ຊາວຊົນນະບົດກັງວົນ ບ່ອນກວດ ໂຄວິດ-19

ໄຊຍາ
2020.04.07
F-Covid19 ສູນປະຕິບັດການ ຄວບຄຸມພຍາດ ໂຄວິດ-19 ຖແຫລງຂ່າວ ຕໍ່ສື່ມວນຊົນລາວ ຣາຍງານຜູ້ຕິດເຊື້ອພຍາດ ເພີ່ມຂຶ້ນ ຮວມທັງຫມົດ 14 ຄົນ
ຂອບໃຈພາບ ຈາກ ສູນສຸຂສຶກສາ

ພາຍຫລັງທີ່ຄະນະສະເພາະກິດ ໄດ້ຖແລງຕໍ່ຊື່ມວນຊົນ ໄດ້ມີຜູ້ຕິດເຊື້ອພຍາດໂຄວິດ-19 ເພີ່ມຂຶ້ນ ສີ່ຄົນ ແຕ່ເປັນທີ່ສັງເກດວ່າ ສາມຄົນ ເດີນທາງມາແຕ່ຕ່າງປະເທດ ແລະ ຜ່ານດ່ານສນາມບິນສາກົລວັດໄຕ ໂດຍກວດຫາເຊື້ອບໍ່ພົບ. ຕໍ່ກໍຣະນີດັ່ງກ່າວ ເປັນເຫດການທີສັງຄົມ ຕ່າງກໍ່ຕັ້ງຄຳຖາມເຖິງ ມາຕການການກວດຫາເຊື້ອພຍາດ ຂອງດ່ານເຂົ້າເມືອງວ່າໄດ້ມາຕຖານແທ້ຫລືບໍ່.

ດັ່ງເຊັ່ນຜູ້ຕິດເຊື້ອ ຄົນທີ 11 ເປັນເພດຊາຍ ອາຍຸ 55 ປີ ສັນຊາດ ປາປົວນີວກີເນັຽ ເປັນພະນັກງານບໍຣິສັດ ພູເບັ້ຽມາຍນິ໊ງ ເປັນຄົນນຶ່ງທີ່ ເດີນທາງຜ່ານດ່ານສາກົລສນາມບິນວັດໄຕ ຖ້ຽວບິນດຽວກັນກັບກໍຣະນີ 12 ແຕ່ ດ່ານກວດບໍ່ພົບ. ດັ່ງ ທ່ານ ພູທອນ ເມືອງປາກ ຮອງ ຣັຖມົນຕຼີກະຊວງ ສາທາຣະນະສຸກ ໄດ້ຖແລງຕໍ່ຊື່ມວນຊົນ ໃນວັນທີ 04 ເມສາວ່າ: ຢັ້ງຢືນວ່າຜູ້ກ່ຽວກວດພົບຢັ້ງຢືນວ່າຕິດເຊື້ອພຍາດ ໃນວັນທີ 04 ເມສາ ເວລາ 10 ໂມງເຊົ້າ. ເຊິ່ງຄົນຕ່າງປະເທດ ຄົນທຳອິດທີ່ຕິດເຊື້ອ ຢູ່ລາວ. ( ສຽງ ທ່ານ ພູທອນ ເມືອງປາກ ວັນທີ 04 ເມສາ.)

ທ່ານໄດ້ກ່າວຕື່ມໃນກໍຣະນີທີ 11 ວ່າເປັນອັນຕະລາຍຫລາຍຍ້ອນຜູ້ກ່ຽວບໍ່ໄດ້ກັກໂຕ ທັງທີ່ວ່າເດີນທາງມາຈາກປະເທດຣະບາດ ເຊັ່ນວັນທີ 21-23 ມີນາ ຜ່ານປະເທດສິງກະໂປ ເດີນທາງເຂົ້າມາລາວ ແລະ ເຂົ້າພັກທີ່ໂຮງແຮມ ຄລາວພລາຊາ. ວັນທີ 25 ມີນາ ກໍເດີນທາງໄປ ເຮັດວຽກ ຢູ່ບໍຣິສັດ ພູເບັ້ຽ ມາຍນິ້ງໂດຍຜູ້ກ່ຽວນັ່ງຣົດໄປເຮັດວຽກຮ່ວມກັບອີກ 11 ຄົນ. ຈົນມາເຖີງ ວັນທີ 05 ເມສາ ຈື່ງໄດ້ກວດພົບເຊື້ອ ແລະ ໄດ້ເຂົ້າ ປີ່ນປົວ ທີ່ໂຮງໝໍມິຕພາບ.

