ໄທ ຈັບຄົນງານລາວ ຈະລັກ ຂ້າມຟາກ
2020.03.26
ເຈົ້າໜ້າທີ່ໄທ ຈັບ ຄົນງານລາວ 23 ຄົນ ທີ່ກຳລັງຈະລັກລອບຂ້າມນ້ຳຂອງ ມາລາວ ຢູ່ເຂດ ບ້ານປາກແຊງ ເມືອງນາຕານ ແຂວງອຸບົນ ຣາຊທານີ ຂອງໄທ ໂດຍ ບໍ່ຜ່ານການກວດກາ ພຍາດໂຄວິດ-19 ໃນວັນທີ 25 ມີນາ.
ຄົນງານລາວ 23 ຄົນ ເປັນຊາຍ 13 ຄົນ, ຍິງ 10 ຄົນ ພາກັນລົງຈາກລົດຕູ້ໂດຍສານ ແລ້ວ ພາກັນຍ່າງໄປບ້ານປາກແຊງ ແຕ່ ດ່ານ ບ້ານປາກແຊງປິດ. ເຈົ້າໜ້າທີ່ໄທ ສົ່ງນຳຕົວຄົນລາວທັງໝົດ ໄປດ່ານສາກົນ ຊ່ອງເມັກ ເພື່ອກວດກາ ພຍາດໂຄວິດ19 ແລະ ສົ່ງກັບ ປະເທດລາວ ໃນວັນດຽວກັນ, ດັ່ງເຈົ້າໜ້າທີ່ ບ້ານປາກແຊງ ແຂວງອຸບົນຣາຊທານີ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 26 ມີນາ ວ່າ:
"ດ່ານປາກແຊງນີ້ເພິ່ນປິດ ແຕ່ວ່າມີຜູ້ລັກລອບມາ ເພິ່ນເຈຕນາກະຄືຈະລັກລອບຂ້າມ ແຕ່ວ່າມັນຂ້າມບໍ່ໄດ້ ຜູ້ຍິງ 10 ຄົນ ຜູ້ຊາຍ 13 ຄົນ ເຂົາເຈົ້າຢາກກັບບ້ານ ເຂົາເຈົ້າມາຈາກກຸງເທບ ລົດມາຈອດໄປປະໄວ້ ຢູ່ທົ່ງນາ ພວກຮັກສາຊາຍແດນ ກະເລີຍໄປພໍ້ ກະເລີຍນຳສົ່ງ ຕໍມໍ ຊ່ອງເມັກ."
ເຖິງວ່າ ຈະມີຄຳສັ່ງປິດດ່ານແຕ່ວັນທີ 23 ມີນາ ແຕ່ ກໍມີການຜ່ອນຜັນໃຫ້ຄົນລາວ ຈຳນວນດັ່ງກ່າວ ຂ້າມມາຝັ່ງລາວ ໃນວັນທີ 25 ມີນາ, ເຈົ້າໜ້າທີ່ຕຳຣວດປະຈຳດ່ານ ຕໍມໍ ຊ່ອງເມັກ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 26 ມີນາ ວ່າ:
"ລໍຢູ່ວ່າ ຖ້າມັນມີຈຳນວນຫລາຍ ທາງຈັງຫວັດ ກໍຄົງມີຄຳສັ່ງອອກມາ ມີການຜ່ອນຜັນ ເປັນລາຍວັນ ເພາະວ່າ ອັນນີ້ ເປັນອຳນາດຂອງ ຈັງຫວັດ ໂດຍສະເພາະ ໃນເລື້ອງປິດເປີດດ່ານ."
ການທີ່ມີຄົນລັກຂ້າມມາລາວ ເປັນເລື້ອງຫຍຸ້ງຍາກ ແຕ່ທາງການກໍໄດ້ແຈ້ງ ໃຫ້ອຳນາດການປົກຄອງບ້ານ ເພື່ອໃຫ້ນຳຕົວຜູ້ທີ່ລັກຂ້າມມາ ລາວ ໃຫ້ໄປກວດພຍາດໂຄວິດ19 ແລະກັກບໍລິເວນເປັນເວລາ 14 ວັນ. ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ໂຕນີ້ພວກເຮົາກະຍາກ ໂຕນີ້ພວກເຮົາ ໄດ້ແຈ້ງການໄປຫາອຳນາດການປົກຄອງ ແຕ່ລະບ້ານແລ້ວ ທວນຂໍ້ມູນຄືນວ່າ ແຕ່ລະບ້ານມີຄົນ ທີ່ໄປທຳງານຢູ່ໄທ ກັບມາແລ້ວຈັກຄົນ ສົມທຽບກັບເຂົ້າມາທາງດ່ານ ແທ້ນີ້ນ່າວ່າມັນມີຈັກຄົນ ແຕ່ມັນກະເປັນການຍາກ ທີ່ຈະໄດ້ຂໍ້ມູນ ວ່ອງໄວ."
ທ່ານກ່າວຕື່ມວ່າ ເຈົ້າໜ້າທີ່ສາທາຣະນະສຸຂ ຢູ່ແຕ່ລະດ່ານ ໂດຍສະເພາະຢູ່ດ່ານຂົວ ມິຕພາບແຫ່ງທີ 2 ແຂວງສວັນນະເຂດ ໄດ້ມີການ ສັບປ່ຽນກັນເພື່ອກວດກາຄົນລາວ ທີ່ກັບມາຈາກປະເທດໄທ ຢ່າງເຂັ້ມງວດຍ້ອນວ່າ ຜູ້ທີ່ເຂົ້າມາມີຈຳນວນຫຼາຍ ແລະ ສ່ຽງທີ່ຈະຕິດເຊື້ອ ພຍາດໂຄວິດ-19.
ໃນວັນທີ 23 ມີນາ ທາງການລາວ ມີໜັງສືແຈ້ງການໄປຫາເຈົ້າໜ້າທີ່ ປກສ ຢູ່ເຂດຊາຍແດນ ແລະເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອໃຫ້ສົມທົບ ກັບອຳນາດການປົກຄອງ ຕິດຕາມ ກວດກາຢ່າງເຂັ້ມງວດຕໍ່ກຸ່ມຄົນ ທີ່ລັກລອບຂ້າມມາ ແຕ່ປະເທດໄທ ແລະຖ້າພົບ ໃຫ້ເຈົ້າໜ້າທີ່ນຳຕົວ ໄປກວດ ພຍາດໂຄວິດ-19 ແລະ ນຳຕົວໄປກັກບໍຣິເວນ ເວລາ 14 ວັນ ເພື່ອປ້ອງກັນການລະບາດ ຂອງພຍາດດັ່ງກ່າວ.