ເດັກນ້ອຍເມືອງປາກອູຂາດ ສາຣອາຫານ
2013.08.29
ເມື່ອຕິດຕາມ ຂ່າວສານ--ໜັງສືພິມ ຫລື ໂທຣະທັດ ໃນ ສປປລາວ, ຈະເຫັນຮູບພາບ ເຈົ້າໜ້າທີ່ ຣະດັບສູງ ໃນຊຸດແຕ່ງກາຍ ສາກົນ ກໍາລັງສຸມໃສ່ ໂຄງການພັທນາຂນາດໃຫຍ່ ຫລາຍໂຄງການ, ບໍ່ວ່າ ຈະເປັນ ໂຄງການເຂື່ອນໄຟຟ້າ, ໂຄງການຂຸດຄົ້ນບໍ່ແຮ່, ສ້າງເຂດເສຖກິຈພິເສດ, ໂຄງການທາງຣົດໄຟ ຄວາມໄວສູງ ທີ່ມີມູລຄ່າເຖິງ 7 ພັນລ້ານໂດລາຣ໌ສະຫະຣັຖ. ເມື່ອເບິ່ງແລ້ວ ຄ້າຍກັບວ່າ ໂຄງການ ດັ່ງກ່າວນັ້ນ ຈະສາມາດສ້າງຣາຍໄດ້ ອັນມະຫາສານ ມາລ້ຽງປາກ-ລ້ຽງທ້ອງ ປະຊາຊົນ ໃຫ້ກິນແຊບນຸ່ງງາມ ໄດ້.
ແຕ່ເມຶື່ອ ຕິດຕາມຂໍ້ມູນ ທາງອິນເທີເນັດ, ໂດຍສະເພາະ ສັງຄົມອ໋ອນລ໋າຍ ແລ້ວ, ພັດເຫັນ ຮູບພາບເດັກນ້ອຍ 2 ຄົນ ໜ້າຕາມັອມແມັມ, ຮ່າງກາຍຈ່ອຍຜອມ ກໍາລັງນັ່ງເທິງຕຽງໄມ້ໄຜ່ ໃນຂະນະທີ່ ຜູ້ເປັນແມ່່ ກໍາລັງຈັບເອົາເຂົ້າ ຢູ່ຖ້ວຍ ປ້ອນໃສ່ປາກ. ເມື່ອອ່ານເບິ່ງ ຣາຍລະອຽດ ທີ່ບັລຍາຍ ໃນຮູບພາບນັ້ນແລ້ວ ຈຶ່ງຮູ້ວ່າ ເດັກນ້ອຍທັງສອງ ເປັນລູກແຝດ ຂອງ ນາງ ເນັ໋ງ ກັບ ທ້າວ ຈາວື້, ບ້ານ ສົມສນຸກ, ເມືອງປາກອູ ແຂວງຫລວງພະບາງ. ເດັກນ້ອຍແຝດ ທີ່ວ່ານີ້ ເປັນໂຣກຂາດສານອາຫານ, ອາຍຸ 9 ເດືອນ, ແຕ່ສິ່ງທີ່ເຮັດໃຫ້ຕົກຕະລຶງ ໄປກ່ວານັ້ນ ຄື ພວກຂະເຈົ້າ ມີນໍ້າໜັກ ພຽງແຕ່ 3 ກິໂລກຣາມ ເທົ່ານັ້ນ, ຖ້າປຽບທຽບໃສ່ເດັກນ້ອຍ ທົ່ວໄປແລ້ວ ແມ່ນມີນໍ້າໜັກ ເທົ່າກັບ ເດັກນ້ອຍ ເກີດໃໝ່ເທົ່ານັ້ນ.
ຕາມການບອກເລົ່າ ຂອງເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງຫລວງພຣະບາງແລ້ວ, ເດັກນ້ອຍ ທັງສອງຄົນນີ້ ຂາດສານອາຫານ ຢ່າງຮ້າຍແຮງ ເນື່ອງຈາກວ່າ ຄອບຄົວ ຂອງຂະເຈົ້າ ທຸກຍາກ ແລະ ບໍ່ສາມາດ ຫາອາຫານ ມາລ້ຽງດູລູກໆ ຂອງຕົນໄດ້ ຈຶ່ງເຮັດໃຫ້ ພວກຂະເຈົ້າ ຂາດອາຫານ ຊຶ່ງນໍາໄປສູ່ ການຂາດສານອາຫານ ໃນທີ່ສຸດ.
