ຜູ້ຕິດເຊື້ອໂຄວິດ-19 ຢູ່ລາວ ສອງຄົນ

ສຸພັດຕາ
2020.03.24
F-Lao-Covid19 ດຣ. ພູທອນ ເມືອງປາກ, ຮອງຣັຖມົນຕຣີ ກະຊວງສາທາຣະນະສຸຂ ຂອງລາວ ກ່າວກ່ຽວກັບກໍຣະນີ ຜູ້ຕິດເຊື້ອໂຄວິດ-19 ຢູ່ລາວ ໃນພິທີຖແລງຂ່າວ ຜ່ານສື່ມວນຊົນທ້ອງຖິ່ນ
Lao Health Department

ໃນຕອນບ່າຍ 2 ໂມງ 20 ນາທີຂອງວັນທີ 24 ມີນາ 2020 ນີ້ທາງການລາວ ຢືນຢັນມີຜູ້ຕິດເຊື້ອໂຄວິດ-19 ແລ້ວ, ໂດຍແມ່ນກອງເລຂາ ຄນະສະເພາະກິຈ ເພື່ອປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ຕໍ່ການແຜ່ ຣະບາດ ຂອງເຊື້ອຈຸລໂຣຄ ໂຄໂຣນ້າ ຫຼື ພຍາດໂຄວິດ-19 ໄດ້ ຖແລງຂ່າວວ່າ ກວດພົບກໍຣະນີ ຜູ້ຕິດເຊື້ອໂຄວິດ-19 ໃນລາວ ຈຳນວນ 2 ຣາຍ ພາຍຫຼັງຮູ້ຜົລກວດ ແຕ່ມື້ຄືນວັນທີ 23 ມີນາ, ເຊິ່ງເປັນ ຜູ້ຊາຍ 1 ຄົນ ແລະ ແມ່ຍິງ 1 ຄົນ.

ດັ່ງ ດຣ. ພູທອນ ເມືອງປາກ, ຮອງຣັຖມົນຕຣີ ກະຊວງສາທາຣະນະສຸຂ ຂອງລາວ ໄດ້ກ່າວ ໃນພິທີຖແລງຂ່າວ ຜ່ານສື່ມວນຊົນທ້ອງຖິ່ນ ຕອນນຶ່ງວ່າ:

“2 ກໍຣະນີທີ່ຢູ່ນະຄອນຫຼວງວຽງຈັນນີ້ ກວດກາແລ້ວເຫັນວ່າ ພົບມີເຊື້ອພຍາດໂຄວິດ ຢູ່ໃນຂອງເຂົາເຈົ້າທັງ 2 ຄົນນີ້. ຈັ່ງຊັ້ນເປັນຄັ້ງທຳອິດ ທີ່ປະເທດລາວຂອງພວກເຮົາ ໄດ້ກວດພົບກໍຣະນີຜູ້ຕິດເຊື້ອຢູ່ ປະເທດລາວຂອງພວກເຮົາ ຈຳນວນ 2 ຄົນນີ້.”

ທ່ານກ່າວຕື່ມວ່າ ຜູ້ທີ່ຕິດເຊື້ອໂຄວິດ-19 ຈຳນວນ 2 ຄົນ ເປັນແມ່ຍິງລາວສັນຊາຕລາວອາຍຸ 36 ປີ ແລະ ຜູ້ຊາຍລາວ ສັນຊາຕລາວອາຍຸ 28 ປີ ມີປວັດພົວພັນກັບບຸກຄົນ ທີ່ມາຈາກປະເທດກຸ່ມສ່ຽງ ແລະ ເດີນທາງໄປປະເທດ ທີ່ຢູ່ໃນກຸ່ມສ່ຽງ:

“ຜູ້ທີ 1 ນີ້ ເປັນເພດຍິງ ອາຍຸ 36 ປີ ສັນຊາຕລາວ. ອາຊີພແມ່ນນຳພານັກທ່ອງທ່ຽວຕ່າງປະເທດ ເຊິ່ງວ່າລາວໄດ້ນຳພາກຸ່ມ ນັກທ່ອງທ່ຽວ ຈາກປະເທດຢູໂຣປ. ຜູ້ທີ 2 ເປັນເພດຊາຍ ອາຍຸ 28 ປີ ສັນຊາຕລາວ, ເຊິ່ງເປັນພະນັກງານ ຢູ່ໂຮງແຮມຄຣາວພລ່າຊ້າ. ຜູ້ກ່ຽວນີ້ ກໍມີ ປວັດການເດີນທາງໄປ ປະຊຸມ-ສັມມະນາ ຢູ່ບາງກອກ ປະເທດໄທຍ.”

ຣາຍລະອຽດ ຂອງຜູ້ທີ່ຕິດເຊື້ອໂຄວິດ-19 ຈຳນວນ 2 ຄົນ ນັ້ນກະຊວງສາທາຣະນະສຸຂ ຢັ້ງຢືນຢ່າງເປັນທາງການ ວ່າເປັນແມ່ຍິງລາວ ສັນຊາຕລາວ ອາຍຸ 36 ປີ ເປັນຊາວບ້ານ ທີ່ດຳຣົງຊີວິຕຢູ່ ບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີອາຊີພເປັນພະນັກງານ ນຳທ່ຽວ ທີ່ນຳພານັກທ່ອງທ່ຽວ ຕ່າງປະເທດທ່ຽວໃນລາວ ແລ້ວເດີນທາງໄປ ປະເທດກັມພູຊາ ແລະ ຜູ້ຊາຍລາວ ສັນຊາຕລາວ ອາຍຸ 28 ປີ ເປັນ ຊາວບ້ານ ທີ່ດຳຣົງຊີວິຕຢູ່ ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນພະນັກງານ ຢູ່ໂຮງແຮມ ຄຣາວພລາຊ້າ ສາຂາ ນະຄອນຫຼວງວຽງຈັນ ມີປວັດເດີນທາງໄປ ປະຊຸມ-ສັມມະນາ ຢູ່ ນະຄອນຫຼວງບາງກອກ ປະເທດໄທຍ.

ປັດຈຸບັນນີ້, ຜູ້ທີ່ກວດຕິດເຊື້ອໂຄວິດ-19 ເປັນຜົລບວກທັງ 2 ຄົນນີ້ ພວມປິ່ນປົວຢູ່ ໂຮງໝໍມິຕພາບ ລາວ-ໂຊຫວຽດ ຫຼືໂຮງໝໍ 150 ຕຽງ ໃນນະຄອນຫຼວງວຽງຈັນ.

ຫຼ້າສຸດນີ້ ມາເຖິງວັນທີ 24 ມີນາ 2020, ໃນປະເທດລາວ ມີກໍຣະນີສົງໃສ ຜູ້ຕິດເຊື້ອພຍາດໂຄວິດ-19 ທັງໝົດ ຈຳນວນ 131 ກໍຣະນີ, ແຕ່ກວດພົບວ່າ ມີຜູ້ຕິດເຊື້ອ ຫຼືຜົລກວດອອກມາເປັນບວກ  ຈຳນວນ 2 ກໍຣະນີ ແລະ ຈຳນວນ 129 ກໍຣະນີ ຜົລກວດອອກມາເປັນລົບ ຫຼື ບໍ່ພົບການຕິດເຊື້ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.