ໄວຣັສໂຄວິສ-19 ແຜ່ຂຍາຍ

ຈໍາປາທອງ
2020.03.10
F-Covid-VN ພະນັກງານ ສາທາຣະນະສຸຂ ອອກໄປຜົ່ນຢາຂ້າເຊື້ອ ໄວຣັສ ໂຄວິດ-19 ຢູ່ທີ່ວັດ Ngoc Son ນະຄອນຫຼວງຮາໂນຍ, ສສ ວຽດນາມ ວັນທີ 10 ມິນາ 2020
Nhac NGUYEN / AFP

ມາເຖິງຕອນທ່ຽງຂອງວັນຈັນ ທີ 9 ມິນາ ນີ້ເຊື້ອໄວຣັສ ໂຄວິສ-19 ທີ່ຣະບາດອອກຈາກຈີນ ໄປເຖິງ 108 ປະເທດແລະດິນແດນໃນໂລກ, ເຮັດໃຫ້ຜູ້ຄົນເສັຽຊີວິດໄປແລ້ວ 3,887 ຄົນ ແລະຕິດເຊື້ອອີກ 111,733 ຄົນ. ແຕ່ໃນຄວາມເປັນຈິງ ຈໍານວນຜູ້ຕິດ ເຊື້ອອາດມີຫຼາຍກວ່າ ນັ້ນຕັ້ງຫຼາຍເທົ່າຕົວ ຊຶ່ງຊ່ຽວຊານດ້ານໂຣຄຕິດຕໍ່ ທີ່ສະຖາບັນແຫ່ງຊາດ ດ້ານສຸຂພາບຂອງໄຕ້ຫວັນ ຊູ ອີ-ເຈນ (Su Ih-jen) ເວົ້າເມື່ອ ກ່ອນນັ້ນວ່າ ຕົວເລກ ຜູ້ຕິດເຊື້ອໃນຕົວຈິງ ຢູ່ຈີນ ປາກົດວ່າຈະມີຢ່າງໜ້ອຍ 5 ແສນຄົນ ຍ້ອນວ່າ ບໍ່ສາມາດເຂົ້າເຖິງ ຄົນເຈັບທີ່ຕິດເຊື້ອ ໄວຣັສສາຍພັນໃໝ່ ໂຄວິດ-19 ຢູ່ເມືອງ ອູຮັນ ແລະເມືອງໃກ້ຄຽງ. ແຕ່ທ່ານ ຫວັງ ຍີ (Wang Yi) ຣັຖມົນຕຣີກະຊວງການຕ່າງປະເທດ ຈີນ ຍັງຢືນ ຢັນພາຍຫລັງກອງປະຊຸມສຸກເສີນ ຣະດັບຣັຖມົນຕຣີ ການຕ່າງ ປະເທດອາຊຽນ ທີ່ນະຄອນຫລວງວຽງຈັນ ໃນມື້ວັນທີ 20 ກຸມພາ ຜ່ານມາວ່າ ໂຣກຣະບາດໂຄວິດ-19 ນັ້ນຄວບຄຸມ ແລະຮັກສາໄດ້ ເຖິງແມ່ນວ່າ ທົ່ວໂລກຈະແຕກຕື່ນກັບການຣະບາດ ໃນເວລາ ນີ້ກໍຕາມ.

ເຊື້ອໄວຣັສ ໂຄວິສ 19 ເລີ້ມປາກົດຕົວຂຶ້ນຢູ່ເມືອງ ອູຮັນ ແຂວງ ຮູເບ ປະ ເທດຈີນ ໃນມື້ວັນທີ 1 ທັນວາປີກາຍ ໂດຍມີຣາຍງານວ່າມີ ຜູ້ປ່ວຍຈາກເຊື້ອໄວຣັສດັ່ງກ່າວຄົນທໍາອິດ ແລະຄະນະແພດຈີນໄດ້ຣາຍງານ ຕໍ່ຄະນະພັກຄອມມິວນິສຈີນ ແລະອໍານາດ ການປົົຄອງເມືອງ ອູຮັນ ແລະແຂວງຮູເບ ເພື່ອມີມາດຕະການປ້ອງກັນ ຈໍາກັດບໍ່ໃຫ້ເຊື້ອໄວຣັສ ທີ່ເປັນອັນຕະຣາຍນັ້ນຣະບາດອອກໄປ.

ແຕ່ຄະນະພັກ ແລະອໍານາດການປົກຄອງເມືອງ ຊຶ່ງຢູ່ພາຍໃຕ້ການຊີ້ນໍາ ນໍາພາໂດຍກົງຂອງສູນກາງພັກ ຄອມມິວນິສຈີນ ຊຶ່ງມີທ່ານ ສີ ຈິນຜິງ ເປັນເລຂາທິການໃຫຍ່ ບໍ່ພຽງແຕ່ຖືເບົາ ແລະປົກປິດຜົນຂອງການຄົ້ນຄວ້າວິໃຈ ແລະຄໍາແນະນໍາ ຄໍາເຕືອນ ຂອງຄະນະແພດ ເທົ່ານັ້ນ ແຕ່ຫາກຍັງສັ່ງໃຫ້ຕໍາຣວດ ໝາຍເກາະຄະນະແພດຈີນ ມາໃຫ້ຮັບສາຣະພາບ ວ່າພວກຕົນຜິດ ໂດຍກ່າວຫາຄະນະແພດວ່າ ໂຄສະນາບິດເບືອນຄວາມຈິງ, ປ່າວຂ່າວອະກຸສົນ, ສ້າງຄວາມວຸ້ນວາຍ ສັບສົນ ເຮັດໃຫ້ສັງຄົມ ປັ່ນປ່ວນ ເພື່ອຫວັງລົດຖານະບົດບາດ ການນໍາຂອງພັກ ໃນການຄຸ້ມຄອງຣັຖ ຄຸ້ມຄອງສັງຄົມລົງ. ຄະນະພັກຄອມມິວນິສ ແລະອໍານາດການປົກຄອງຈີນ ເຊື່ອວ່າ ພາຍໃຕ້ການ ຈັດຕັ້ງ ຊີ້ນໍາ ນໍາພາແບບຄອມມິວນິສ ຂອງຕົນຈະສາມາດຄວບຄຸມເຊື້ອ ໄວຣັສ ໂຄວິສ-19 ບໍ່ໃຫ້ມັນຣະບາດ ອອກໄປໃນວົງກວ້າງໄດ້.