ສ່ວນຜູ້ຕິດເຊື້ອພຍາດໂຄວິດ-19 ກໍຣະນີທີ 12 ເປັນເພດຍີງອາຍຸ 20 ປີ ຢູ່ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເປັນ ນັກສຶກສາທີ່ຮຽນຢູ່ປະເທດອັງກິດ. ດັ່ງພູທອນ ເມືອງປາກ ຮອງຣັຖມົນຕຼີ ກະຊວງສາທາຣະນະສຸກ ໄດ້ກ່າວຢືນຢັນວ່າ ໄດ້ກວດພົບວ່າ ຜູ້ກ່ຽວຕິດເຊື້ອ ໃນວັນທີ 05 ເມສາ ວ່າ: ( ສຽງ ທ່ານ ພູທອນ ເມືອງປາກ. )

ທ່ານໄດ້ກ່າວຕື່ມວ່າ ຜູ້ຕິດເຊື້ອຄົນທີ 12 ໄດ້ຈຳກັດບໍຣິເວັນ ຢູ່ສວນຕົນເອງ ເຊິ່ງເຣີ້ມຕັ້ງແຕ່ວັນທີ 24 ມີນາ ເປັນຕົ້ນມາຈົນຮອດວັນທີ 05 ເມສາ ຜູ້ກ່ຽວມີອາການເຈັບຄໍ, ເຈັບຫົວ ຫັນໃຈຍາກ ຈື່ງໄດ້ມາກວດຢູ່ ໂຮງໝໍມິຕພາບ ຜົລກວດແມ່ນເປັນບວກ. ປັດຈຸບັນໄດ້ເຂົ້າປີ່ນປົວ ທີ່ໂຮງໝໍມິຕພາບ.

ໃນຂນະກໍຣະນີທີ 14 ເປັນໝູ່ທີ່ຮຽນຢູ່ປະເທດອັງກິດ ກັບ ກໍຣະນີ 12 ໄດ້ເດີນທາງກັບ ມາລາວຜູ້ກ່ຽວໄດ້ເຂົ້າມາກວດຍ້ອນ ຮູ້ຂ່າວວ່າໝູ່ ທີ່ຮຽນຢູ່ອັງກິດນຳກັນ ຕິດເຊື້ອ ແລະເຂົ້າປີ່ນປົວແລ້ວ. ສ່ວນກໍຣະນີທີ 13 ເປັນເພື່ອນຮ່ວມງານ ກັບກໍຣະນີ 11 ໄດ້ຮັບເຊື້ອໂດຍກົງ ກວດພົບໃນວັນທີ 05 ເມສາ.

ໃນ 04 ກໍຣະນີທີ່ກວດພົບຫລ້າສຸດ ປະຊາຊົນໄດ້ສະແດງຄວາມກັງວົນວ່າ ເຄື່ອງກວດວັດອຸນຫະພູມ ຂອງທາງການໄດ້ມາຕຖານ ແທ້ບໍ່ ເພາະທັງ 04 ກໍຣະນີ ນີ້ເຫັນວ່າ ຜ່ານການກວດກາຂອງດານສນາມບິນ ສາມ ກໍຣະນີ.

