ໂຮງຮຽນຊົນນະບົດຂາດ ອຸປກອນ ຕ້ານໂຄວິດ19
2020.05.21
ໂຮງຮຽນ ໃນເຂດຊົນນະບົດ ຫຼາຍແຫ່ງ ໃນລາວ ຍັງຂາດເຄື່ອງມື ປ້ອງກັນການແຜ່ຣະບາດ ເຊື້ອພຍາດໂຄວິດ-19 ເປັນຕົ້ນ ຢູ່ເມືອງສິງ ແຂວງຫຼວງນໍ້າທາໂຮງຮຽນຈໍານວນ 25 ແຫ່ງ ຈາກທັງໝົດ 48 ແຫ່ງ ຍັງຂາດເຂີນອຸປກອນ ປ້ອງກັນພຍາດໂຄວິດ-19 ຫຼາຍຢ່າງທາງ ໂຮງຮຽນຕ້ອງໄດ້ເອົາເຫຼົ້າ 90 ມາເຮັດເປັນເຈວລ້າງມື ເພື່ອຂ້າເຊື້ອພຍາດ ໃຫ້ນັກຮຽນກ່ອນທີ່ຈະເຂົ້າຫ້ອງຮຽນ ຍ້ອນທາງໂຮງຮຽນບໍ່ມີ ງົບປະມານ ອີກທັງນັກຮຽນສ່ວນຫຼາຍ ບໍ່ມີຜ້າອັດປາກ-ອັດດັງ ຍ້ອນຜູ້ປົກຄອງ ບໍ່ມີເງິນຊື້ ແລະທາງໂຮງຮຽນເອງ ກໍບໍ່ມີເຄື່ອງວັດແທກ ອຸນນະພູມຮ່າງກາຍ ໃຫ້ນັກຮຽນນໍາ, ອີງຕາມຄໍາເວົ້າ ຂອງນາຍຄຣູ ໂຮງຮຽນ ປະຖົມສຶກສາ ບ້ານສົບຫຼ້າ ເມືອງສິງ ແຂວງຫຼວງນໍ້າທາ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ພຶສພາ ນີ້:
“ໂຕຍິງຫັ່ນແມ່ນຂາດທາງນອກ ກໍຄືວ່າແຫຼະ ບໍ່ມີງົບ ອັນປິດປາກ ບາງຄົນກໍບໍ່ມີ ບໍ່ມີເລີຍ ບໍ່ມີເຈວ ກໍເອົາເຫຼົ້າ 90 ຄຣູຖ້າສີດພົ່ນໃຫ້ເດັກ ກ່ອນເຂົ້າຫ້ອງນະ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ໂຮງຮຽນໃນເຂດຊົນນະບົດ ຫຼາຍແຫ່ງ ຍັງລໍຖ້າງົບປະມານ ຈາກຣັຖບານ ເພື່ອຊື້ອຸປກອນປ້ອງກັນເຊື້ອພຍາດ ໂຄວິດ-19 ໃຫ້ນັກຮຽນ ເຖິງແມ່ນວ່າ ບາງໂຮງຮຽນ ຈະໄດ້ຮັບ ງົບປະມານ ເລັກໜ້ອຍແດ່ແລ້ວກໍຕາມ.
ໃນຂນະທີ່ ໂຮງຮຽນໃນເຂດຊົນນະບົດ ຢູ່ເມືອງໜອງແຮດ ແຂວງຊຽງຂວາງ ຈໍານວນ 60 ປາຍແຫ່ງ ຈາກໂຮງຮຽນ ໃນເທສບານເມືອງ 100 ປາຍແຫ່ງ ຍັງຂາດເຂີນອຸປກອບ ປ້ອງກັນເຊື້ອພຍາດໂຄວິດ-19 ຄືກັນ ເປັນຕົ້ນແມ່ນ ເຄື່ອງວັດແທກ ອຸນນະພູມຮ່າງກາຍ ຜ້າອັດ ປາກ-ອັດດັງ ແລະ ເຈວລ້າງມື.