“ເປັນເດັກຫັ້ນນະ ກໍາລັງ ມີບັນຫາເນາະ ຂາດສານອາຫານ ຂັ້ນຮ້າຍແຮງ ເປັນຄອບຄົວ ທຸກຈົນນະ ບໍ່ມີເຂົ້າກິນເນາະ, ເງິນກະບໍ່ມີ, ເຂົ້າກິນ ກະບໍ່ມີ, ລູກ 5 ຄົນແລ້ວ ຊິ໋ນ໋ະ ທຸກຍາກຫລາຍ ຄອບຄົວນີ້.”
ເດັກນ້ອຍ ດັ່ງກ່າວນີ້ ຕ້ອງການ ການຊ່່ອຍເຫລືອ ຈາກພາກສ່ວນກ່ຽວຂ້ອງ ຢ່າງຮີບດ່ວນ ເນື່ອງຈາກວ່າ ພໍ່ແມ່ ຂອງຂະເຈົ້າ ທຸກຍາກ, ອາຊີບປູກຝັງ, ມີແຕ່ ຜູ້ເປັນສາມີ ເທົ່ານັ້ນ ທີ່ເຮັດວຽກ ແລະ ຫາເງິນ ມາລ້ຽງຄອບຄົວ. ນອກຈາກນັ້ນ ຜູ່ເປັນແມ່ ກໍບໍ່ມີນົມ ພຽງພໍ ໃຫ້ລູກກິນໄດ້ ແລະ ປັຈຈຸບັນ ເດັກນ້ອຍແຝດນີ້ ກິນແຕ່ເຂົ້າກັບ ເກືອ ແລະ ນໍ້າເທົ່ານັ້ນ. ນອກຈາກ ເດັກນ້ອຍແຝດນີ້ ແລ້ວ ພວກຂະເຈົ້າ ຍັງມີ ລູກອີກ 3 ຄົນ, ຮວມທັງໝົດ 5 ຄົນ, ຊຶ່ງເປັນການຍາກ ທີ່ຜູ່ເປັນພໍ່ແມ່ ຈະຫາອາຫານການກິນ ມາລ້ຽງລູກທັງ 5 ຄົນໄດ້.
ກ່ຽວກັບ ກໍຣະນີ ຂອງເດັກນ້ອຍແຝດນີ້ ກໍມີບາງກຸ່ມ ໄດ້ນໍາເອົາໄປປະກາດ ທາງສັງຄົມອ໋ອນລ໋າຍ ເມື່ອທ້າຍເດືອນສິງຫານີ້ ເພື່ອຂໍຄວາມຊ່ອຍເຫລືອ ຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ຊາວລາວ ຜູ້ໃຈບຸນ. ແຕ່ມາເຖິງປັຈຈຸບັນ ຍັງບໍ່ທັນໄດ້ຮັບການຊ່ອຍເຫລືອ ເທົ່າທີ່ຄວນເທື່ອ. ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ກ່າວຕື່ມວ່າ:
“ບໍ່ໄດ້ຮັບນ໋ະ ມີແຕ່ພວກອາຫານໂລກ ເພິ່ນເອົາອາຫານເສີມ ໃຫ້ກິນ ໜ່ອຍດຽວ ເພິ່ນເອົາໃຫ້ຫັ໋ນ ເພິ່ນກໍມີ ແຕ່ວ່າ ປຸງຢູ່ໂຮງໝໍ ລະກະ ເອົາມາໃຫ້ກິນ ຢູ່ຫັ້ນ 3 ຄາບ ນີ້ແຫລະ ກະຢູ່ໃນຂັ້ນຮຸນແຮງແລ້ວ ເດ້ ກະຄິດ ຢ້ານບໍ່ລອດຢູ່.”
