ຜູ້ປ່ວຍຍ້ອນໂຄວິດ-19 ຮວມເປັນ 6 ຄົນ

ມະນີຈັນ
2020.03.26
F-Covid19-laos ຄະນະກັມມະການສະເພາະກິຈ ຕ້ານພຍາດໂຄວິດ-19 ໄດ້ຖແລງຂ່າວ ເມື່ອວັນທີ 26 ມີນາ 2020 ຢູ່ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອ ທັງໝົດ 06 ກໍຣະນີ ແລ້ວ.
Citizen Journalist

ໃນຕອນບ່າຍ ຂອງວັນທີ 26 ມີນາ 2020 ນີ້ ທາງການລາວຢືນຢັນມີຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 3 ຣາຍ, ເຊິ່ງພາກສ່ວນກ່ຽວຂ້ອງ ໄດ້ຖແລງຂ່າວວ່າ ກວດພົບກໍຣະນີຜູ້ຕິດເຊື້ອໂຄວິດ-19 ໃນລາວ ຈຳນວນ 3 ຣາຍ, ເຊິ່ງເປັນຜູ້ຊາຍທັງ 3 ຄົນ ແລະ ມີປວັດພົວພັນກັບ ຄົນທີ່ຕິດເຊື້ອກ່ອນໜ້ານີ້. ດັ່ງທ່ານ ດຣ. ພູທອນ ເມືອງປາກ, ຮອງຣັຖມົນຕຣີກະຊວງສາທາຣະນະສຸຂ ຂອງລາວ ໄດ້ກ່າວ ໃນພິທີ ຖແລງຂ່າວ ຜ່ານສື່ມວນຊົນທ້ອງຖິ່ນຕອນນຶ່ງວ່າ:

“ພົບມີຜູ້ຕິດເຊື້ອຫັ້ນ 3 ກໍຣະນີເນາະ ຖືວ່າເປັນກໍຣະນີໃໝ່ທີ່ພົບ ການຕິດເຊື້ອ ໃນ 3 ກໍຣະນີນີ້. 3 ກໍຣະນີນີ້ ກະມີສາເຫຕມາຈາກການ ໃກ້ຊິດ ແລະ ສຳຜັດ ກັບຜູ້ທີ່ ນຳພານັກທ່ອງທ່ຽວນັ້ນ ຄືມື້ວານນີ້ໄດ້ສເນີໄປນັ້ນຫັ້ນ.”

ທ່ານກ່າວຕື່ມວ່າ ຜູ້ຕິດເຊື້ອທັງ 3 ນັ້ນ, ເປັນຄົນຂັບຣົດ 2 ຄົນ ອາຍຸ 42 ປີ ແລະ 52 ປີ ດຳຣົງຊີວິຕທີ່ແຂວງຫຼວງພຣະບາງ, ເຊິ່ງເປັນ ພະນັກງານຂັບຣົດ ໃຫ້ກັບບໍຣິສັດທ່ອງທ່ຽວ ແລະໄດ້ຂັບຣົດໃຫ້ບໍຣິການ ແກ່ກຸ່ມນັກທ່ອງທ່ຽວທີ່ຕິດເຊື້ອ ແລະ ອີກຄົນນຶ່ງເປັນຊາວນະຄອນ ຫຼວງວຽງຈັນ ອາຍຸ 41 ປີ ທີ່ພົວພັນກັບນັກທຸຣະກິຈ ທີ່ຕິດເຊື້ອມາຈາກ ການສຳຜັດກັບພະນັກງານໂຮງແຮມຄຣາວພລ່າຊ້າ ສາຂານະຄອນ ຫຼວງວຽງຈັນ ທີ່ໄດ້ຣາຍງານວ່າຕິດເຊື້ອ ກ່ອນໜ້ານີ້.

ໃນມື້ດຽວກັນນີ້, ເຈົ້າໜ້າທີ່ດ້ານສາທາຣະນະສຸຂ ນະຄອນຫຼວງພຣະບາງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ເອເຊັຽເສຣີວ່າ ພາກສ່ວນກ່ຽວຂ້ອງ ກໍໄດ້ນຳ ໂຕຜູ້ຕິດເຊື້ອທັງ 2 ຄົນນັ້ນ ເຂົ້າມາປິ່ນປົວຢູ່ທີ່ໂຮງໝໍແຂວງຫຼວງພຣະບາງ ທີ່ທາງການແຂວງຫຼວງພຣະບາງ ໄດ້ຈັດເປັນບ່ອນປິ່ນປົວຜູ້ ຕິດເຊື້ອໂຄວິດ-19 ໂດຍສະເພາະ ເປັນທີ່ຮຽບຮ້ອຍແລ້ວ ພ້ອມທັງໄດ້ລົງໄປຮິບໂຮມຂໍ້ມູນ ການເຄື່ອນໄຫວຂອງຜູ້ຕິດເຊື້ອທັງ 2 ນຳດ້ວຍ.

“ມີແຕ່ວ່າ ພວກເຮົາກະໄດ້ນຳເອົາຜູ້ກ່ຽວເຂົ້າຢູ່ໂຮງໝໍພຸ້ນແລ້ວ ລະທາງບ້ານກະໄດ້ຕິດຕາມວ່າ ໄດ້ໄປສັມພາດລາວກ່ຽວກັບວ່າລາວໄດ້ໄປ ໃສ? ໄປກັບໃຜ? ຢູ່ນຳໃຜ? ຫຼືໄປບ່ອນໃດ? ເຮົາໄປນຳໝົດທຸກ ບ່ອນແລ້ວ.”

