ໂຮງໝໍມະໂຫສົດຈະຜ່າຕັດ ໂດຍ ບໍ່ເສັຽຄ່າ
2014.01.27
ເຈົ້າຫນ້າທີ່ ທ່ານນື່ງເວົ້າວ່າ ໂຮງພຍາບານມະໂຫສົດ ນະຄອນຫລວງ ວຽງຈັນ ຈະເປີດບໍຣິການ ຜ່າຕັດຄົນໄຂ້ ສາເຫດມາຈາກໄຟໄຫມ້ ແລະ ນ້ຳຮ້ອນລວກ ໂດຍບໍ່ຄິດຄ່າ ໃຊ້ຈ່າຍ ເລີ້ມແຕ່ວັນທີ 24 ກຸມພາ ໄປຮອດ ວັນທີ 7 ມີນາ ປີນີ້ ໂດຍຈະມີ ທ່ານໝໍລາວ ທ່ານໝໍ ຈາກ ປະເທດອອສເຕຣເລັຽ ແລະນິວຊິແລັນ ຮ່ວມກັນ ດຳເນີນງານ.
"ວັນທີ 24 ເດືອນ 2 ຮອດວັນທີ 7 ເດືອນ 3 ມະໂຫສົດ ຢູ່ຕຶກພາຍນອກ ຕຶກສາມຊັ້ນ ຕຶກໃຫມ່ 3 ຊັ້ນ ມີແຕ່ເຂົ້າມາລົງທະບຽນ".
ນາງກ່າວຕື່ມວ່າຜູ້ທີ່ສົນໃຈ ຢາກຜ່າຕັດ ສາມາດມາລົງທະບຽນໄດ້ ໃນມື້ບໍຣິການ ທ່ານຫມໍຈາກອອສເຕຣເລັຽ ແລະນິວຊິແລັນ ທັງຫມົດ 7 ຄົນ ຈະໃຫ້ບໍຣິການ ຜ່າຕັດ ໂດຍບໍ່ຈຳກັດຈຳນວນ ແຕ່ຄາດວ່າໃນມື້ນັ້ນ ຈະມີຜູ້ໃຊ້ບໍຣິການ ເປັນຈຳນວນຫລວງຫລາຍ ຈື່ງຢາກໃຫ້ ຜູ້ສົນໃຈມາຜ່າຕັດ ແຕ່ເຊົ້າ ເພື່ອຈະບໍ່ພາດ ໂອກາດດີໆ ແບບນີ້.
ການບໍຣິການດັ່ງກ່າວ ແມ່ນການຮ່ວມມື ຣະຫວ່າງ ໂຮງຫມໍມະໂຫສົດ ກັບອົງການ INTERPLAST ຈາກປະເທດອອສເຕຣເລັຽຊື່ງເປັນ ອົງການ ການກຸສົນ ທີ່ຊ່ອຍເຫລືອຜູ້ດ້ອຍໂອກາດ ແລະຜູ້ທີ່ມີຈຸດບົກຜ່ອງໃນຮ່າງກາຍ ໂດຍບໍ່ເສັຽຄ່ານອກຈາກຈະໃຫ້ ການຊ່ອຍເຫຼືອ ແກ່ຄົນລາວແລ້ວ ຍັງໄດ້ໃຫ້ຄວາມຮູ້ແກ່ ເຈົ້າຫນ້າທີ່ ສາທາຣະນະສຸຂ ໃນລາວນຳອີກ ທີ່ຜ່ານມາ ອົງການດັ່ງກ່າວ ໄດ້ມາຊ່ອຍເຫລືອ ລາວ ກວ່າ 20 ຄັ້ງ ແລ້ວ ໃນການຜ່າຕັດ ຄົນປາກແວ່ງ ໃນລາວ.