ຜູ້ປົກຄອງນັກຮຽນບາງຄົນ ທີ່ມີເງິນແດ່ ກໍຊື້ຜ້າອັດປາກໃຫ້ລູກ ໃສ່ມາໂຮງຮຽນ ແຕ່ນັກຮຽນອີກຈໍານວນນຶ່ງ ກໍບໍ່ໄດ້ໃສ່ຜ້າອັດປາກເລີຍ, ດັ່ງນາຍຄຣູ ປະຖົມສຶກສາ ບ້ານຫ້ວຍລົມ ເມືອງໜອງແຮດ ກ່າວໃນມື້ ດຽວກັນ ນີ້ວ່າ:
“ອັນອັດປາກຫັ້ນ ກໍບໍ່ມີເດ້ ກໍຫຼາຍອັນຫຼາຍແນວຫັ້ນແຫຼ້ວ ຄືວ່າເກືອບບໍ່ມີໝົດເລີຍນາ ຄືວ່າ ໂຕແຖວເທສບານນີ້ ຄືວ່າ ກຸ້ມຕົນເອງເນາະ ສ່ວນຫຼາຍ ແມ່ນທາງນອກບໍ່ມີເລີຍ ມີແຕ່ຂະເຈົ້າ ໃສ່ສະບູລ້າງມືຫັ່ນແຫຼະ ໃສ່ສະບູຫ່ັນລ້າງມືເນາະ ຄືສະບູອາບນໍ້າ ສະບູຫຍັງຫັ່ນນາ ແຕ່ວ່າຜ້າອັດປາກ ໄດ້ໜ້ອຍ ໂຕອາຈານຫັ້ນກະບໍ່ພໍຊໍ້າ.”
ໂຮງຮຽນໃນເຂດຊົນນະບົດ ຢູ່ເມືອງຊະນະສົມບູນ ແຂວງຈໍາປາສັກ ຈໍານວນ 60 ແຫ່ງກໍຂາດເຂີນອຸປກອນ ປ້ອງກັນ ການຣະບາດຂອງ ເຊື້ອພຍາດໂຄວິດ-19 ເຊັ່ນກັນ ເປັນຕົ້ນ ເຄື່ອງວັດແທກອຸນນະພູມ ຮ່າງກາຍ, ຜ້າອັດປາກ, ເຈວລ້າງມື ທາງໂຮງຮຽນໄດ້ແນະນໍາໃຫ້ ນັກຮຽນແຕ່ລະຄົນລ້າງມືໃສ່ສະບູ ກ່ອນເຂົ້າຮຽນ ແລະຫຼັງຈາກຮຽນແລ້ວ ດັ່ງເຈົ້າໜ້າທີ່ຜແນກສຶກສາທິການແລະກິລາ ເມືອງຊະນະສົມບູນ ແຂວງຈໍາປາສັກ ກ່າວວ່າ:
“ຜ້າອັດປາກ ເຈວລ້າງມື ເຄື່ອງວັດແທກອຸນນະພູມ ກໍບໍ່ມີ ເຂດຫ່າງໄກຈະບໍ່ໄດ້ໃຊ້ ເຮົາມີແຕ່ແນະນໍາໃຫ້ເຂົາເຈົ້າ ໃຊ້ສະບູລ້າງມື ກ່ອນເຂົ້າ ຫ້ອງກໍໃຫ້ລ້າງມື ໃຫ້ໃຫ້ແບບປະຖົມປະຖານ.”
