ຜູ້ຕິດເຊື້ອໂຄວິດ-19 ຢູ່ ລາວ 8 ຄົນແລ້ວ
2020.03.28

ໃນຕອນບ່າຍ ຂອງວັນທີ 28 ມີນາ 2020 ນີ້ ທາງການລາວ ຢືນຢັນມີຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ຣາຍ, ເຊິ່ງພາກສ່ວນກ່ຽວຂ້ອງໄດ້ ຖແລງຂ່າວວ່າ ກວດພົບກໍຣະນີຜູ້ຕິດເຊື້ອໂຄວິດ-19 ໃນລາວ ຕື່ມຈຳນວນ 2 ຣາຍ ພາຍຫຼັງທີ່ຮູ້ຜົລກວດເຊື້ອ ເປັນຜົລບວກ ເມື່ອຕອນແລງ ຂອງວັນທີ 27 ມີນາ. ດັ່ງທ່ານ ດຣ. ພູທອນ ເມືອງປາກ, ຮອງຣັຖມົນຕຣີກະຊວງສາທາຣະນະສຸຂ ຂອງລາວ ໄດ້ກ່າວ ໃນພິທີ ຖແລງຂ່າວ ຜ່ານສື່ມວນຊົນທ້ອງຖິ່ນຕອນນຶ່ງວ່າ:
“ມາກວດຢູ່ຫ້ອງວິເຄາະແຫ່ງຊາຕ ຂອງພວກເຮົາ ຢູ່ນະຄອນຫຼວງວຽງຈັນນີ້. ພາຍໃນ 58 ຄົນນັ້ນ ລະມີຜູ້ຕິດເຊື້ອ 2 ຄົນ. ເຮົາພົບຜູ້ຕິດ ເຊື້ອໃໝ່ 2 ຄົນເນາະ ກວດວັນທີ 27 ເນາະ ໃນຈຳນວນ 58 ຄົນ.”
ຣາຍລະອຽດ ຂອງຜູ້ທີ່ຕິດເຊື້ອໂຄວິດ-19 ຕື່ມຈຳນວນ 2 ຄົນນັ້ນ, ກະຊວງສາທາຣະນະສຸຂ ໄດ້ຢັ້ງຢືນຢ່າງເປັນທາງການວ່າເປັນຜູ້ຊາຍ 1 ຄົນ ອາຍຸ 18 ປີ ດຳຣົງຊີວິຕຢູ່ ບ້ານດອນນົກຂຸ້ມ ເມືອງສີສັຕນາກ ນະຄອນຫຼວງວຽງຈັນ ເປັນພະນັກງານບໍຣິສັດຂົນສົ່ງ DHL ແລະ ແມ່ຍິງ 1 ຄົນ ອາຍຸ 50 ປີ ດຳຣົງຊີວິຕຢູ່ ບ້ານວິຊຸນ ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ເປັນພັລຍາ ຂອງພະນັກງານຂັບຣົດ ໃຫ້ບໍຣິສັດທ່ອງທ່ຽວ. ທັງ 2 ຄົນທີ່ກວດພົບຕິດເຊື້ອໂຄວິດ-19 ໃນຄັ້ງນີ້, ມີປວັດພົວພັນກັບຄົນທີ່ຕິດເຊື້ອ ມາກ່ອນໜ້ານີ້.
ແມ່ຍິງຕິດເຊື້ອຈາກສາມີ ທີ່ເປັນພະນັກງານຂັບຣົດ ໃຫ້ບໍຣິສັດທ່ອງທ່ຽວ ທີ່ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ແລະ ຜູ້ຊາຍ ຕິດເຊື້ອຈາກການພົວພັນກັບນັກທຸຣະກິຈ ຢູ່ບ້ານຫ້ວຍຫ້ອມ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ທີ່ມີຣາຍງານວ່າຕິດເຊື້ອ ເມື່ອ ວັນທີ 26 ມີນາ ທີ່ຜ່ານມາ.
ກ່ຽວກັບການຕິດເຊື້ອໂຄວິດ-19 ເພີ່ມຕື່ມໃນເທື່ອນີ້, ຊາວບ້ານໃນນະຄອນຫຼວງພຣະບາງ ທ່ານນຶ່ງ ກໍໄດ້ໃຫ້ທັສນະ ແກ່ຜູ້ສື່ຂ່າວເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ພາຍຫຼັງທີ່ທ່ານໄດ້ຮັບຮູ້ວ່າ ຄົນໃກ້ບ້ານທ່ານ ມີຜູ້ຕິດເຊື້ອໂຄວິດ-19 ແລ້ວ, ຊາວບ້ານຫຼາຍຄົນ ກໍພາກັນໂສກັນໝົດບ້ານ ແລະ ຕື່ນໂຕພາກັນຣະມັດຣະວັງຕື່ມ ພ້ອມທັງປະຕິບັດຕາມມາຕການ ທີ່ພາກສ່ວນກ່ຽວຂ້ອງ ໄດ້ແນະນຳຢ່າງດີ.
“ໄທບ້ານກະຟັງ ກະປົກກະຕິຫັ້ນແຫຼະ ລົມກັນກະຄ້າຍໆກັບວ່າ ເປັນກະແສ ເປັນເຣື່ອງເດັ່ນທີ່ໂສກັນທົ່ວເມືອງ ອີ່ຫຍັງປະມານນີ້ເນາະ. ຮູ້ຂ່າວແລ້ວວ່າຢູ່ບ້ານວິຊຸນ ເຮົາກະຊິໄດ້ຣະມັດຣະວັງຂຶ້ນຕື່ມ. ເພິ່ນກະໃຫ້ຣະມັດຣະວັງຫັ້ນແລ້ວ, ຫ້າມອອກບ້ານບໍ່? ບໍ່ຈຳເປັນກະບໍ່ ຢາກໃຫ້ອອກເຮືອນບໍ່? ໃສ່ຜ້າປິດປາກປິດດັງ ລ້າງມື.”
ປັດຈຸບັນນີ້, ຜູ້ຕິດເຊື້ອໂຄວິດ-19 ທັງ 8 ຄົນ ພວມປິ່ນປົວຢູ່ ໂຮງໝໍມິຕພາບ ລາວ-ໂຊຫວຽດ ຫຼືໂຮງໝໍ 150 ຕຽງ ໃນນະຄອນຫຼວງ ວຽງຈັນ 5 ຄົນ ແລະ ອີກ 3 ຄົນ ພວມປິ່ນປົວຢູ່ທີ່ໂຮງໝໍແຂວງຫຼວງພຣະບາງ. ທັງໝົດ 8 ຄົນ ມີອາການທີ່ເບົາບາງ, ພວມກິນຢາປິ່ນປົວ ທີ່ທີມແພດຈັດໄວ້ໃຫ້ ແລະ ບໍ່ໄດ້ໃສ່ອົກຊີ່ເຢ່ນ ຊ່ອຍໃນການຫາຍໃຈ ແຕ່ຢ່າງໃດ.