ລາວ ຂາດແພດແລະໝໍ ເພາະຂາດ ງົບປະມານ

ສຸພັດຕາ
2019.03.18
f-health ກະຊວງສາທາຣະນະສຸຂ ສປປ ລາວ
Public Domain

ກະຊວງສາທາຣະນະສຸຂ ສປປລາວ ຂາດແພດແລະໝໍ ຍ້ອນໂຄຕ້າຣັຖກອນ ໃນແຕ່ລະປີ ມີໜ້ອຍ ເຮັດໃຫ້ແພດແລະໝໍ ບໍ່ພຽງພໍໍຕໍ່ການ ປິ່ນປົວຄົນປ່ວຍ, ອີກປັດໃຈນຶ່ງ ນັກຮຽນແພດຫຼາຍຄົນ ເມື່ອຈົບອອກມາແລ້ວ ບໍ່ໄປເສັງເປັນຣັຖກອນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກົມປິ່ນປົວ ກະຊວງສາທາຣະນະສຸຂ ໃນວັນທີ 15 ມິນາ ນີ້:

“ແຕ່ວ່າດຽວນີ້ ມັນເວົ້າເຣື່ອງວິຊາສະເພາະ ຄືວ່າການແພດປຣິນຍາຕຣີການແພດ ຄົນຮຽນຈົບມັນຫຼາຍ, ແຕ່ວ່າເຂົາບໍ່ສມັກງານ, ເວົ້າເຣື່ອງ ໂຄຕ້າກໍຈໍາກັດແນ່, ບາດນີ້ເວົ້າເຣື່ອງອີງໃສ່ການບັນຈຸ, ການຊັບຊ້ອນແນ່, ເຣື່ອງຣັຖກອນເຮົາກໍມັນຫຼາຍຢູ່.”

ທ່ານກ່າວຕື່ມວ່າ ປີນີ້ ຣັຖບານໃຫ້ໂຄຕ້າຣັຖກອນ ສາທາຣະນະສຸຂທັງໝົດ 220 ຄົນ, ຫຼຸດລົງຈາກປີກາຍເຖິງເຄິ່ງນຶ່ງທີ່ໄດ້ 440 ຄົນ, ຊຶ່ງແພດແລະໝໍ ທີ່ໄດ້ຮັບເຂົ້າເປັນຣັຖກອນ ກໍໍມັກຈະປະຈໍາຢູ່ຫ້ອງການ ເປັນນັກວິຊາການ ແລະປະຈໍາຢູ່ໂຮງໝໍໃຫຍ່, ບໍ່ໄປປະຈໍາຢູ່ ໂຮງໝໍແຂວງ ຫຼື ເມືອງ, ຈຶ່ງເປັນສາເຫດຫຼັກ ທີ່ແພດແລະໝໍ ບໍ່ພຽງພໍຕໍ່ການປິ່ນປົວ, ແພດແລະໝໍ ອີກຈໍານວນນຶ່ງເມື່ອຮຽນຈົບແລ້ວ, ກໍໄປເຮັດວຽກຢູ່ໂຮງໝໍເອກກະຊົນ, ບາງຄົນກໍເປີດຄລີນິກສ່ວນໂຕ ແລະບາງຄົນກໍໄປຮຽນຕໍ່ ປຣິນຍາໂທ ໃນຕ່າງປະເທດ.

ທ່ານວ່າ ສປປລາວ ມີຄວາມຕ້ອງການແພດແລະໝໍຢ່າງໜ້ອຍ 100 ຄົນໃນທຸກແຂວງ, ໃນນັ້ນບໍ່ຮວມພຍາບານ ແລະພະນັກງານອື່ນໆ:

“ບາງວິຊາພັດຫຼາຍໂພດ, ບາງວິຊາພັດຄວາມຕ້ອງການມີໜ້ອຍ, ມັນໜ້ອຍອີຫຼີ ຕົວຢ່າງ ປຣິນຍາຕຣີການແພດ, ວິຊາອື່ນພັດຫຼາຍ.”

ປັດຈຸບັນ ໂຄຕ້າຮຽນ ແພດແລະໝໍ ໃນລາວ ມີປະມານ 500 ຄົນຕໍ່ປີ ໃນນັ້ນ 300 ຄົນ ຈະຮຽນຢູ່ມະຫາວິທຍາລັຍແຫ່ງຊາດ, ນະຄອນຫຼວງວຽງຈັນ ແລະອີກ 200 ຄົນ ຣັຖບານຈະຄັດເລືອກ ແລ້ວສົ່ງໄປຮຽນທີ່ວຽດນາມ, ແຕ່ເມື່ອຈົບມາ ກໍມີໜ້ອຍຄົນ ທີ່ຈະເລືອກເປັນຣັຖກອນ ແພດແລະໝໍ.

ອີງຕາມຣາຍງານ ຂອງອົງການອະນາມັຍໂລກ ແພດແລະໝໍ 1 ຄົນ ຄວນຈະປິ່ນປົວຄົນປ່ວຍ 800 ຄົນຕໍ່ປີ, ເພື່ອໃຫ້ການປິ່ນປົວ ມີປະສິດທິພາບ ແຕ່ໃນສປປລາວ ແພດແລະໝໍ 1 ຄົນ ປິ່ນປົວຄົນປ່ວຍຢ່າງໜ້ອຍ 1,000 ຄົນຕໍ່ປີ ນັ້ນໝາຍເຖິງ ປະສິດທິພາບ ການປິ່ນປົວ ຂອງແພດແລະໝໍ ກໍຈະຫຼຸດລົງ.

ເຈົ້າໜ້າທີ່ກົມປິ່ນປົວ ກະຊວງສາທາຣະນະສຸຂ ທ່ານນີ້ເວົ້າອີກວ່າ ຣັຖບານຄວນຈະເພີ່ມຈໍານວນ ໂຄຕ້າຣັຖກອນ ແພດແລະໝໍ ແຕ່ລະປີ ໃຫ້ພຽງພໍ, ພ້ອມທັງຈັດຕັ້ງການຄຸ້ມຄອງ ບໍຣິຫານຢ່າງເປັນຣະບົບ, ປັບປຸງຂໍ້ມູນຂ່າວສານ ດ້ານສາທາຣະນະສຸຂ ໃຫ້ທັນສມັຍ ແລະເພີ່ມ ງົບປະມານ ໃຫ້ພຽງພໍ ໃຫ້ທົ່ວເຖິງທຸກໂຮງໝໍ ເພື່ອໃຫ້ແພດແລະໝໍ ຈົບໃໝ່ ສົນໃຈເຂົ້າມາ ເປັນຣັຖກອນຫຼາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.