ຜ່ານມາ ເຈົ້າໜ້າທີ່ ກ່ຽວຂ້ອງ ໄດ້ນໍາເດັກນ້ອຍ ຝາແຝດດັ່ງກ່າວ ໄປກວດສຸຂພາບ ຢູ່ໂຮງໝໍ ແລະ ທາງເມືອງປາກອູ ກໍໄດ້ພະຍາຍາມ ຂໍຄວາມຊ່ອຍເຫລືອ ຈາກພາກສ່ວນຕ່າງໆ ເພື່ອໃຫ້ບໍຣິຈາກ ອາຫານ ຫລື ເງິນຊ່ອຍເຫລືອ ແຕ່ມາຮອດປັຈຈຸບັນ ຍັງບໍ່ໄດ້ຮັບການຊ່ອຍເຫລືອ ເທື່ອ.
ປັຈຈຸບັນ ໃນເມືອງປາກອູ ຍັງມີເດັກນ້ອຍ ອາຍຸ ຕໍ່າກ່ວາ 5 ປີ ທີ່ຂາດສານອາຫານ ຈໍານວນຫລາຍຮ້ອຍຄົນ, ໃນນັ້ນ ຫລາຍຄົນ ເປັນລູກກໍ່າພ້າ ຢູ່ກັບ ຍາຕພີ່ນ້ອງ ທີ່ຖານະທຸກຍາກ, ບໍ່ມີເງິນ ຊື້ອາຫານ. ໃນຈໍານວນດັ່ງກ່າວ ມີເດັກນ້ອຍ ຫລາຍໆຄົນ ທີ່ຂາດສານອາຫານ ຢ່າງຮ້າຍແຮງ ແຕ່ບໍ່ໄດ້ໄປໂຮງໝໍ ແລະ ຜ່ານມາ ຫລາຍຄົນ ເປັນພະຍາດ ຖອກທ້ອງ ແລະ ປອດອັກເສບ, ຊຶ່ງຈໍານວນນຶ່ງ ໄດ້ຮັບການປິ່ນປົ່ວ ຢູ່ໂຮງໝໍ.
ການຂາດສານອາຫານ ຂອງເດັກນ້ອຍລາວນີ້ ຍັງພົບເຫັນ ຢູ່ຫລາຍພື້ນທີ່ ຫ່າງໄກສອກຫລີກ ໃນສປປລາວ ທີ່ຄອບຄົວ ທຸກຍາກ, ພໍ່ແມ່ ຂາດຄວາມຮູ້ ດ້ານສຸຂສຶກສາ ແລະ ການບໍຣິການປະຊາຊົນ ຍັງບໍ່ທັນໄປຮອດໄປເຖິງ. ການຂາດສານອາຫານ ດັ່ງກ່າວ ຈະສົ່ງຜົລກະທົບ ຢ່າງຮ້າຍແຮງ ຕໍ່ມັນສມອງ ແລະ ຮ່າງກາຍ ຂອງເດັກນ້ອຍ ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ກ່າວໃນຕອນນຶ່ງ ວ່າ:
“ກະມີການເຕີບໂຕຊ້າ, ຈ່ອຍຜອມ ຫົວໃຫຍ່, ແຂ່ງຂາລີບ, ຍິ່ງຮ້າຍໄປກ່ວານັ້ນ ອາດຈະບວມ, ໂລກຫົວໃຈ, ຂາດເລືອດ, ອັນຕຣາຍຫລາຍ, ບາງຄົນກະເຖິງຂັ້ນ ເຖິງຊີວິຕ. ເຫັນບໍ່ ຄືພວກຢູ່ ອັຟຣິກາ ໜັກໆ ຂາດສານອາຫານ ຫລາຍທີ່ສຸດ ອັນນັ້ນແຫລະ. ການຂາດສານອາຫານ ມັນມີຫລາຍສາເຫດ ຍ້ອນແມ່, ຍ້ອນສິ່ງແວດລ້ອມ, ຄວາມຮູ້, ຍ້ອນການສຶກສາ ຂອງແມ່ ລະກະ ຍ້ອນໂຕເດັກນ້ອຍເອງເນາະ. ໂຕເດັກນ້ອຍເອງ ກະພວກປາລາໄຊ໋, ເປັນພຍາດ ເກີດຂຶ້ນ. ການເຕີບໂຕຊ້າ, ສມອງ ແມ່ນຫຍັງ ມັນກະແຕະຕ້ອງໄປໝົດ. ອາດຈະເຖິງຂັ້ນຮ້າຍແຮງ ໄປກໍ ປອດອັກເສບ, ຮ່າງກາຍ ບໍ່ມີພູມຕ້ານທານ ລະກະພຍາດ ອື່ນໆ ຖອກທ້ອງ ກະເປັນສາເຫດຄືກັນ, ແມ່ທ້ອງ ກະເປັນສາເຫດ ຄືກັນ.”
