ແມ່-ເດັກນ້ອຍກວດສຸຂພາບ ບໍ່ເສັຽຄ່າ
2014.01.15

ຕາມແຜນການ ທີ່ ທະນາຄານ ໂລກ ໄດ້ສເນີ ໃຫ້ ທາງການ ລາວ ບໍຣິການ ສຸຂພາບ ແມ່ແລະເດັກນ້ອຍ ບໍ່ເສັຽຄ່າ ໃນເຂດ ຊົນນະບົດຂອງລາວນັ້ນທາງການລາວຈະເພີ້ມການປະຕິບັດງານ ຫລາຍຂື້ນ ໃນປີນີ້.
ຫລັງຈາກ ທີ່ ການທົດລອງ ໃນເຂດ 2 ໂຕເມືອງ ເມື່ອ 2 ປີ ຜ່ານມາ ໄດ້ຮັບ ຜົລສໍາເຮັດ ໂດຍ ມີຈຳນວນ ແມ່ຍິງ ທີ່ຖືພາ ໄປອອກລູກ ໃນໂຮງຫມໍແລະສຸຂສາລາ ເພີ້ມຂື້ນ 300% ຈາກ 40% ໃນບັນດາ ຫົວເມືອງ ທີ່ຍັງເກັບ ຄ່າໃຊ້ຈ່າຍ ຢູ່.
ແຕ່ບັນຫາ ມີຢູ່ວ່າ ນັກວິຊາການ ທ່ານນື່ງເວົ້າວ່າ ຣັຖບານລາວ ຈະໄດ້ເງີນ ມາຈາກໃສ ໃນການ ບໍຣິການສຸຂພາບແມ່ແລະເດັກ ນ້ອຍ ໂດຍບໍ່ໍເກັບ ຄ່າໃຊ້ຈ່າຍ ໃນ ທົ່ວປະເທດ ອາສັຍແຕ່ເງິນ ຊ່ອຍເຫລືອ ຈາກ ຕ່າງປະເທດ ແບບໃນຣະຍະທີ່ຜ່ານມາກໍຍັງບໍ່ ພຽງພໍ ແລະໃນປັດຈຸບັນ ການຊ່ອຍເຫລືອ ຈາກ ຕ່າງປະເທດ ກໍຫລຸດລົງ ຫລາຍ ຍ້ອນເຫດ ວິກິດການ ດ້ານເສຖກິດ ໃນໂລກ.
ບັນຫາ ທີສອງ ກໍແມ່ນ ໂຄງຮ່າງພື້ນຖານ ການ ຄົມມະນາຄົມ ຖນົນຫົນທາງ ໄປມາຫາສູ່ ພນັກງານ ສາທາຣະນະສຸຂ ກໍບໍ່ຢາກໄປ ປະຕິບັດ ງານ ໃນເຂດ ຫ່າງໄກ ສອກ ຫລີກ ຍ້ອນໄດ້ ເງິນ ເດືອນຫນ້ອຍ ແລະ ກໍເປັນການ ສ່ຽງຕໍ່ ສຸຂພາບ ແລະ ການດຳຣົງ ຊີວິິດ ຂອງ ພວກຂະເຈົ້າ.
ກຸ່ມດັ່ງກ່າວ ເວົ້າວ່າ ສຳລັບ ການທົດລອງ ໃນສອງເມືອງ ດັ່ງກ່າວ ອາດຈະໄດ້ ຜົລດີ ຍ້ອນວ່າ ສອງຫົວເມືອງ ອາດມີ ໂຄງຮ່າງ ພື້ນຖານ ການ ຄົມມະນາຄົມ ດີ ແລະມີ ສຸຂສາລາ ທີ່ເຫມາະສົມ ພນັກງານ ສາທາຣະນະສຸຂ ພໍໃຈ ໃນການເຮັດວຽກ ແຕ່ໃນເຂດ ອື່ນ ອາດຈະປະສົບ ບັນຫາ ຫລາຍຢ່າງ.