ຊາວລາວກັງວົນມີຜູ້ຕິດ ໂຄວິດ-19
2020.03.26

ປະຊາຊົນລາວ ກັງວົນໃຈຫຼາຍ ທີ່ໄດ້ຍິນຂ່າວເປັນເທື່ອທໍາອິດ ຈາກທາງການລາວວ່າ ຢູ່ປະເທດລາວ ມີຄົນຕິດເຊື້ອໄວຣັສ ໂຄວິດ-19 ແລ້ວ 3 ຄົນ ແລະຢ້ານໄວຣັສນັ້ນ ຈະຣະບາດຫຼາຍຢູ່ລາວ ຄືກັນກັບຢູ່ ຫຼາຍໆປະເທດໃນໂລກ ດັ່ງປະຊາຊົນຜູ້ນຶ່ງໃນແຂວງຫຼວງພຣະບາງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ມິນານີ້ວ່າ:
"ມີຄວາມຕື່ນເຕັ້ນ ມີຄວາມກັງວົນເຫລືອເກີນ ຕອນນີ້ໄປມາຫາສູ່ກັນ ຍາກລໍາບາກເຫລືອເກີນຕອນນີ້ ແຕ່ທີ່ຈິງເພິ່ນກະມີຣະບຽບຄຸ້ມຄອງ ຕົວຢ່າງວ່າ ມາຈາກໄທບໍ່ ຕ່າງປະເທດ ເພິ່ນກະມີບ່ອນໃຫ້ກັກໂຕໄວ້ 14 ມື້ ແລ້ວເພິ່ນເຮັດສະຖານທີ່ຄຸ້ມຄອງເປັນຢ່າງດີ ແຕ່ວ່າກະຢ້ານ ແທ້ໆໃດ໋.”
ສໍາລັບຢູ່ນະຄອນຫຼວງວຽງຈັນ ປະຊາຊົນ ທີ່ມີອາຊີບຄ້າຂາຍ ກໍກ່າວຕໍ່ວິທຍຸ ເອເຊັຽເສຣີໃນມື້ດຽວກັນ ນັ້ນວ່າ ດຽວນີ້ໃນນະຄອນຫຼວງ ວຽງຈັນ ຄົນງຽບຫຼາຍບໍ່ອອກ ມາຈັບຈ່າຍຊື້ເຄື່ອງຂອງ ຄືກັນກັບ ເມື່ອກ່ອນ ແລະວ່າ ສໍາລັບສ່ວນໂຕ ແມ່ນຮູ້ສຶກຢ້ານຕໍ່ການຣະບາດ ຂອງໄວຣັສ ໂຄວິດ-19 ດັ່ງທີ່ນາງ ກ່າວວ່າ:
“ກໍຢ້ານຄືກັນລະເນາະ ມັນໄວໂພດກວ່າຮອດໂຣກຕັບ ໂຣກຕັຍ ໂຣກເອດ ຍັງບໍ່ປານນີ້. ໂຣກອັນນີ້ໄປຕາມລົມ ກະໃສ່ໜ້າກາກພໍໃຜພໍມັນ ເອີ໊ ກັກໂຕເຮືອນໃຜເຮືອນມັນແລ້ວ ອັນນັ້ນ ພວກເຂົາມາແຕ່ໄທນະ ພວກຣົດທະຫານ ເຂົາມາຮັບເອົາໂລດໄດ໋ ມາຮັບເອົາແລ້ວ ໄປຢູ່ຄ້າຍ ທະຫານ ໝົດເລີຍ.”
ແລະປະຊາຊົນໃນນະຄອນຫຼວງວຽງຈັນອີກຜູ້ນຶ່ງ ກໍໄດ້ເວົ້າໃນຕອນຄໍ່າຂອງວັນທີ 24 ມິນານີ້ວ່າ ພາຍຫຼັງທີ່ປະເທດລາວກວດພົບຜູ້ຕິດເຊື້ອ ໄວຣັສ ໂຄວິດ-19 ຕົນຮູ້ສຶກບໍ່ດີໃຈ ຢ້ານຈະຕິດເຊື້ອພຍາດນັ້ນ ດັ່ງທີ່ທ່ານກ່າວວ່າ:
”ບໍ່ດີໃຈແມ່ນເຮົາບໍ່ຮູ້ວ່າ ເຮົາສິຕົກເປັນໂຊກຮ້າຍ ມື້ໃດທີ່ຈະຕິດ (ໄວຣັສ)."
