ຜູ້ຕິດເຊື້ອໂຄວິດ-19 ເພີ່ມເປັນ 3 ຄົນ

ຈໍາປາທອງ
2020.03.25
f-covid-border ແພດ ແລະ ໝໍ ຂອງທາງການລາວ ກວດກາອາການຂອງປະຊາຊົນ ທີ່ຜ່ານເຂົ້າມາທ່າດ່ານສາກົນ ຢ່າງເຂັ້ມງວດ
ຮູບຈາກ : ນັກຂ່າວພົລເມືອງ

ໃນຕອນບ່າຍ ຂອງວັນທີ 25 ມີນາ 2020 ນີ້ ທາງການລາວຢືນຢັນ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຣາຍ, ເຊິ່ງພາກສ່ວນກ່ຽວຂ້ອງ ໄດ້ຖແລງຂ່າວວ່າ ກວດພົບກໍຣະນີຜູ້ຕິດເຊື້ອໂຄວິດ-19 ໃນລາວຈຳນວນ 1 ຣາຍເຊິ່ງເປັນຜູ້ຊາຍ 1 ຄົນມີປວັດພົວພັນກັບຄົນທີ່ຕິດເຊື້ອ ກ່ອນໜ້ານີ້. ດັ່ງທ່ານ ດຣ. ພູທອນ ເມືອງປາກ, ຮອງຣັຖມົນຕຣີ ກະຊວງສາທາຣະນະສຸຂ ຂອງລາວ ໄດ້ກ່າວ ໃນພິທີຖແລງຂ່າວ ຜ່ານ ສື່ມວນຊົນ ທ້ອງຖິ່ນຕອນນຶ່ງວ່າ:

“ແຕ່ມີກໍຣະນີ 1 ຊື່ວ່າທ້າວ ເຈມບອນ ອາຍຸ 26 ປີ ອາຊີພນັກທຸຣະກິຈ ຢູ່ບ້ານຫ້ວຍຫ້ອມ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເຊິ່ງມີການພົວພັນກັບທ້າວ ສີລິສັກ ຜູ້ຕິດເຊື້ອ ຈາກໂຮງແຮມ ຄຣາວພລ່າຊ້າ ນີ້ ລະໂດຍມີການຮັປທານອາຫານ ຮ່ວມກັນ. ພວກເຮົາໄດ້ ເກັບໂຕຢ່າງມາ ບົ່ງມະຕິ ລະກະເຫັນວ່າ ຜູ້ກ່ຽວນີ້ໄດ້ຮັບການຕິດເຊື້ອ. ຖືວ່າເປັນກໍຣະນີທີ 3.”

ໃນມື້ດຽວກັນນີ້, ມີກໍຣະນີຊ່າລືກັນວ່າ ມີໝົດຄອບຄົວ ຕິດເຊື້ອໂຄວິດ-19 ທີ່ແຂວງຫຼວງພຣະບາງນັ້ນ ຜູ້ສື່ຂ່າວເອເຊັຽເສຣີ ກໍໄດ້ສອບຖາມ ໄປຍັງບຸກຄົນ ທີ່ຖືກພາດພິງ ທີ່ອາຈຕິດເຊື້ອໂຄວິດ-19, ເຊິ່ງກໍໄດ້ ຄຳຕອບຈາກຜູ້ເປັນເມັຽ ຂອງຄົນຂັບຣົດຕູ້ນຳທ່ຽວ ຮ່ວມກັບ ຄນະນັກ ທ່ອງທ່ຽວ ທີ່ກວດພົບຕິດເຊື້ອ ວ່າ ຄອບຄົວຂອງນາງ ຍັງບໍ່ໄດ້ຕິດເຊື້ອ ຕາມຂ່າວລື ດັ່ງກ່າວ ແລະ ຍັງລໍຖ້າຜົລກວດຢູ່, ແຕ່ກໍໄດ້ເອົາໃຈໃສ່ ຮີບຮ້ອນມາກວດ ຕາມທີ່ທາງການແນະນຳ ເພາະຖືວ່າຢູ່ໃນກຸ່ມສ່ຽງ.

“ຜົວນ້ອງຫັ້ນ ຂັບຣົດຢູ່ຫຼວງພຣະບາງເນາະ, ແຕ່ວ່າພວກນ້ອງມາກວດ ມາຕິດຕາມ ທາງການເພິ່ນໃຫ້ຕິດຕາມຢູ່ໂຮງໝໍ ຕັ້ງແຕ່ວານນີ້. ຜົວນ້ອງໄດ້ປະສານງານກັບໄກ໊ ເພາະວ່າຜົວນ້ອງລາວຂັບຣົດຕູ້. ຫຼາຍຄົນ ກະເຂົ້າໃຈຜິດເນາະ ແບບວ່າຂ່າວເຂົາເຈົ້າເວົ້າໄປກ່ອນວ່າ ເປັນໝົດຄອບຄົວ ເອົາມານອນໂຮງໝໍ ອີ່ຫຍັງຊີ້ເດ, ແຕ່ວ່າຍັງບໍ່ມີຜູ້ໃດຕິດເຊື້ອເທື່ອ ຍັງບໍ່ມີຜົລກວດ ອອກມາເທື່ອ.”

