10 ຄົນຕິດເຊື້ອໄວຣັສ ໂຄວິດ-19 ຢູ່ລາວ
2020.04.01
ໃນຕອນບ່າຍຂອງວັນທີ 01 ເມສາ 2020 ນີ້ ທາງການລາວ ຢືນຢັນ ມີຜູ້ຕິດເຊື້ອໄວຣັສ ໂຄວິດ-19 ເພີ່ມອີກ 1 ຣາຍ, ເຊິ່ງພາກສ່ວນ ກ່ຽວຂ້ອງ ໄດ້ຖແລງຂ່າວວ່າ ກວດພົບກໍຣະນີຜູ້ຕິດເຊື້ອໄວຣັສໂຄວິດ-19 ໃນລາວ ຕື່ມຈຳນວນ 1 ຣາຍ ພາຍຫຼັງທີ່ຮູ້ຜົລກວດເຊື້ອເປັນ ຜົລບວກ ຕອນມື້ຄືນຂອງວັນທີ 31 ມີນາ. ດັ່ງທ່ານຮອງສາສດາຈານ ດຣ. ພູທອນ ເມືອງປາກ, ຮອງຣັຖມົນຕຣີກະຊວງສາທາຣະນະສຸຂ ຂອງລາວ ໄດ້ກ່າວ ໃນພິທີຖແລງຂ່າວ ຜ່ານສື່ມວນຊົນທ້ອງຖິ່ນ ຕອນນຶ່ງວ່າ:
“ໃນມື້ວັນທີ 31 ມີນາ ນີ້ ມີກໍຣະນີທີ່ວ່າ ສົງສັຍເຂົ້າເຄືອຂ່າຍນິຍາມ ແລະ ເກັບໂຕຢ່າງມາກວດທັງໝົດ 31 ຄົນ. ກວດພົບເຊື້ອ 1 ຄົນ, ອັນນີ້ກະຖືວ່າ ເປັນຂໍ້ມູນໃໝ່ ທີ່ໄດ້ເພີ່ມໃຫ້ວ່າ ມີຜູ້ຕິດເຊື້ອຢູ່ ສປປລາວ ຂອງພວກເຮົາ, ຈາກ 9 ຄົນ ເປັນ 10 ຄົນເນາະ ໃນມື້ວັນທີ 31 ຫັ້ນ.”
ຣາຍລະອຽດ ຂອງຜູ້ທີ່ຕິດເຊື້ອໄວຣັສໂຄວິດ-19 ຕື່ມຈຳນວນ 1 ຄົນນີ້, ກະຊວງສາທາຣະນະສຸຂ ໄດ້ຢັ້ງຢືນຢ່າງເປັນທາງການ ວ່າເປັນ ແມ່ຍິງ 1 ຄົນ ອາຍຸ 21 ປີ ດຳຣົງຊີວິຕຢູ່ ບ້ານໜອງສະໂນຄຳ, ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເຊິ່ງ ຍານາງມີປວັດ ພົວພັນກັບຜູ້ທີ່ຕິດເຊື້ອ ກ່ອນໜ້ານີ້ ທີ່ເປັນພະນັກງານຢູ່ບໍຣິສັດ DHL. ຣະຫວ່າງວັນທີ 27-29 ມີນາ, ຍານາງ ມີອາການບໍ່ສະບາຍ ຫຼາຍຢ່າງ ເຂົ້ານິຍາມ ຂອງອາການຕິດເຊື້ອໄວຣັສໂຄວິດ-19, ຈົນຮອດວັນທີ 31 ອາການຂອງນາງຍິ່ງຮ້າຍແຮງລົງ, ຍານາງ ເລີຍໄປ ກວດກັບທ່ານໝໍ ທີ່ໂຮງໝໍ 150 ຕຽງ ແລະ ຜົລກວດອອກມາເປັນບວກ ຕິດເຊື້ອ ໄວຣັສໂຄວິດ-19.
