ຄົນງານສວນກ້ວຍເຈັບເປັນ ຍ້ອນ ສານເຄມີ

ໄຊຍາ
2018.05.24
F-Chemical ການເພີ້ມຂຶ້ນ ຂອງການນໍາໃຊ້ ຢາປາບສັດຕຣູພືດ ໃນ ສປປລາວ ໄດ້ສົ່ງຜົນກະທົບຕໍ່ ສຸຂພາບຂອງຄົນ ແລະສິ່ງແວດລ້ອມ
Credit: Photo by LURAS

ຄົນງານລາວທີ່ເຮັດວຽກໃນສວນກ້ວຍຂອງຈີນ ຢູ່ເມືອງສິງ ແຂວງຫລວງນໍ້າທາ ຫຼາຍຄົນຍັງເຈັບປ່ວຍ ແລະ ມີບັນຫາດ້ານສຸຂພາບຕ້ອງ ໄດ້ໄປປິ່ນປົວ ຢູ່ໂຮງໝໍທຸກເດືອນ ສະເລັ່ຽແລ້ວ ປີນຶ່ງບໍ່ຕໍ່າກ່ວາ 20 ຄົນ ສາເຫດຍ້ອນໄດ້ຮັບ ສານເຄມີສະສົມ ໃນຮ່າງກາຍຈົນເຮັດໃຫ້ ເກີດໂຣກກ່ຽວກັບຕັບ ແລະຣະບົບຫາຍໃຈອັກເສບ ເຖິງແມ່ນວ່າຄົນງານຈະໃສ່ ເຄື່ອງປ້ອງກັນແລ້ວກໍ່ຕາມ; ດັ່ງ ເຈົ້າໜ້າທີ່ປະຈໍາໂຮງໝໍ ເມືອງສີງ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ:

"ມີຜົນຕໍ່ສຸຂພາບຫລາຍແລ້ວບໍ່ ຫລັງຈາກຂະເຈົ້າໄປເປັນກຳມະກອນສວນກ້ວຍ ຫົກເດືອນບໍ່ ປີນຶ່ງຫາສອງປີມາ ອາການຕັບອ່ອນເພັຽ ມີອັກເສບຕັບເປັນເຫລືອງ ເປັນເມື່ອຍປະຈໍາເດ້ ສ່ວນຫລາຍຄົນມາກວດເປັນແບບນັ້ນ."

ເຈົ້າໜ້າທີ່ກ່າວຕື່ມວ່າ ແມ່ຍິງຖືພາອີກຈຳນວນນຶ່ງ ທີ່ເຮັດວຽກຢູ່ສວນກ້ວຍ ກໍ່ມີບັນຫາສຸຂພາບປະເພດຮ້າຍແຮງ ເປັນຕົ້ນເກີດລູກ ກ່ອນ ກຳນົດເຮັດໃຫ້ເດັກນ້ອຍເກີດໃໝ່ ມີອາການຜິດປົກກະຕິ ໃນຮ່າງກາຍ ແຕ່ບາງຄົນເກີດລູກໄດ້ ແບບປົກກະຕິ ຕໍ່ມາ ສອງສາມມື້ລູກກໍ ເສັຽຊີວິດ ທັງໝົດທີ່ກ່າວມານັ້ນ ຜົນສະທ້ອນແມ່ນມາຈາກສານເຄມີ ທີ່ສີດພົ່ນຢູ່ສວນກ້ວຍ ໂດຍເຈົ້າຂອງສວນກ້ວຍ ບໍ່ໄດ້ອອກຄ່າ ປິ່ນປົວໃຫ້.

ປັດຈຸບັນເຈົ້າໜ້າທີ່ຫ້ອງການສາທາຣະນະສຸກ ເມືອງສີງ ໄດ້ໂຄສະນາ ປະຊາສຳພັນ ໃຫ້ຄົນງານຢູ່ສວນກ້ວຍ ມາກວດສຸຂພາບຢູ່ໂຮງໝໍ ຢ່າງໜ້ອຍເດືອນລະເທື່ອ ພ້ອມກັບເຕືອນແມ່ຍິງຖືພາ ບໍ່ໃຫ້ໄປເຮັດວຽກຢູ່ສວນກ້ວຍ ຢ່າງເດັດຂາດ ເພື່ອຫລຸດຜ່ອນ ຄວາມສ່ຽງ ຈາກ ສານເຄມີ ຕໍ່ລູກໃນທ້ອງ.

ກ່ອນໜ້ານີ້ ມີຣາຍງານວ່່າທາງການ ແຂວງຫລວງນໍ້າທາ ໄດ້ສັ່ງບໍ່ໃຫ້ ຂຍາຍເນື້ອທີ່ ແລະ ຢຸດເຊົາການປູກກ້ວຍກໍຕາມ ແຕ່ບໍຣິສັດຈີນ ຍັງສືບຕໍ່ປູກກ້ວຍຢູ່ຫລາຍບ່ອນ ຈົນກວ່າຈະໝົດສັນຍາເຊົ່າດິນໃນປີໜ້າ.

ເມື່ອປີ 20016 ສະຖາບັນຄົ້ນຄວ້າ ກະສິກັມແລະປ່າໄມ້ ແຫ່ງຊາດ ໄດ້ສຶກສາສຳຣວດການປູກກ້ວຍຂອງຈີນ ໂດຍສະເພາະ ຄົນງານທີ່ ເຮັດວຽກຢູ່ສວນກ້ວຍຂອງຈີນ ມີຣາຍຮັບສະເລັ່ຍປະມານ 8 ແສນກີບຕໍ່ເຮັກຕ້າຕໍ່ປີ ຣາຍຮັບສ່ວນນຶ່ງຂອງຄົນງານ ຕ້ອງຈ່າຍເພື່ອປີ່ນປົວ ຕົນເອງ ສ່ວນບໍຣິສັດປູກກ້ວຍ ມີຣາຍໄດ້ 20 ລ້ານກີບ ຕໍ່ເຮັກຕ້າຕໍ່ປີ ໂດຍບໍ່ເສັຍຄ່າຫຍັງເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.