ເພື່ອປ້ອງກັນ ການຂາດສານອາຫານ ຂອງເດັກນ້ອຍ ໃນເຂດຊົນນະບົດ, ເຈົ້າໜ້າທີ່ ສາທາຣະນະສຸຂ ຍັງໄດ້ແນະນໍາ ຜູ່ປົກຄອງ ໃຫ້ປຸງແຕ່ງອາຫານ ຈາກພື້ນບ້ານ ວ່າ:
“ໂຕພື້ນບ້ານ ໜັກໆ ກໍພຍາຍາມ ໃຫ້ຂະເຈົ້າ, ຄັນວ່າ ເດັກນ້ອຍ 2 ປີ, ກະພຍາຍາມ ໃຫ້ນົມລູກ ເຖິງ ອາຍຸ 2 ປີ ຫລັກໆ. ລະພ້ອມກັນນັ້ນ ກໍຕ້ອງມີອາຫານເສີມ, ອາຫານກະຄືວ່າ ແບບໃດ ກະຄືວ່າ ຕົ້ມເຂົ້າ ໃຫ້ລູກອາດຈະໃສ່ ໝາກອຶ ຫັ໋ນເນາະ ບ້ານເຮົາ, ພຍາຍາມ ໃຫ້ກິນປາ ມີປາກະປ້ອນປາ, ຕົ້ມໃສ່ໝູ ໃສ່ຫຍັງຫັ້ນນ່າ, ອັນເພິ່ນວ່າ ຕົ້ມເຂົ້າປຽກ ກະຕ້ອງຕົ້ມໃສ່ໝູ ໃຫ້ລູກກິນ, ມີຜັກຕໍານິນ ອີ່ຫຍັງຫັ໋ນນ໋າ, ພຍາຍາມ ເຮັດແນວນັ້ນ, ໃຫ້ຂະເຈົ້າ ປຸງແຕ່ງເອງ. ຫລີກລ້ຽງ ການຫຍໍ້າເຂົ້າ ປ້ອນລູກລ້າໆ. ເດັກນ້ອຍ 2 ເດືອນ 3 ເດືອນ ກະໃຫ້ກິນແບບນັ້ນ ມັນກະບໍ່ໄດ້, ລໍາໄສ້ ຂະເຈົ້າ ຍັງບໍ່ເຮັດວຽກ ປົກກະຕິ ແບບເດັກໃຫຍ່, ມັນກໍຈະມີບັນຫາ ຄືກັນ. ນົມແມ່ ກໍສໍາຄັນ ທີ່ວ່າ ແມ່ບໍ່ເຄີຍກິນອາຫານ ອັນນີ້ ກະບໍ່ຕິຂະເຈົ້າດອກ, ຄັນແມ່ ຂາດ ແນ່ນອນ ນົມລູກ ມັນກໍບໍ່ມີວິດຕາມິ໋ນ ພຽງພໍ ຢູ່ລະ, ມັນໄປຫາລູກເດ໋ະ. ບັດນີ້ ຊໍ້າບໍ່ໜໍາ ລູກຮອດວັຍ ກິນໄດ້ ພັດບໍ່ມີອາຫານ ພຽງພໍ. ວິທີແກ້ໄຂ ກະຄື ແກ້ໄຂ ຊີວິຕຄວາມທຸກຍາກ ຂອງປະຊາຊົນ ມັນກະກ້ຽວໄປເຖິງ ບ່ອນຫັ້ນແຫລະ, ການຜລິດກະສິກໍາ ອີ່ຫຍັງຕ່າງໆ ມີຊີ້ນມີປາ ອຸດົມສົມບູນ, ມັນຈະກ່ຽວກັນໄປ, ມັນກ່ຽວພັນກັນໝົດ ຖນົນຫົນທາງ ການໄປຮອດໄປເຖິງ ບ່ອນຫຍຸ້ງຍາກ ເຮັດແນວໃດ.”
