ເດັກນ້ອຍແຝດຂາດອາຫານ


2013.08.22
F-Twin ເດັກນ້ອຍຝາແຝດຂາດອາຫານຢູ່ບ້ານສົມສນຸກ, ເມືອງປາກອູແຂວງຫລວງພຣະບາງຕ້ອງການຄວາມຊ່ອຍເຫລືອ ຢ່າງຮີບດ່ວນ.
ພາບ: ຜູ່ບໍ່ປະສົງອອກນາມ

 

ເດັກນ້ອຍຂາມແຝດ ຢູ່ ແຂວງຫລວງພະບາງ ຂາດເຂີນອາຫານຢ່າງໜັກຈ່ອຍຜອມ ມີນໍ້າໜັກພຽງແຕ່ ສາມກິໂລເທົ່ານັ້ນ ຕ້ອງການ ການ ຊ່ວຍເຫລືອໂດຍດ່ວນ. ເດັກນ້ອຍສອງຄົນນີ້ ມີອາຍຸພຽງ 9 ເດືອນ ເກີດຢູ່ໃນຄອບຄົວທຸກຍາກ ທີ່ມີລູກທັງໝົດ ຫ້າຄົນ ຢູ່ບ້ານສົມສນຸກ ເມືອງປາກອູ ແຂວງຫລວງ ພຣະບາງ. ຜູ້ເປັນແມ່ກໍຂາດເຂີນອາຫານເຊັ່ນກັນຈົນບໍ່ມີນໍ້ານົມໃຫ້ລູກກິນ. ເຈົ້າໜ້າທີ່ ແຂວງຫລວງພຣະບາງ ຜູ້ນຶ່ງ ເລົ່າເຖິງສະພາບ ຂອງເດັກນ້ອຍຂາມແຝດ ຄູ່ນີ້ຕື່ມວ່າ:

“ເປັນເດັກຫັ່ນນະ ກຳລັງມີບັນຫາເນາະ ຂາດສານອາຫານ ຂັ້ນຮ້າຍແຮງ ເປັນຄອບຄົວທຸກຈົນນະ ບໍ່ມີເຂົ້າກິນເນາະ ເງິນກະບໍ່ມີ ເຂົ້າກິນ ກະບໍ່ມີ ລູກກໍຫ້າຄົນແລ້ວສິນະ ຈະເປັນບ່ອນທຸກຍາກ ຫລາຍຄອບຄົວນີ້ນະ.”

ເຈົ້າໜ້າທີ່ຜູ້ນີ້ເວົ້າອີກວ່າ ເດັກນ້ອຍອີກສາມຄົນ ທີ່ໃຫຍ່ແດ່ແລ້ວ ກໍຂາດເຂີນອາຫານເຊັ່ນກັນ ຜູ້ເປັນພໍ່ຂອງເດັກນ້ອຍກໍເຮັດວຽກຢູ່ແຕ່ໄດ້ເງິນ ເດືອນໜ້ອຍ ບໍ່ພໍກິນ. ທີ່ຜ່ານມາ ເຈົ້າໜ້າທີ່ທາງການແຂວງ ກໍໄດ້ໃຫ້ການຊ່ວຍເຫລືອ ມອບອາຫານ ແລະນົມໃຫ້ ແຕ່ຍັງບໍ່ພຽງພໍ ພວກເຂົາ ຍັງຂາດເຂີນ ອາຫານ ຢ່າງຮ້າຍແຮງຢູ່ ຕ້ອງການ ການຊ່ວຍເຫຼືອ ຈາກບຸກຄົນຫຼືອົງການ ທີ່ມີມະນຸສທັມ ໂດຍດ່ວນ; ຖ້າຜູ້ໃດໃຈບຸນ ຢາກ ຊ່ວຍເຫລືອ ສາມາດຕິດຕໍ່ໄປຫາ ຂແນງ ແມ່ແລະເດັກ ທີ່ເມືອງປາກອູ ແຂວງຫລວງພຣະບາງ ໄດ້ ໃນເວລາທາງການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.