ແມ່ແລະເດັກເສັຽຊີວິດຢູ່ ໂຮງໝໍ
2017.11.14
ຍາດພີ່ນ້ອງຂອງຄົນເຈັບ ທີ່ເສັຍຊີວິດ ຍ້ອນເກີດລູກ ຢູ່ໂຮງໝໍ ແຂວງສະຫວັນນະເຂດ ບໍ່ພໍໃຈໃນການເຮັດວຽກ ຂອງທ່ານໝໍ ທີ່ຊັກຊ້າຈົນ ເປັນເຫດເຮັດໃຫ້ ແມ່ຍິງຖືພາ 9 ເດືອນ ຄົນນຶ່ງຕ້ອງເສັຍຊີວິດ ພ້ອມກັບລູກ ຢູ່ໃນທ້ອງ.
ຜູ້ເສັຍຊີວິດ ຊື່ ນາງ ຄຸນຄາມ ສຸລິຍະວົງ ອາຍຸ 41 ປີ ຢູ່ບ້ານທາດດອກແກ້ວ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ເສັຍຊີວິດ ຢູ່ ໂຮງໝໍໍແຂວງສະຫວັນນະເຂດ ເວລາປະມານ 8 ໃນຕອນເຊົ້າ ວັນທີ 9 ພຶສຈິກາ ຫລັງຈາກ ເຈັບທ້ອງເກີດລູກ ເປັນເວລາຫລາຍຊົ່ວໂມງ. ກ່ອນທີ່ຈະເສັຍຊີວິດ ນາງ ຄຸນຄາມ ມີອາການນ້ຳຄາວປາແຕກ ໃນຕອນເຊົ້າຂອງ ວັນທີ 8 ພຶສຈິກາ ຫຼັງຈາກນັ້ນຄອບຄົວ ກໍພາລາວມາ ໂຮງໝໍ ແຂວງສະວັນນະເຂດ ເວລາປະມານ 13 ໂມງ.
ອີງຕາມຂໍ້ມູນຈາກຜູ້ເປັນນ້ອງສາວ, ນາງ ຄຸນຄາມ ເລີ້ມມີອາການເຈັບທ້ອງ ໃນເວລາປະມານ 21 ໂມງ ຂອງວັນທີ 8 ພຶສຈິກາ ແລະຈົນ ຮອດເວລາ 3 ໂມງເຊົ້າຂອງວັນທີ 9 ພຶສຈິກາ ນາງ ຄຸນຄາມ ໄດ້ຮ້ອງຂໍໃຫ້ ທ່ານໝໍຜ່າຕັດອອກ ຍ້ອນວ່າລາວ ເຈັບຫຼາຍ, ແຕ່ ທ່ານໝໍ ກໍບອກວ່າ ອອກທັມມະຊາດ ໄດ້ຢູ່. ດັ່ງ ນາງ ດວງຈັນ ສຸລິຍະວົງ ຜູ້ເປັນນ້ອງສາວ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 13 ພືຈິກາວ່າ:
"ບາດນີ້ຫລັງຈາກ 3 ໂມງ ເອື້ອຍເຈັບແຮງ ເຈັບແຮງຜິດປົກກະຕິຫັ້ນນະ ເຈັບຮ້ອນເຈັບໄໝ້ຫັ້ນແຫລະ ເອື້ອຍ ກະເລີຍບອກວ່າ ເຈັບແຮງ ຂ້ອຍຂໍຜ່າຕັດໄດ້ບໍ່ ເອື້ອຍກະວ່າ ຈັ່ງຊີ້ ທ່ານ ໝໍເພີ່ນກະມາກວດເບິ່ງອີກ ເພິ່ນກະເວົ້າວ່າ ມົດລູກເປີດແລ້ວ 6 ຊັງ ມີແຕ່ເກີດທຳມະຊາດ ໄດ້ຢູ່ ລະກະຟັງສຽງຫົວໃຈ ເດັກແຂງແຮງວ່າ ເກີດທຳມະຊາດໄດ້".