ກ່ຽວກັບການຕິດເຊື້ອໂຄວິດ-19 ເພີ່ມຕື່ມອີກ 1 ກໍຣະນີ ໃນຄັ້ງນີ້, ຊາວບ້ານ ບ້ານໜອງສະໂນຄຳ, ເມືອງສີໂຄດຕະບອງ ນະຄອນຫຼວງ ວຽງຈັນ ນາງນຶ່ງ ກໍໄດ້ໃຫ້ທັສນະ ແກ່ຜູ້ສື່ຂ່າວເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ພາຍຫຼັງທີ່ຍານາງໄດ້ຮັບຮູ້ວ່າ ຄົນໃກ້ບ້ານໂຕເອງຕິດເຊື້ອ ໄວຣັສ ໂຄວິດ-19 ແລ້ວ, ກໍພາກັນເຕືອນຄົນໃນຄອບຄົວ ໃຫ້ພາກັນຕື່ນໂຕ ແລະ ພາກັນຣະມັດຣະວັງຕື່ມ, ແຕ່ບໍ່ໃຫ້ຕົກໃຈຫຼາຍ:
“ຕິດ ຫຼືບໍ່ມີຄົນຕິດ ພວກເຮົາກະຈະຕ້ອງໄດ້ມີສະຕິຊ່ອຍກັນແຫຼະ ເພາະວ່າ ເຊື້ອໂຕນີ້ ຈາກການທີ່ເຮົາຕິດຄົນ 1 ມັນຊິແຜ່ໄປເປັນອີກ ຫຼາຍຄົນເນາະ. ມັນມີສະຕິຕັ້ງແຕ່ເຮົາກວດພົບ ຕັ້ງແຕ່ຄົນທຳອິດພຸ້ນນ່າ. ດຽວນີ້ຊິມີຄົນຕິດຢູ່ໃກ້ໆບ້ານເຮົາ ເຮົາກະຕ້ອງແຮ່ງຣະມັດຣະວັງ ຂຶ້ນຕື່ມ, ແຕ່ກະບໍ່ໃຫ້ຕື່ນຕະນົກຫຼາຍ ເພາະມັນຊິເຮັດໃຫ້ສັງຄົມເຮົາມັນວຸ້ນເນາະ.”
ຊາວບ້ານ ບ້ານໜອງສະໂນຄຳ ອີກທ່ານນຶ່ງ ທີ່ເປັນນັກທຸຣະກິຈ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວພວກເຮົາ ໃນມື້ດຽວກັນນີ້ວ່າ ພາຍຫຼັງຮູ້ຂ່າວວ່າໄທ ບ້ານໂຕເອງ ຕິດເຊື້ອໄວຣັສໂຄວິດ-19 ກໍຮູ້ສຶກຕົກໃຈຢູ່ໜ້ອຍນຶ່ງ, ແຕ່ກໍພຍາຍາມປ້ອງກັນສຸດຂີດ ເພາະໂຕເອງເປີດທຸຣະກິຈ ມີລູກນ້ອງ ຫຼາຍຄົນ ຈຶ່ງຕ້ອງເອົາໃຈໃສ່ເປັນພິເສດ:
“ກະເຣື່ອງຕົກໃຈກະຕົກ, ແຕ່ວ່າ ເຮົາຮູ້ຢູ່ແລ້ວວ່າ ພຍາດນີ້ມັນ ຄັນເຮົາປ້ອງກັນມັນໄດ້ລະກະ ມັນກະບໍ່ແມ່ນວ່າຊິຮ້າຍແຮງ ຈົນວ່າຄິດ ຈົນຢ້ານເອົາແທ້ເອົາວ່າ. ບໍ່ປມາດ, ໂດຍສະເພາະ ຕິດຕາມລູກນ້ອງເລີຍ ວ່າໃຫ້ທຸກຄົນປິດປາກໝົດ, ບໍ່ຕ້ອງວ່າຢ້ານເປືອງໝົດລະມາ ເອົາໂລດ.”
ປັດຈຸບັນນີ້, ຜູ້ຕິດເຊື້ອໂຄວິດ-19 ທັງ 10 ຄົນ ພວມປິ່ນປົວຢູ່ ໂຮງໝໍມິຕພາບ ລາວ-ໂຊຫວຽດ ຫຼືໂຮງໝໍ 150 ຕຽງ ໃນນະຄອນຫຼວງ ວຽງຈັນ 7 ຄົນ ແລະ ອີກ 3 ຄົນ ພວມປິ່ນປົວຢູ່ທີ່ໂຮງໝໍ ແຂວງຫຼວງພຣະບາງ. ທັງໝົດ 10 ຄົນ ມີອາການທີ່ບໍ່ຮ້າຍແຮງ ແລະ ພວມກິນຢາປິ່ນປົວ ທີ່ທີມແພດຈັດໄວ້ໃຫ້.