ອາຫານແຫ້ງທີ່ໝົດອາຍຸເປັນ ອັນຕະລາຍ
2013.08.21

ທາງການ ແຂວງ ຫລວງພຣະບາງ ເຕືອນ ປະຊາຊົນ ໃຫ້ຣະວັງ ອາຫານ ໝົດອາຍຸ ທີ່ຍັງມີ ໃນເຂດ ຊົນນະບົດ.
ປັດຈຸບັນ ປະຊາຊົນ ຢູ່ຕາມເຂດ ຊົນນະບົດ ໃນແຂວງ ຫລວງພຣະບາງ ຍັງບໍ່ ຣະມັດຣະວັງ ເຣື່ອງອາຫານ ໝົດອາຍຸ, ບໍ່ສັງເກດສິນຄ້າ ທີ່ໝົດອາຍຸ ໂດຍສະເພາະ ອາຫານແຫ້ງ ແລະ ນົມຜົງ ຈາກຕ່າງປະເທສ ຊຶ່ງມີຢູ່ຫລາຍ ໃນແຂວງນີ້. ດັ່ງເຈົ້າໜ້າທີ່ ຜແນກ ອຸດສາຫະກັມ ແລະການຄ້າ ແຂວງຫລວງພຣະບາງ ເວົ້າໃນວັນທີ 21 ສິງຫາ 2013 ນີ້ວ່າ:
"ຢູ່ໄກຈາກຕົວ ເມືອງ ຂະເຈົ້າບໍ່ຮູ້ໃດ໋ ຊື້ໄປແລ້ວ ກະມາກິນເລີຍ ບໍ່ຮູ້ວ່າຈະເປັນອັນຕຣາຍ ແກ່ຊີວິດ ອັນນັ້ນອັນນີ້ບໍ່ຄວາມຈິງແລ້ວກະຍ້ອນ ຄວາມຮັບຮູ້ ຂະເຈົ້າບໍ່ມີ ແຕ່ວ່າຢ່າງໜຶ່ງ ອ່ານໜັງສືບໍ່ໄດ້ ກະຍັງມີນະ ເປັນຜົລສະທ້ອນ ອັນນຶ່ງ ຫລືວ່າເປັນອຸປສັກ ອັນໜຶ່ງ ຕໍ່ກັບບັນຫາ ການລົງໂຄສະນາ ເຜີຍແພ່ ຂອງພາກຣັຖ".
ທ່ານເວົ້າຕໍ່ໄປວ່າ ເຈົ້າໜ້າທີ່ ໄດ້ໄປໂຄສະນາ ເຕືອນປະຊາຊົນ ໃຫ້ເບິ່ງວັນທີ ໝົດອາຍຸ ຂອງສິນຄ້າ ທຸກເທື່ອ ກ່ອນຈະຊື້ ກ່ອນຈະກິນ ຫລື ຖ້າເບິ່ງບໍ່ເປັນ ກໍໃຫ້ຖາມຜູ້ຮູ້ ຫລືຖາມຮ້ານຄ້າ ແຕ່ກໍປາກົດວ່າ ຍັງບໍ່ໄດ້ຜົນ. ຢ່າງໃດກໍຕາມ ໃນ 2-3 ເດືອນມານີ້ ເຖິງຈະບໍ່ພົບ ຜູ້ທີ່ໄດ້ຮັບ ອັນຕະລາຍ ຈາກການກິນອາຫານ ໝົດອາຍຸກໍຕາມ ແຕ່ທາງພາກສ່ວນ ທີ່ກ່ຽວຂ້ອງ ກໍຈະເພີ່ມມາດຕະການປ້ອງກັນຫຼາຍຂຶ້ນ ໂດຍສະເພາະ ຈະເລັ່ງໃສ່ກຸ່ມ ຊາວບ້ານ ທີ່ອ່ານໜັງສືບໍ່ໄດ້.
ແຕ່ຕົ້ນປີ ຫາເດືອນ ເມສາ 2013 ນີ້ ທາງຂແນງອາຫານແລະຢາ ປະຈໍາແຂວງ ໄດ້ກວດພົບອາຫານແຫ້ງ ທີ່ໝົດອາຍຸຈາກຮ້ານຄ້າຕ່າງໆ ເປັນຕົ້ນ ໝີ່ ສໍາເຣັດຮູບ, ປາກະປ໋ອງ, ນົມຜົງ ໄດ້ທັງໝົດ 5 ຕັນ ແລະໄດ້ທໍາລາຍ ໄປໝົດແລ້ວ ແລະ ຍັງຈະກວດກາ ໄປ ເລື້ອຍໆ ເພື່ອແກ້ໄຂບັນຫາ ດັ່ງກ່າວ ເຈົ້າໜ້າທີ່ ທ່ານນີ້ວ່າ ໄດ້ສເນີໃຫ້ ດ່ານກວດກາ ສິນຄ້າຕ່າງໆ ເພີ່ມມາດຕະການ ກວດກາ ຫລາຍຂຶ້ນ.