ຄົນຕິດເຊື້ອເອດສ໌ຢູ່ລາວ ເພີ້ມຂຶ້ນ
2014.02.16
ເຈົ້າໜ້າທີ່ ກະຊວງສາທາຣະນະສຸຂຂອງລາວ ເປີດເຜີຍວ່າ ສາເຫດສໍາຄັນອັນນຶ່ງ ທີ່ເປັນອຸປສັກໃນການແກ້ໄຂບັນຫາການເພີ່ມຂຶ້ນຂອງຜູ້ ຕິດ ເຊື້ອ HIV-AIDS ໃນລາວ ຄືຄວາມຫລ້າຊ້າ ຂອງການຈັດຊື້ຢາ ແລະອຸປກອນການແພດ. ດັ່ງທ່ານກ່າວວ່າ:
"ພວກເຮົາກໍຍັງມີຂໍ້ຫຍູ້ງຍາກ ເຣື່ອງນໍ້າຢາກວດເລືອດ ກໍຍັງບໍ່ທັນພຽງພໍ ແລ້ວຣະບົບ ການຈັດຊື້ຈັດຫາ ກໍຍັງພົບຂໍ້ຫຍູ້ງຍາກ ພວກເຄື່ອງທີ່ມາ ກໍບັກດົນໆ ຈຶ່ງມາ ບັດນີ້ຄັນເຄື່ອງມາ ກໍມາບໍ່ຄົບເນາະ ມາຊ້າແລ້ວບໍ່ແລ້ວ ມາບໍ່ຄົບອີກ".
ທ່ານເວົ້າວ່າ ບັນຫາດັ່ງກ່າວ ສ່ວນຫລາຍ ຈະເກີດກັບສູນຕ້ານເອດສ໌ ໃນຕ່າງແຂວງ ທັງ 7 ແຫ່ງ ເຮັດໃຫ້ຜູ້ປ່ວຍ ຕ້ອງລໍຖ້າດົນ ໃນການກວດ ເລືອດຫລືວ່າປີ່ນປົວ. ຜູ້ປ່ວຍບາງຄົນ ທີ່ເປັນຄົນງານຕ່າງແຂວງ ຫລືຄົນງານຕ່າງປະເທດ ທີ່ລໍຖ້າຮັບຢາບໍ່ໄດ້ ຫລືບໍ່ໄດ້ປິ່ນປົວ ຕາມໝໍກໍານົດ ກໍເປັນສາເຫດໜຶ່ງ ທີ່ເຮັດໃຫ້ ສປປລາວ ບໍ່ສາມາດ ຄວບຄຸມຈໍານວນ ຜູ້ຕິດເຊື້ອພຍາດນັ້ນໄດ້ ເທົ່າທີ່ຄວນ.
ປັຈຈຸບັນທົ່ວປະເທດລາວ ມີສູນຕ້ານເອດສ໌ 9 ແຫ່ງ ໃນນັ້ນ 5 ແຫ່ງເປັນສູນຕ້ານພຍາດແບບຄົບວົງຈອນ ທີ່ສາມາດກວດປິ່ນປົວແລະຈ່າຍຢາ ໃຫ້ຜູ້ປ່ວຍໄດ້ ຮວມທັງໃນນະຄອນຫລວງວຽງຈັນ ຫລວງພຣະບາງ ຈໍາປາສັກ ແລະຄໍາມ່ວນ. ອີກ 4 ແຫ່ງ ເປັນສູນທີ່ບໍ່ຄົບວົງຈອນ ບໍ່ສາມາດ ກວດພິສູດ ເລືອດໄດ້ ຕ້ອງໄດ້ສົ່ງ ໄປວິຈັຍ ຢູ່ສູນຕ້ານພຍາດ ແບບຄົບວົງຈອນ.
ຕາມຂໍ້ມູລ ຂອງກະຊວງສາທາຣະນະສຸຂ ຂອງລາວ ຕັ້ງແຕ່ປີ 1990 ຮອດປີ 2013 ປະເທດລາວ ມີຜູ້ຕິດເຊື້ອ HIV ທັງໝົດ 6 ພັນກວ່າຄົນ ໂດຍມີຜູ້ເປັນ ໂຣຄເອດສ໌ 3 ພັນ 7 ຮ້ອຍກວ່າຄົນ ແລະເສັຽຊີວິດໄປແລ້ວ 1493 ຄົນ. ສະເພາະປີ 2013 ຜ່ານມາມີຜູ້ຕິດເຊື້ອ HIV-AIDS ໃໝ່ 613 ຄົນ ຊຶ່ງເປັນຈໍານວນ ທີ່ໜ້າວິຕົກ ຢູ່ບໍ່ໜ້ອຍ.