ເມື່ອປຽບທຽບໃສ່ກໍຣະນີດັ່ງກ່່າວ ປະຊາຊົນຢູ່ຕ່າງແຂວງໄດ້ກ່າວຕໍ່ RFA ວ່າ ຖ້າປະຊາຊົນໃນເຂດ ຊົນນະບົດ ຈະໄປກວດຢູ່ໃສ ທັງທີ່ວ່າ ຢູ່ໃນໃຈກາງປະເທດຜູ້ສະແດງອາການໄດ້ສະມັກໃຈເຂົ້າໄປກວດເອງ. ( ສຽງປະຊາຊົນ )

ຄວາມກັງວົນຂອງປະຊາຊົນ ມັນສອດຄ່ອງກັບຂ່າວທີ່ ສື່ທ້ອງຖີ່ນ ແຂວງອຸດົມໄຊໄດ້ຣາຍງານເມື່ອວັນທີ 04 ເມສາ 2020 ຜ່ານມາວ່າ ອາສາສມັກຂັ້ນບ້ານ ໄດ້ຣາຍງານ ເຖິງສາທາຣະນະສຸຂ ເມືອງຫຼາ ແຂວງອຸດົມໄຊ ຢູ່ບ້ານນໍ້າແລ້ງມີຄົນເຈັບປ່ວຍ 84 ຄົນ ຮວມມີທັງ ເດັກນ້ອຍ ແລະຜູ້ໃຫຍ່.

ຕໍ່ຂ່າວດັ່ງກ່າວ ທ່ານ ໝໍ ຈືວ່າ ຊາວເຊັງ ຫົວໜ້າຜແນກສາທາຣະນະສຸກ ເມືອງຫຼາ ໄດ້ຊີ້ແຈງວ່າ ປະຊາຊົນເຂດດັ່ງກ່າວເປັນໄຂ້ຫວັດ ທຳມະດາ ບໍ່ໄດ້ເປັນພຍາດໂຄວິດ-19 ແລະ ປະຊາຊົນໃນບ້ານດັ່ງກ່າວ ໄດ້ຮັບການປີ່ນປົວແລ້ວ.

ສ່ວນສະພາບການຫລ້າສຸດເມື່ອ ວັນທີ 07 ເມສາ 2020 ສູນປະຕິບັດງານ ຄະນະສະເພາະກິດຄວບຄຸມ ໂຄວິດ-19 ທ່ານ ພູທອນ ເມືອງປາກ ຮອງ ຣັຖມົນຕຼີກະຊວງສາທາຣະນະສຸຂ ໄດ້ຖແລງຕໍ່ສື່ມວນຊົນວ່າ ໃນລາວມີຜູ້ຕິດເຊື້ອພຍາດໂຄວິດ-19 ເພີ່ມຂຶ້ນອີກ 02 ຄົນ ຮວມທັງໝົດເປັນ 14 ຄົນ. ໂດຍໃນວັນທີ 06 ເມສາ ໄດ້ກວດກໍຣະນີ ສົງໃສ 73 ຄົນ ໃນນີ້ ນະຄອນຫລວງວຽງຈັນມີ 59, ຢູ່ຕ່າງແຂວງ 14 ຄົນ ເຊັ່ນ ແຂວງຈຳປາສັກ, ບໍ່ແກ້ວ, ໄຊສົມບູນ ຫົວພັນຫລວງພຣະບາງ ຊຽງຂວາງ ແລະ ແຂວງວຽງຈັນ. ( ສຽງທ່ານ ພູທອນ ເມືອງປາກ )

ຜູ້ຕິດເຊື້ອພຍາດໂຄວິດ-19 ຄົນທີ 13 ເປັນເພດຊາຍ ອາຍຸ 40 ປີ ເປັນພະນັກງານບໍຣິສັດ ພູເບັ້ຍມາຍນີງ ປັດຈຸບັນ ຢູ່ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ. ວັນທີ 30-31 ມີນາ ຜູ້ກ່ຽວໄດ້ ເຄື່ອນໄຫວ ກັບຜູ້ຕິດເຊື້ອຄົນທີ 11.

