊັກຊ້າ ດັ່ງນັ້ນວຽກງານ ຕ້ານເອດສ ຈຶ່ງມີຄວາມສຳຄັນ ແລະ ຄວນໄດ້ຮັບການສນັບສະໜູນ ພ້ອມທັງ ເພີ່ມຄວາມພຍາຍາມ ຂອງຣັຖບານ ຄູ່ຮ່ວມພັທນາ ຮວມທັງ ຢູ່ຂັ້ນ ຊຸມຊົນເພື່ອຮັບປະກັນວ່າຄົນລຸ້ນໃໝ່ໃນປີ 2030 ບໍ່ຕິດເຊື້ອ HIV ແລະກຸ່ມສ່ຽງ, ກຸ່ມດ້ອຍໂອກາດ ໄດ້ເຂົ້າເຖິງການ ບໍຣິການເພື່ອບໍ່ ປະຜູ້ໃດໄວ້ຢູ່ເບື້ອງຫຼັງ.