ທ່ານກ່າວຕື່ມອີກວ່າ ພາກສ່ວນກ່ຽວຂ້ອງ ບໍ່ພຽງແຕ່ດຳເນີນມາຕການກັກບໍຣິເວນຕໍ່ບຸກຄົນ ທີ່ອາຈຕົກຢູ່ໃນກຸ່ມສ່ຽງທີ່ຜູ້ຕິດເຊື້ອ 2 ຄົນນີ້ໄດ້ ໄປສຳຜັດ ເທົ່ານັ້ນ, ຫາກຍັງໄດ້ມີມາຕການຕໍ່ກັບຄົນງານລາວ ທີ່ ກັບມາແຕ່ໄປເຮັດວຽກຢູ່ປະເທດໄທຍນຳດ້ວຍ, ໂດຍທາງການແຂວງ ໄດ້ກຳນົດເອົາໂຮງຮຽນຫຼັງນຶ່ງ ໃນນະຄອນຫຼວງພຣະບາງ ເພື່ອເປັນບ່ອນຮອງຮັບ ຕິດຕາມຄົນງານລາວເຫຼົ່ານັ້ນ ເປັນເວລາ 14 ມື້. ຖ້າ ແຂງແຮງດີ ກໍອະນຸຍາດໃຫ້ກັບເມືອເຮືອນໄດ້ ຖ້າເຂົ້າຂ່າຍຕິດໂຄວິດ-19 ກໍຈະສົ່ງໄປກວດຫາເຊື້ອທັນທີ.

ໃນຂະນະດຽວກັນ, ຊາວບ້ານທີ່ອາສັຍ ແລະເຮັດທຸຣະກິຈ ທີ່ຢູ່ບ້ານດຽວກັນກັບຜູ້ຕິດເຊື້ອໂຄວິດ-19 ໃນນະຄອນຫຼວງພຣະບາງ ກໍໄດ້ກ່າວ ຕໍ່ຜູ້ສື່ຂ່າວເອເຊັຽເສຣີ ໃນມື້ດຽວກັນວ່າ ທ່ານ ແລະ ຄອບຄົວທ່ານເອງ ກໍພາກັນຕື່ນໂຕ ປ້ອງກັນເຕັມທີ່ ເພື່ອຫຼຸດຜ່ອນຄວາມສ່ຽງ ດ້ວຍການ ປິດຮ້ານອາຫານ ແລະ ອອກໄປຢູ່ນອກເມືອງເປັນການຊົ່ວຄາວ.

“ພາກສ່ວນທີ່ກ່ຽວຂ້ອງກັບໂຣຄນີ້ ເຂົາເຈົ້າກະລົງມາເຮັດວຽກຢູ່ບ້ານເຮົານີ້ແລ້ວ. ທາງຮ້ານພວກເຮົາກະໄດ້ປິດຕັ້ງແຕ່ວານນີ້ພຸ້ນແລ້ວ. ເຮົາໄດ້ປິດຮ້ານ ເອົາຄອບຄົວໄປຢູ່ທີ່ສວນ ບ້ານສວນນອກຈາກໂຕເມືອງຫຼວງພຣະບາງໄປແລ້ວ. ທາງຮ້ານອາຫານພວກເຮົານີ້ຕື່ນໂຕ ລະກະເລີຍວ່າ ໂຕໃຜໂຕມັນສາກ່ອນ.”

ທ່ານກ່າວເພີ່ມວ່າ ປັດຈຸບັນ, ເຖິງວ່າພາກສ່ວນກ່ຽວຂ້ອງ ຍັງບໍ່ທັນມີແຈ້ງການໃຫ້ພາກທຸຣະກິຈ ປິດຊົ່ວຄາວ ບໍ່ວ່າຈະເປັນຮ້ານອາຫານ ຫຼືເຮືອນພັກ ທີ່ຕັ້ງຢູ່ໃກ້ກັບເຂດທີ່ມີຜູ້ຕິດເຊື້ອໂຄວິດ-19 ອາສັຍຢູ່ ກໍຕາມ, ແຕ່ຜູ້ປະກອບການຫຼາຍຄົນ ກໍພ້ອມຮ່ວມມືກັບທາງການ ແລະ ສມັກໃຈ ປິດຮ້ານ ແລະ ກິຈການຊົ່ວຄາວເອງ ເພື່ອຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອ ແລະ ແຜ່ກະຈາຍເຊື້ອພາຍໃນບ້ານ ແລະ ປ່ອຍໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ເຮັດວຽກຢ່າງເຕັມທີ່.

ປັດຈຸບັນນີ້, ທາງການລາວໄດ້ກວດພົບ ຜູ້ທີ່ກວດຕິດເຊື້ອໂຄວິດ-19 ເປັນຜົລບວກ 6 ຄົນ ແລະ ທັງ 6 ຄົນນີ້ ກໍພວມປິ່ນປົວຢູ່ ໂຮງໝໍ ມິຕພາບ ລາວ-ໂຊຫວຽດ ຫຼືໂຮງໝໍ 150 ຕຽງ ໃນນະຄອນຫຼວງວຽງຈັນ 4 ຄົນ ແລະ ອີກ 2 ຄົນ ພວມປິ່ນປົວຢູ່ທີ່ໂຮງໝໍແຂວງ ຫຼວງພຣະບາງ. ທັງໝົດ 6 ຄົນ ມີອາການທີ່ເບົາບາງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.