ວັນທີ 01 ເມສາຜູ້ກ່ຽວເຣິ້ມມີອາການໄຂ້ ເຈັບຫົວ. ວັນທີ 02 ເມສາ ໄດ້ເດີນທາງກັບມາບ້ານໃນນັ້ນມີຜູ້ຮ່ວມໂດຍສານ 07 ແລະລູກເມັຽ ກໍໄດ້ໄປຮັບຢູ່ບ່ອນຈອດຣົດຂອງ ບໍຣິສັດ. 03-04 ເມສາ ຍັງບໍ່ທັນມີ ອາການຫຍັງຍັງໄປພົບຄົນໃນຄອບຄົວ ແລະເພື່ອນບ້ານໂດຍກິນເຂົ້າ ນຳກັນ. ຈົນຮອດວັນທີ 05 ເມສາຜູ້ກ່ຽວໄດ້ຮັບຂ່າວວ່າ ມີຄົນເພື່ອນຮ່ວມຕິດເຊື້ອພະຍາດໂຄວິດ-19 ຄົນທີ 11 ຈື່ງໄປກວດຢູ່ໂຮງໝໍ ມິຕພາບ ໄດ້ຮັບການຢັ້ງຢືນ ວ່າຕິດເຊື້ອພຍາດ ແລະໄດ້ເຂົ້າປີ່ນປົວແລ້ວ. ສລຸບແລ້ວກໍຣະນີທີ 13 ຄົນທັງໝົດ 18 ຄົນຈະໄດ້ຕິດຕາມ ກວດກາ.

ຜູ້ຕິດເຊື້ອພຍາດກໍຣະນີທີ 14 ເປັນນັກສຶກສາ ເພດຍິງອາຍຸ 19 ປິ ປັດຈຸບັນ ຢູ່ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫລວງວຽງຈັນ ເປັນ ນັກສຶກສາ ລາວທີ່ຮຽນຢູ່ປະເທດອັງກິດ ເຊີ່ງເປັນໝູ່ກັບ ກໍຣະນີ ທີ 12 ເຊີ່ງມາຮອດລາວ ຕັ່ງແຕ່ວັນທີ 23 ມີນາ ຜູ້ກ່ຽວກໍໄດ້ກັກໂຕເອງ ຢູ່ເຮືອນຫລັງດຽວກັນ ກັບຄອບຄົວ ແຕ່ແຍກຫ້ອງ ແລະເຄື່ອງໃຊ້ ແຕ່ໄລຍະນັ້ນບໍ່ມີອາການຫຍັງມາເຖີງ 05 ເມສາ ໄດ້ຮັບຂ່າວວ່າໝູ່ທີ່ ຮຽນຢູ່ອັງກິດນຳກັນ ຫລື ກໍຣະນີ 12 ຕິດເຊື້ອ ຜູ້ກ່ຽວຕັດສິນໃຈໄປ ກວດທັງທີ່ ວ່າບໍ່ອາການຫຍັງ ແຕ່ຜ່ານການກວດຢັ້ງຢືນ ວ່າຕິດເຊື້ອ ພຍາດໂຄວິດ-19 ແລະໄດ້ນອນປີ່ນປົວຢູ່ໂຮງໝໍ ມິຕພາບ.

ມາເຖິງວັນທີ 07 ເມສາ ໃນລາວມີຜູ້ຕິດພຍາດໂຄວິດ-19 14 ຄົນແລ້ວໃນນີ້ນະຄອນຫລວງວຽງຈັນ 10 ຄົນ, ແຂວງຫລວງພຣະບາງ 03 ຄົນ ແລະ ຄົນຕ່າງປະເທດ 01 ຄົນ. ຖ້າທຽບໃສ່ບັນດາປະເທດ ໃນຂົງເຂດສະມາຊິກອາຊຽນ ລາວ ຢູ່ອັນດັບທີ 10. ສ່ວນສລຸບລວມ ທົ່ວໂລກ ມີຜູ້ຕິດເຊື້ອ 1.348.184 ຄົນ ເສັຍຊີວິດ 74,816 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.