ຫຼວງພຣະບາງຍັງລະຫຼວມ ມາຕການ ໂຄວິດ-19
2021.04.19

ໃນໄລຍະບຸນປີໃໝ່ລາວ ພສ. 2564 ນີ້ ຢູ່ນະຄອນຫຼວງພຣະບາງ ຮັກສາມາຕການປ້ອງກັນໂຄວິດ-19 ບໍ່ໄດ້ດີເທົ່າທີ່ຄວນ, ມີການ ດື່ມສິ່ງມຶນເມົາ ແລະ ຫົດນໍ້າກັນຢູ່ໜ້າບ້ານ, ຢູ່ກາງທາງ, ບໍ່ຮັກສາໄລຍະຫ່າງ ຊຶ່ງມີຄວາມສ່ຽງ ຕໍ່ການຣະບາດຂອງ ໂຄວິດ-19. ແຕ່ໂດຍທົ່ວໄປແລ້ວ ການສລອງບຸນປີໃໝ່ລາວ ປີນີ້ ກໍດໍາເນີນໄປດ້ວຍດີ.
ເຈົ້າໜ້າທີ່ຕໍາຣວດ ກອງບັນຊາການປ້ອງກັນຄວາມສງົບ ແຂວງຫຼວງພຣະບາງທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 19 ເມສາ ນີ້ວ່າ ເຖິງຈະມີປາກົດການ ຄືທີ່ວ່ານັ້ນກໍຕາມ ແຕ່ການສລອງບຸນປີໃໝ່ລາວ ປີນີ້ ຢູ່ນະຄອນຫຼວງພຣະບາງ ກໍປົກກະຕິ ແລະ ເປັນໄປດ້ວຍດີ, ປະຊາຊົນໃຫ້ຄວາມຮ່ວມມື ໃນການປະຕິບັດ ມາຕການ ປ້ອງກັນໂຄວິດ-19, ບໍ່ມີເຫດ ການຮຸນແຮງຫຍັງເກີດຂຶ້ນ ດັ່ງທີ່ທ່ານກ່າວວ່າ:
“ເຈົ້າໆ ລາບລື້ນໄປໄດ້ດີ ບໍ່ມີເຫດການຫຍັງເກີດຂຶ້ນ ເຈົ້າ, ເພາະວ່າຫ້ອງການເຮົາກະໄປຮັບໃຊ້ ຢູ່ສູ່ມື້ນີ້ນ່າ ຮອດມື້ອື່ນ ຮອດວັນທີ 19 ຊໍ້າ ມື້ນີ້ນີ້ແຫຼະ.”
ທ່ານກ່າວຕື່ມອີກວ່າ ໃນໄລຍະສລອງບຸນປີໃໝ່ລາວ ປີນີ້ ສະເພາະຢູ່ນະຄອນຫຼວງພຣະບາງ ມີເຈົ້າໜ້າທີ່ຕໍາຣວດ ປກສ. ເມືອງ, ປກສ ແຂວງ ແລະເຈົ້າໜ້າທີ່ ສາທາຣະນະສຸຂແຂວງ ຕັ້ງຈຸດ ແລະກວດກາແຕ່ມື້ວັນທີ 14 ຫາວັນທີ 19 ເມສາ ເພື່ອເຝົ້າຣະວັງ ເຣື່ອງການຫົດນໍ້າ ແລະການກິນດື່ມຊຸມແຊວ, ເມື່ອມີການຣະເມີດ ການແຈ້ງການຂອງທາງການ ກໍໄດ້ຕັກເຕືອນ, ແຕ່ບໍ່ໄດ້ປັບໃໝ.

ໃນຂນະດຽວກັນ ຊາວນະຄອນຫຼວງພຣະບາງ ຜູ້ນຶ່ງ ກໍກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ການສລອງບຸນປີໃໝ່ລາວປີນີ້ ທາງການເພິ່ນ ໃຫ້ຈັດກິຈກັມຕ່າງໆຄືກັນກັບທຸກປີ, ແຕ່ບໍ່ໃຫ້ຈັດໃຫຍ່ ທີ່ມີຜູ້ເຂົ້າຮ່ວມຫຼາຍຄົນ:
“ແຫ່ຄືເມື່ອກ່ອນ ແຕ່ວ່າຫາກຂະບວນ ນ້ອຍກວ່າເມື່ອກ່ອນ ເພິ່ນຫາກວ່າ ກໍານົດບໍ່ໃຫ້ສັງສັນເປັນກຸ່ມ ເປັນຈໍານວນຫຼາຍວ່າຊັ້ນສາ ວ່າສິເຮັດຫລິ້ນກິນແບບມ່ວນຊື່ນ ສາມັກຄີກັນ ເປັນວົງໃຫຍ່ ເພິ່ນບໍ່ອະນຸມັດໃຫ້ເຮັດ.”