ພາຍຫຼັງທີ່ທາງການລາວຖແລງຂ່າວວ່າ ມີຜູ້ຕິດເຊື້ອໃນລາວ ຈຳນວນ 2 ຄົນແລ້ວນັ້ນ, ພາກສ່ວນກ່ຽວຂ້ອງ ກໍໄດ້ອອກໜັງສືແຈ້ງການ ໄປຍັງສະຖານທີ່ຕ່າງໆ ໃນນະຄອນຫຼວງວຽງຈັນ ທີ່ຜູ້ຕິດເຊື້ອເດີນທາງ ໄປ ເພື່ອຈະເຂົ້າໄປກວດສອບ ແລະ ປ້ອງກັນການແຜ່ເຊື້ອ.

ນອກຈາກນີ້, ທາງການແຂວງຫຼວງພຣະບາງເອງ ກໍຮີບຮ້ອນເຝົ້າຣະວັງ ພາຍຫຼັງທີ່ຮູ້ວ່າ ມີຜູ້ຕິດເຊື້ອ ໄດ້ເດີນທາງໄປຫຼາຍບ່ອນ ໃນແຂວງຫຼວງ ພຣະບາງ ແລະ ໄດ້ພົວພັນກັບຫຼາຍຄົນ, ເຊິ່ງໃນເບື້ອງຕົ້ນ ກໍໄດ້ນຳ ເອົາຄອບຄົວຂອງຄົນຂັບຣົດຕູ້ ນຳທ່ຽວ ກຸ່ມນັກທ່ອງທ່ຽວທີ່ຕິດເຊື້ອ ມາເຝົ້າເບິ່ງອາການ ທີ່ໂຮງໝໍແລ້ວ. ດັ່ງເຈົ້າໜ້າທີ່ດ້ານສາທາຣະນະສຸຂ ນະຄອນຫຼວງພຣະບາງ ທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ໃນມື້ດຽວກັນວ່າ:

“ໄດ້ເຮັດໝົດແລ້ວ ໄດ້ຕິດຕາມໝົດແລ້ວ ລະມີຜູ້ນຶ່ງໄດ້ເອົາໄປທັງຄອບທັງຄົວ ເອົາໄປຕິດຕາມ ຢູ່ໂຮງໝໍ ສັ່ງກວດໝົດແລ້ວ. ໄດ້ກວດຢູ່ ໂຮງໝໍ ລະເຂົາເຈົ້າເອົາໂຕຢ່າງ ລະສົ່ງໄປສູນກາງອີກນ່າ ໄດ້ລໍຖ້າຜົລ ກວດ. ແມ່ນແລ້ວ ແມ່ນແລ້ວ ທາງພວກເຮົາໄດ້ເອົາໜ່ວຍງານ ວິຊາສະເພາະລົງນຳເອົາ ຢູ່ກັບເຮືອນເດ.”

ທ່ານກ່າວຕື່ມວ່າ ມາຕການໃນເບື້ອງຕົ້ນ ກໍໄດ້ແຈ້ງໃຫ້ເຈົ້າໜ້າທີ່ທ້ອງຖິ່ນ ຕິດຕາມເບິ່ງອາການຂອງຜູ້ທີ່ຄາດວ່າ ພົວພັນກັບກຸ່ມຄົນຕິດເຊື້ອ ແລະ ໃຫ້ກັກບໍຣິເວນຢູ່ເຮືອນ ຕາມທີ່ທາງການໄດ້ແຈ້ງອອກມາໃຫ້ ເຝົ້າຣະວັງ 14 ມື້.

“ມາຕການນີ້ ມີແຕ່ວ່າເຮົາກັກຜູ້ທີ່ວ່າໄປນຳແຂກຫັ້ນ ເຮົາກະເອົາໄວ້ຢູ່ກັບທີ່ຫັ້ນແຫຼະ ຊົ່ວຄາວຫັ້ນນ່າ. ຖ້າຜູ້ໃດມີອາການສົງໄສ ທີ່ເຂົ້າຂ່າຍ ພວກເຮົາກະເອົາເຂົ້າໄປ ຕິດຕາມຢູ່ໂຮງໝໍ.”

ປັດຈຸບັນນີ້, ທາງການລາວໄດ້ກວດພົບ ຜູ້ທີ່ກວດຕິດເຊື້ອໂຄວິດ-19 ເປັນຜົລບວກ 3 ຄົນ ແລະ ທັງ 3 ຄົນນີ້ ກໍພວມປິ່ນປົວຢູ່ ໂຮງໝໍ ມິຕພາບ ລາວ-ໂຊຫວຽດ ຫຼືໂຮງໝໍ 150 ຕຽງ ໃນນະຄອນຫຼວງວຽງຈັນ. ທັງໝົດ 3 ຄົນ ມີອາການປ່ວຍໄຂ້ ທີ່ບໍ່ໜັກໜາປານໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.