ອາຫານທະເລມີເຄມີ ຈາກ ວຽດນາມ

ໄມຊູລີ
2018.04.30
f-shrimp ຕົວຢ່າງຂອງ ກຸ້ງ ທີ່ທາງສໍານັກຂ່າວ VTV ຂອງວຽດນາມຣາຍງານ ໃນມື້ວັນທີ່ 27 ເມສາ ວ່າມີສານເຄມີບາງຊນິດທີ່ສີດໃສ່ກຸ້ງ ເພື່ອໃຫ້ ນໍ້າໜັກເພີ້ມຂຶ້ນ
Screen captured VTV

ສໍານັກຂ່າວ VTV ຂອງວຽດນາມຣາຍງານ ໃນມື້ວັນທີ່ 27 ເມສາ ຜ່ານມາວ່າມີສານເຄມີບາງຊນິດ ທີ່ສີດເຂົ້າໄປໃນກຸ້ງ ໃຫ້ມີນໍ້າຫນັກ ເພີ້ມຂຶ້ນເພື່ອສົ່ງອອກ ໂດຍບໍ່ຄໍານຶງເຖິງຜູ້ບໍຣິໂພກ ຊຶ່ງເຈົ້າໜ້າທີ່ລາວກໍເລັ່ງກວດກາທໍາລາຍ ແລະວາງມາຕການ ປ້ອງກັນຢ່າງເຂັ້ມງວດ. ອາຫານທະເລ ປະເເພດກຸ້ງແລະປາເມິກ ຖືກກວດພົບ ສານປົນເປື້ອນ ຕຽມສົ່ງເຂົ້າລາວ ແຕ່ເຈົ້າໜ້າທີ່ ວຽດນາມກວດພົບແລະສາມາດ ສະກັດກັ້ນໄດ້ກ່ອນ.

ປັຈຈບັນ ເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງ ຂອງທາງການລາວ  ກໍາລັງກວດກາຢູ່ ຊຶ່ງຜ່ານມາກໍກວດພົບ ແລະຫ້າມນໍາອາຫານ ປະເພດ ດັ່ງກ່າວເຂົ້າມາລາວ. ດັ່ງ ເຈົ້າໜ້າທີ່ກົມການຄ້າພາຍໃນ ກ່າວຕໍ່ ເອເຊັຍເສຣີ ໃນມື້ວັນທີ 30 ເມສານີ້ວ່າ:

“ກະມີແຕ່ການຍຶດກະມີ ການປັບໃຫມກັນ ແຂວງຄໍາມ່ວນ ເຂົາເຈົ້າກໍເຮັດຄືກັນ ຢູ່ແຂວງອື່ນໆ ປາກເຊ ຢູ່ໃສເຂົາເຈົ້າ ກໍເຮັດຄືກັນ ໂດຍສະເພາະແມ່ນປາເມິກ ແຊ່ແຂງມາຈາກວຽດນາມເບາະ ເຄື່ອງໃນສັດເບາະ ມີການຍຶດ ການໄປຝັງຖິ້ມ ຄັກແນ່ ບໍ່ແມ່ນອັນນັ້ນລ່າ ຫລາຍເດີ ເຮົາກໍມີຣະບຽບເຮົາຢູ່ ອັນນີ້ກໍດີເນາະ ແລ້ວແຕ່ແຈ້ງການ ມີເບາະແສວ່າຊັ້ນເນາະ ຄັນວ່າຕົວນີ້ສິນຄ້າ ອັນນີ້ເຂົ້າມາຫລາຍ ການຄ້ານະຄອນຫລວງ ຫຼືວ່າ ການຄ້າແຕ່ລະແຂວງ ເຂົາເຈົ້າກໍລົງໂລດດອກ ອັນນີ້ກະມັນເປັນວຽກ ສະເພາະຢູ່ແລ້ວວ່າຊັ້ນຊະ.”

ເຈົ້າໜ້າທີ່ກົມລ້ຽງສັດ ກະຊວງກະສິກັມ ແລະປ່າໄມ້ ກ່າວກ່ຽວກັບເຣື້ອງນີ້ວ່າ ກໍາລັງປະຊຸມກັນ ເຣື້ອງການກໍານົດ ມາຕຖານຂອງສານ ຟໍມາລິນ ທີ່ໃຊ້ແຊ່ ອາຫານສົດເຂົ້າມາ ພາຍໃນປະເທດ ແລະວ່າຈະມີການຄວບຄຸມ ມາຕຖານຂອງຕູ້ແຊ່ແຂງ ທີ່ບັນຈຸ ອາຫານນໍາ ເພື່ອປ້ອງກັນ ອາຫານປົນເປືອນ:

“ເພາະວ່າເພິ່ນກໍກວດພໍ້ ມາແຕ່ທາງເບື້ອງ ເພື່ອນບ້ານເພິ່ນກໍກັກໄວ້ ຢູ່ນະຄອນລວງ ເພິ່ນກໍເຫັນຢູ່ ແຕ່ວ່າປິກໄກ່ ແຊ່ແບບ ດົນຫລາຍເພິ່ນ ກໍທໍາລາຍຖິ້ມ ດຽວນີ້ເພິ່ນ ກໍຍັງປືກສາຫາຣື ກັນຢູ່ວ່າ ສິເອົາຂັ້ນໃດ ແຕ່ວ່າ ຂອງບາງປະເທດ ມັນແຮ່ງຕໍ່າງເລີຍ ເນາະ ມັນແບບເກືອບໍ່ມີ ບ້ານເຮົາຕອນນີ້ຍັງ ເປັນນັ້ນຢູ່ ເພິ່ນຍັງສິຣະບຸຢູ່ວ່າ ຈະເອົາຂັ້ນໃດ ເຮົາຍັງກິນໄດ້ບໍ ສາທາເພິ່ນຍັງວ່າ ກິນດີອິຫຍັງ ສໍ່າໃດ ກໍກິນໄດ້ ຍັງປຶກສາກັນຢູ່ ຍັງບໍ່ມີຕົວເລກແນ່ນອນ.”

ທ່ານກ່າວຕື່ມວ່າມາຕຖານ ຂອງຕູ້ຈະອິງຕາມມາຕຖານ ປະເທດຕົ້ນທາງຜລິດ ປັຈຈຸບັນຢູ່ດ່ານແດນສັວນ ໄດ້ກວດກາຢ່າງເຂັ້ມງວດ ຖ້າພົບວ່າ ມີສານຟໍມາລິນ ເກີນມາຖານ ໃນອາຫານ ກໍຈະຖືກຍຶດໄວ້ ແລະຖ້າຍັງກວດພົບອີກ ສອງສາມເທື່ອ ກໍຈະບໍ່ ອະນຸຍາດໃຫ້ ນໍາເຂົ້າປະເທດອີກ.

ສ່ວນເຣື້ອງກໍານົດ ຄວາມເຂັ້ມງວດ ຂອງຟໍມາລິນ ໃນອາຫານ ວ່າຈະບໍ່ໃຫ້ ເກີນເທົ່າໃດນັ້ນ ຈະອິງຕາມຣະບຽບ ແລະຂໍ້ກໍານົດ ເຣື້ອງການ ນໍາອາຫານທະເລ ຊື່ງຫລາຍພາກສ່ວນ ກໍາລັງ ປຶກສາຫາຣືກັນຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.