ໃນຂນະດຽວກັນ ປະຊາຊົນຢູ່ແຂວງວຽງຈັນຜູ້ນຶ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນຍາມດຽວກັນນັ້ນວ່າ ເມື່ອໄດ້ຍິນຂ່າວມີຄົນຕິດ ໂຄວິດ-19 ຄືທີ່ວ່ານັ້ນ ຄົນສ່ວນຫຼາຍ ກໍຕື່ນຕົກໃຈ, ສໍາລັບຕົນເອງ ແມ່ນຍິ່ງເຮັດ ໃຫ້ມີຄວາມຣະມັດຣະວັງ ໃນການປ້ອງກັນໂຕເອງຫຼາຍຂຶ້ນ, ດັ່ງທີ່ ທ່ານກ່າວວ່າ:
“ຄວາມແຕກຕື່ນເນາະ ບາງຄົນກໍສິມີແຕກຕື່ນເນາະ. ແຕ່ສໍາລັບຂ້າພະເຈົ້າ ກໍເປັນການດີເນາະ ເຮົາກໍໄດ້ຣະວັງໂຕຂຶ້ນ ກໍຖືວ່າອຸ່ນໃຈເນາະ ທາງສາທາເພິ່ນກໍບໍ່ໄດ້ນິ້ງນອນໃຈເນາະ ບໍ່ໄດ້ຖືເບົາ ເພິ່ນກໍເຄັ່ງຄັດ ເອົາແທ້ເອົາວ່າເນາະ.”
ເວົ້າເຖິງຄວາມຮູ້ສຶກຂອງປະຊາຊົນລາວ ຕໍ່ການມີຜູ້ຕິດເຊື້ອໄວຣັສ ໂຄວິດ-19 ຢູ່ລາວ ປະຊາຊົນໃນແຂວງຫຼວງພຣະບາງ ຜູ້ດຽວກັນນັ້ນ ເວົ້າວ່າໃນຄວາມຮູ້ສຶກຂອງຕົນແລ້ວ ແມ່ນຢ້ານໄວຣັສຣະບາດ ແລະ ເປັນກັງວົນແຕ່ກໍຍັງໝັ້ນໃຈ ນໍາມາຕການຕ່າງໆ ຂອງຣັຖບານທີ່ຈະ ຄວບຄຸມແລະປ້ອງກັນການຣະບາດ ຂອງໄວຣັສ ໂຄວິດ-19 ນີ້ໄດ້ຢ່າງມີປະສິດທິພາບ.
ກ່ຽວກັບບັນຫາທີ່ວ່ານີ້ ຄະນະສະເພາະກິດເພື່ອຊີ້ນໍາການປ້ອງກັນ, ຄວບຄຸມ ແລະແກ້ໄຂການຣະບາດ ຂອງໄວຣັສ ໂຄວິດ-19 ໄດ້ອອກ ແຈ້ງການເມື່ອບໍ່ດົນມານີ້ວ່າຣັຖບານລາວ ມີມາຕການປ້ອງກັນ, ຄວບຄຸມ ແລະແກ້ໄຂການຣະບາດ ຂອງໄວຣັສນັ້ນ ຢ່າງເຂັ້ມງວດ ໂດຍສະເພາະການຄວບຄຸມ ຄົນງານລາວ ທີ່ກັບມາຈາກຕ່າງປະເທດ, ຜູ້ໃດຢູ່ໃນເກນ ທີ່ມີຄວາມສ່ຽງຕໍ່ ການຕິດເຊື້ອ, ມີອາການໄອ, ຈາມ ແລະໄຂ້ສູງ ທາງການກໍຈະກັກໂຕໄວ້ ຢູ່ໂຮງໝໍແຂວງ ທີ່ມີໃນທົ່ວປະເທດ ເພື່ອໃຫ້ສູນກວດເຊື້ອໄວຣັສ ກວດຫາເຊື້ອພຍາດຢ່າງລະອຽດ. ສ່ວນວ່າຜູ້ທີ່ບໍ່ມີອາການ ກໍຈະຖືກກັກໂຕ 14 ມື້ຢູ່ສູນກັກກັນທີ່ທາງ ແຂວງຈັດໃຫ້ ແລະບາງຄົນກໍຕ້ອງກັກໂຕເອງຢູ່ບ້ານ 14 ມື້ ເພື່ອເຝົ້າ ຣະວັງອາການ, ບໍ່ໃຫ້ອອກໄປໃສ.