ການປິ່ນປົວພນັກງານຣັດ


2014.01.15
F-savanh-H ໂຮງຫມໍແຂວງ ​ທີ່ ແຂວງ ສວັນນະເຂດ
Phomnouinh

 

ເຈົ້າຫນ້າທີ່ທ່ານນຶ່ງເວົ້າວ່າ ການຮັກສາປີ່ນປົວ ຕາມຣະບົບປະກັນສຸຂພາບ ຂອງພນັກງານຣັຖ ທີ່ແຂວງ ສວັນນະເຂດ ໃນໂຮງຫມໍ ແຂວງ ແລະໂຮງ ຫມໍເມືອງ ຍັງມີບັນຫາຫລາຍຢູ່ ແລະຖືກວິພາກວິຈານ ຈາກຜູ້ໃຊ້ ບໍຣິການ  ຢ່າງຕໍ່ເນື່ອງ.

"ມັນກໍເວົ້າແລ້ວ ອຸປກອນການຮັບໃຊ້ ບໍ່ພຽງພໍ ແຕ່ວ່າເຣື້ອງແພດເຣື້ອງຫມໍ ຂະເຈົ້າ ກໍເອົາໃຈໃສ່ດີ ບໍຣີິການດີຢູ່ ແຕ່ອຸປກອນການ ຮັບໃຊ້ ບໍ່ທັນໄດ້ ສົມບູນວ່າຊັ້ນຊະ".

ທ່ານກ່າວຕື່ມວ່າ ໃນໂຮງຫມໍເມືອງ ຈະບໍ່ມີ ອຸປກອນຫລາຍ ບໍ່ສາມາດປົວໄດ້ ທຸກຢ່າງ ເຮັດໃຫ້ຄົນໄຂ້ ບາງຄົນຕ້ອງໄດ້ໄປປົວທີ່ ໂຮງພຍາບານ ແຂວງ ນອກຈາກ ຈະເສັຽເວລາໃນການເດີນທາງແລ້ວ ຍັງເສັຽເວລາ ໃນການລໍຄິວເຂົ້າ ປີ່ນປົວນຳອີກ ຍ້ອນວ່າໃນ ໂຮງຫມໍແຂວງ ມີຄົນໄຂ້ຫລາຍ.

ອິງຕາມຂໍ້ມູນ ຂອງອົງການປະກັນສັງຄົມ ແຫ່ງຣັຖ ແຂວງສວັນນະເຂດ ໃນສົກ ປີ 2012-2013 ຜ່ານມາ ແຂວງສວັນນະເຂດ ໄດ້ ອອກບັດປະກັນສຸຂພາບ ໃຫ້ແກ່ ສມາຊິກທັງຫມົດແລ້ວ ກວ່າ 34 ພັນຄົນ ຊື່ງຈະສາມາດ ເຂົ້າປີ່ນປົວ ຕາມໂຮງຫມໍແຂວງ ແລະ ໂຮງຫມໍເມືອງໄດ້ ທັງໝົດ 15 ແຫ່ງ ໃນປີທີ່ຜ່ານມາ ແຂວງສວັນນະເຂດ ໄດ້ໃຊ້ຈ່າຍຄ່າປີ່ນປົວ ໃຫ້ແກ່ພນັກງານຣັຖທັງຫມົດ 3.61 ຕື້ກີບ.

ເຈົ້າຫນ້າທີ່ຈາກອົງການປະກັນສັງຄົມແຫ່ງຣັຖ ທ່ານນື່ງເວົ້າວ່າ ການປີ່ນປົວ ພນັກງານຣັຖ ຕາມຣະບົບການປະກັນ ສຸຂພາບ ຍັງ ມີບັນຫາຫລາຍຢູ່ ທີ່ຈະຕ້ອງ ໄດ້ແກ້ໄຂ ດັ່ງຕົວຢ່າງ ຄຸນນະພາບ ໃນການປີ່ນປົວ ແລະ ຄວາມວ່ອງໄວ ໃນການປີ່ນປົວ ຄົນໄຂ້ ແລະ ອຸປກອນການປີ່ນປົວ ຄົນໄຂ້ ຍັງຂາດເຂີນຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.