ອີງຕາມ ຍຸທສາດ ແລະ ແຜນປະຕິບັດງານແຫ່ງຊາຕ ຂອງລາວ ວ່າດ້ວຍ ໂພຊະນາການ ປີ 2010-2015, ອັຕຣາສ່ວນ ການຂາດສານອາຫານ ຂອງເດັກນ້ອຍ ອາຍຸຕໍ່າ ກວ່າ 5 ປີ ມີເຖິງ 37%, ໝາຍຄວາມວ່າ ເດັກນ້ອຍລາວ ອາຍຸຕໍ່າກວ່າ 5 ປີ ທຸກໆຮ້ອຍຄົນໃດ ຈະມີເດັກນ້ອຍ ຂາດສານອາຫານຢູ່ 37 ຄົນ, ຊຶ່ງມັນຄຽງຄູ່ ໄປກັບຈເຣີນເຕີບໂຕ ທາງດ້ານເສຖກິຈ.
ເຖິງແມ່ນວ່າ ຣັຖບານລາວ ຈະລົງນາມສົນທີ່ສັນຍາ ວ່າດ້ວຍ ສິທທິເດັກນ້ອຍ ແລະ ສຸມໃສ່ ປະກອບເຂົ້າໃນວຽກງານ ຄໍ້າປະກັນສະບຽງອາຫານ ແລະ ລົບລ້າງການຂາດສານອາຫານ ຂອງເດັກນ້ອຍ ເພື່ອໃຫ້ສາມາດບັນລຸ ເປົ້າໝາຍ ສະຫັດສະວັດ ເພື່ອການພັທນາ, ແຕ່ກໍຍັງບໍ່ມີຣາຍງານ ອອກມາວ່າ ຈໍານວນເດັກນ້ອຍ ຂາດສານອາຫານ ໄດ້ຫລຸດລົງເທົ່າໃດ ນັບແຕ່ປີ 2010 ຈົນມາເຖິງປັດຈຸບັນນີ້ ແລະ ເບິ່ງຄືວ່າ ບັນຫາດັ່ງກ່າວ ຍັງບໍ່ທັນໄດ້ຮັບການເອົາໃຈໃສ່ ເທົ່າທີ່ຄວນ.
ປັຈຈຸບັນນີ້ ຣັຖບານລາວ ກໍາລັງກະກຽມໃສ່ ການຮວມຕົວເຂົ້າເປັນ ປະຊາຄົມເສຖກິດອາຊຽນ ຫລື AEC ໃນປີ 2015. ແນ່ນອນວ່າ ການຮວມຕົວເຂົ້າ ເປັນປະຊາຄົມເສຖກິດຈອາຊຽນ ມັນຮຽກຮ້ອງໃຫ້ ຣັຖບານລາວ ຈະຕ້ອງເລັ່ງພັທນາ ແລະ ສ້າງບຸກຄະລາກອນ ຂອງຕົນເອງ ໃຫ້ສາມາດແຂ່ງຂັນ ກັບບັນດາປະເທດສະມາຊິກອາຊຽນໄດ້ ໃນອີກ 15-20 ປີ ຂ້າງໜ້າ.
ເຖິງຢ່າງໃດ ກໍດີ, ມີການຕັ້ງຄໍາຖາມກັນ ວ່າ ບຸກຄະລາກອນລາວ ຈະສາມາດແຂ່ງກັບຊາດອື່ນ ໄດ້ແນວໃດ ໃນຂະນະທີ່ ລູກຫລານຄົນລາວ ຈໍານວນບໍ່ໜ້ອຍ ຍັງບໍ່ມີຮອດອາຫານ ພໍຊິມາປະທານຊີວິຕ ໃຫ້ເຕີບໃຫຍ່ໄດ້ຢ່າງສົມບູນ.