ຈົນກະທັງເວລາປະມານ ໃນເວລາປະມານ 8 ໂມງເຊົ້າ ຂອງວັນທີ 9 ພຶສຈິກາ ທ່ານໝໍ ຈຶ່ງຕັດສິນໃຈຜ່າຕັດອອກ ແຕ່ຄົນເຈັບເສັຍຊີວິດ ພ້ອມດ້ວຍລູກໃນທ້ອງ ໃນຂະນະທີ່ ກຳລັງຖືກນຳໂຕເຂົ້າໄປ ຫ້ອງຜ່າຕັດ, ດັ່ງ ນາງ ດວງຈັນ ສຸລິຍະວົງ ໄດ້ກ່າວ ຕໍ່ເອເຊັຍເສຣີ ຕື່ມອີກ ວ່າ:
"ຈົນຮອດ 8 ໂມງຮຽບຮ້ອຍແລ້ວ ລະເພິ່ນກະເອົາໃບທີ່ວ່າ ເຊັນອະນຸມັດຜ່າຕັດຫັ້ນນ່າ ເຊັນໝໍ ເຊັນ ດຣ ແຕ່ລະຄົນ ຫັ້ນນ່າ ເຊັນແຕ່ລະຄົນ ຜ່ານໝົດແລ້ວ ເພິ່ນກະມາເຊັນອ້າຍເຂີຍ ວ່າຍິນຍອມບໍ່ ອ້າຍເຂີຍກະເຊັນຍິນຍອມຈົນຮອດ 8 ໂມງ ຫຼັງຈາກ ເຊັນຮຽບຮ້ອຍແລ້ວ ປະມານ 20 ນາທີ ເພິ່ນເອົາໃບເຊັນໄປ ປະມານ 8 ໂມງ 20 ເພິ່ນກະຍ່າງເຂົ້າມາ ຍູ້ເອົາເອື້ອຍຂ້ອຍເຂົ້າຫ້ອງຜ່າຕັດ ພໍດີຮອດ ປະຕູຫ້ອງຜ່າຕັດ ເອື້ອຍກະໃຈຂາດ ຍັງບໍ່ທັນໄດ້ ເຂົ້າຫ້ອງຜ່າຕັດ".
ນາງ ດວງຈັນ ກ່າວຕື່ມອີກວ່າ ເອື້ອຍຂອງລາວ ຄື ນາງ ຄຸນຄາມ ມີລູກຄົນທີ 4 ໄດ້ມາ ຝາກທ້ອງ ແລະ ກວດທ້ອງ ຢູ່ໂຮງໝໍແຂວງ ສະຫວັນນະເຂດ ເປັນປະຈຳ.
ເພື່ອສອບຖາມຂໍ້ມູນເພີ້ມຕື່ມ ໃນວັນທີ 13 ພຶສຈິກາ ເອເຊັຽເສຣີໄດ້ຕິດຕໍ່ໂທຣະສັບຫາ ດຣ ຄຳແກ້ວ ນິວະປະດິດ ຮອງຜູ້ອຳນວຍການ ໂຮງໝໍ ແຂວງສະຫວັນນະເຂດ, ແຕ່ ທ່ານ ຕອບວ່າ ດຣ ກອງສີ ບາງສິດທິເດດ ຜູ້ອຳນວຍການໃຫຍ່ໂຮງໝໍ ຈະເປັນຜູ້ຕອບຄຳຖາມ ໃນເລື້ອງນີ້.
ໃນວັນທີ 14 ພຶສຈິກາ ເອເຊັຍເສຣີ ກໍໄດ້ໂທ ຫາ ດຣ ກອງສີ ບາງສິດທິເດດ ຜູ້ອຳນວຍການໃຫຍ່ ໂຮງໝໍ ແຂວງສະຫວັນນະເຂດ, ແຕ່ ທ່ານ ປະຕິເສດ ທີ່ຈະໃຫ້ຄວາມເຫັນ ໃນເລື້ອງນີ້.