ແລະຊາວນະຄອນຫຼວງພຣະບາງ ອີກຜູ້ນຶ່ງ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ເຖິງຈະໄດ້ຈັດງານຂນາດນ້ອຍ ແຕ່ກໍ ມ່ວນຊື່ນຫຼາຍ ເຖິງບໍ່ມີການແຫ່ນາງສັງຂານ ກໍພາກັນດຶ່ມ ເຫລົ້າ ດື່ມເບັຽ, ກິນດື່ມພາຍໃນຄອບຄົວ ເປັນປົກກະຕິ, ບໍ່ກັງວົນ ເຣື່ອງການຣະບາດ ຂອງໂຄວິດ-19 ເພາະທາງການເພິ່ນ ມີມາຕການປ້ອງກັນ ເຂັ້ມງວດ ຢູ່ແລ້ວ:
“ໂອ໋ຍ! ຢູ່ພີ້ມ່ວນຫຼາຍໄດ໋ປີນີ້ ແຕ່ວ່າຫາກບໍ່ມີແຫ່ນາງສັງຂານ ພາກັນກິນເຫລົ້າກິນເບັຽ ຄືເກົ່າຫັ້ນແຫຼະ ແຕ່ຢູ່ຫຼວງພຣະບາງ ບໍ່ເປັນຫຍັງເດ໋ ມີແຕ່ຢູ່ວຽງ ອັນມີແຕ່ຄົນລາວນີ້ແຫຼະ ນັກທ່ອງທ່ຽວ ສ່ວນຫຼາຍ ກະມີແຕ່ພວກເຂົາ ມາຕິດຄ້າງ ຢູ່ນີ້ເນາະ.”
ເຈົ້າໜ້າທີ່ຫ້ອງວ່າການ ນະຄອນຫຼວງພຣະບາງ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 19 ເມສາ ນີ້ວ່າ ການຈັດງານສລອງ ບຸນປີໃມ່ລາວປີນີ້ ບໍ່ໄດ້ຈັດງານໃຫຍ່, ເຮັດໄປ ຕາມຮີດຄອງ ປະເພນີ ຂອງນະຄອນຫຼວງພຣະບາງ ເປັນຫລັກ, ທາງການເພີ່ນມີ ມາຕການປ້ອງກັນໂຄວິດ-19 ເຂັ້ມງວດ, ບໍ່ໃຫ້ມີການຊຸມແຊວກິນດື່ມ ຮ່ວມກັນຫຼາຍໆຄົນ, ໃຫ້ຮັກສາໄລຍະ ຫ່າງ ຊຶ່ງກໍເຫັນວ່າ ປະຕິບັດໄດ້ດີ ດັ່ງທີ່ທ່ານກ່າວວ່າ:
“ຈັດງານນ້ອຍໆ ຕາມຮີດຕາມຄອງຕາມປະເພນີ ແຕ່ພວກເຮົາກະມີການປ້ອງກັນ ການເຝົ້າຣະວັງ ອັນນັ້ນອັນນີ້ຢູ່ ໄດ້ປະຕິບັດຕາມ ມາຕການຮັກສາໄລຍະຫ່າງ ຫັ້ນແຫຼະ.”
ທ່ານກ່າວຕື່ມວ່າ ພາຍຫລັງສິ້ນສຸດງານ ສລອງບຸນປີໃໝ່ລາວແລ້ວ ຫາກຍັງກວດພົບວ່າມີ ການຣະບາດຂອງ ໂຄວິດ-19 ເພິ່ມຂຶ້ນ ກໍອາຈມີມາຕການປ້ອງກັນ ເຂັ້ມງວດຂຶ້ນ ເຊັ່ນ: ການປິດບ້ານຕໍ່ບ້ານ, ປິດເມືອງຕໍ່ເມືອງ ຫລື ຫ້າມຜູ້ຄົນຈາກແຂວງອື່ນ ທີ່ມີຄວາມ ສ່ຽງສູງ ເດີນທາງເຂົ້າມາ ແຂວງຫຼວງພຣະບາງ ຊຶ່ງຂນະນີ້ ມີການເຝົ້າຣະວັງ ຢ່າງໃກ້ຊິດ.
ຕາມການເຜີຍແຜ່ ທາງວີດີໂອ ຂອງສື່ສັງຄົມອອນລາຍ, ປາກົດວ່າ ການສລອງບຸນປີໃໝ່ລາວ ຢູ່ນະຄອນຫຼວງພຣະບາງປີນີ້ເປັນໄປ ແບບລື້ນເລີງກວ່າຢູ່ເມືອງອື່ນໆ ຂອງລາວ ຈົນລະເລີຍ ມາຕການປ້ອງກັນ ການຣະບາດຂອງ ໂຄວິດ-19, ມີການຕັ້ງກຸ່ມດື່ມສິ່ງ ມຶນເມົາ ຢູ່ໜ້າບ້ານ, ຫົດນໍ້າກັນຢູ່ກາງທາງຖນົນ, ບໍ່ໃສ່ຜ້າອັດປາກອັດດັງ ເປັນຕົ້ນ.