ທ່ານກ່າວຕື່ມວ່າ ຄະນະສະເພາະກິຈ ປະຈໍາເມືອງ ກໍໄດ້ລົງໄປແນະນໍາ ຜູ້ປົກຄອງນັກຮຽນ, ຄຣູ ແລະອໍານາດການປົກຄອງບ້ານ ໃຫ້ຊອກ ວິທີປ້ອງກັນໂຕເອງຊ່ອຍກັນ ຍ້ອນວ່າ ຫ້ອງການສຶກສາ ບໍ່ມີ ງົບປະມານ ໃນການຊ່ອຍເຫຼືອທຸກໂຮງຮຽນ ແຕ່ປັດຈຸບັນ ເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ສເນີບັນຫາ ດັ່ງກ່າວ ໃຫ້ເມືອງແລະແຂວງ ຮັບຮູ້ແລ້ວ ເພື່ອຊອກວິທີແກ້ໄຂ ໃຫ້ປະຊາຊົນ ແລະນັກຮຽນ.
ກ່ຽວກັບເຣື້ອງນີ້ ຮອງ ສາສດາຈານ ດຣ. ກອງສີ ແສງມະນີ ຮອງຣັຖມົນຕຣີ ກະຊວງສຶກສາທິການ ແລະກິລາ ໄດ້ກ່າວໃນໂອກາດ ຖແລງຂ່າວ ຮ່ວມກັບຄະນະສະເພາະກິຈ ໃນວັນທີ 18 ພຶສພາ ຜ່ານມານີ້ວ່າ ຫຼາຍໂຮງຮຽນ ໃນເຂດຊົນນະບົດ ຈະຂາດເຂີນອຸປກອນ ປ້ອງກັນໂຄວິດ-19 ກໍຢາກຮຽກຮ້ອງ ໃຫ້ພໍ່ແມ່ຜູ້ປົກຄອງ ເປັນເຈົ້າການ ເອົາໃຈໃສ່ລູກຫຼານໂຕເອງ ອີກທັງແຈ້ງໃຫ້ໂຮງຮຽນ ເອົາເງິນ ສ່ວນບໍຣິຫານ ໂຮງຮຽນມານໍາໃຊ້ ຊື້ອຸປກອນປ້ອງກັນໂຄວິດ-19 ໃຫ້ນັກຮຽນ ອ່ານເອົາສຽງບໍ່ດີ:
“ບ່ອນທີ່ບໍ່ສາມາດປະຕິບັດໄດ້ ຂ້າພະເຈົ້າກໍໄດ້ແນະນໍາໃຫ້ ຂໍຄວາມຮ່ວມມື ຈາກພໍ່ແມ່ຜູ້ປົກຄອງແລະຊຸມຊົນ ດັ່ງນັ້ນກະຊວງສຶກສາທິການ ເອງກໍໄດ້ມີແຈ້ງການ ໃຫ້ສະຖານການສຶກສາທົ່ວປະເທດ ໃຫ້ນໍາໃຊ້ເງິນບໍຣິຫານໂຮງຮຽນ ເພື່ອຈັດຊື້ເຄື່ອງມືດັ່ງກ່າວ ໃນການໃຫ້ລູກຫຼານ ຂອງພວກເຮົາໄດ້ຮໍ່າຮຽນ.”
ຢ່າງໃກກໍຕາມໂຮງຮຽນໃນເຂດຊົນນະບົດ ຢູ່ເມືອງສິງ ເມືອງໜອງແຮດ ແລະເມືອງຊະນະສົມບູນ ທັງໝົດສາມາດ ຈັດການຮຽນ-ການສອນ ໂດຍໃຫ້ມີໄລຍະຫ່າງ 1-2 ແມັດ ຣະຫວ່າງໂຕະນັກຮຽນຕາມຄໍາ ແນະນໍາ ຂອງຄະນະສະເພາະກິຈ ໂດຍບໍ່ພົບບັນຫາເນື້ອທີ່ ຫ້ອງຮຽນບໍ່ ພຽງພໍ ເນື່ອງຈາກວ່າ ມີແຕ່ນັກຮຽນຊັ້ນປີສຸດທ້າຍ ເທົ່ານັ້ນທີ່ມາຮຽນ ຄື ຊັ້ນ ປໍ5, ມໍ4 ແລະ ມໍ7 ທີ່ເປີດຮຽນ.