ແຕ່ໃນທີ່ສຸດ ກໍບໍ່ສາມາດເຮັດໃຫ້ເປັນຈິງໄດ້. ກົງກັນຂ້າມ ເຊື້ອໄວຣັສ ໂຄວິສ-19 ບໍ່ພຽງແຕ່ລະບາດ ຢ່າງຮຸນແຮງ ແລະກວ້າງຂວາງ ໃນປະເທດຈີນ ເທົ່ານັ້ນ ແຕ່ຍັງຂຍາຍວົງກວ້າງໄປຫລາຍປະເທດໃນໂລກ ຈົນວ່າ ດຣ.ເທໂດຣສ ອັດຮານອມ ເລຂາທິການ ອົງການ ອະນາມັຍໂລກ WHO ໄດ້ຮຽກຮ້ອງ ໃຫ້ຣັຖບານຈີນ ເປີດເຜີຍຂໍ້ມູນລະອຽດ ເພື່ອທີ່ຈະໄດ້ວາງມາດຕະການ ສະກັດກັ້ນ ບໍ່ໃຫ້ການ ແພ່ຣະບາດ ຂອງເຊື້ອໄວຣັສ ດັ່ງກ່າວ ໄປທົ່ວໂລກ.

ຕໍ່ມາພຽງ 12 ມື້ ເຊື້ອໄວຣັສ ໂຄວິສ-19 ຣະບາດຂຶ້ນ ຄືໃນວັນທີ 12 ທັນວາ ກໍມີຣາຍງານຈາກພາກສ່ວນ ສາທາຣະນະສຸຂ ເມືອງອູຮັນ ວ່າ ມີຜູ້ປ່ວຍເປັນປອດບວມ ທີ່ເກີດຈາກເຊື້ອໄວຣັສນັ້ນເຖິງ 27 ຄົນ ຊຶ່ງໃນນັ້ນປ່ວຍໜັກ 7 ຄົນ. ຜູ້ປ່ວຍສ່ວນໃຫຍ່ ມີປະວັດສໍາພັດ ກັບສັດປ່າຕ່າງໆ ໃນຕລາດຂາຍສົ່ງອາຫານທະເລ ຢູ່ເມືອງອູຮັນ ຊຶ່ງມີທັງຂາຍສັດປ່າ ຫລາຍຊນິດ ຮວມທັງເຈັຍ, ງູ ແລະ ສັດປີກອື່ນໆ.

ເຊື້ອໄວຣັສ ໂຄວິສ-19 ຣະບາດຕໍ່ໆມາ ຈົນເຖິງວັນທີ 20 ທັນວາ ພັກຄອມມິວນິສຈີນ ຈຶ່ງອະນຸຍາດໃຫ້ ຄະນະກໍາມະການສຸຂພາບ ແຫ່ງຊາດຂອງຈີນ ປະ ກາດວ່າ ໄວຣັສໂຄໂຣນາສາຍພັນໃໝ່ ສາມາດຕິດຕໍ່ ຈາກຄົນສູ່ຄົນໄດ້ ແລະໃຫ້ ຣັຖບານຈີນ ປະກາດພາວະ ສຸກເສີນ ແລະສັ່ງໃຫ້ປິດ ເມືອງອູຮັນ ເພື່ອຄວບຄຸມການຣະບາດຂອງເຊື້ອໄວຣັສດັ່ງກ່າວ.

ໃນເມື່ອພັກຄອມມິວນິສຈີນ ແກ່ຍາວເວລາການຕັດສິນໃຈ ແລະ ເອົາມາດຕະການ ຕອບໂຕ້ຊັກຊ້າເກີນໄປຄືແນວນັ້ນ ເຊື້ອໄວຣັສ ທີ່ ອັນຕະລາຍຮ້າຍແຮງ ຈຶ່ງມີໂອກາດຣະບາດອອກໄປ ຫລາຍແຂວງຂອງຈີນ ແລະອອກໄປໃນໂລກ ຄືດັ່ງສູ່ມື້ນີ້.

ມີຣາຍງານຈາກກຸງປັກກິ່ງ ໃນຕອນທ່ຽງຂອງມື້ວັນຈັນ ທີ 9 ມິນາ ນີ້ ຄະນະກໍາມະການສຸຂພາບແຫ່ງຊາດ ຂອງຈີນ ຢືນຢັນວ່າ ໃນ 24 ຊົ່ວໂມງຜ່ານມາ ມີຜູ້ເສັຽຊີວິດຍ້ອນເຊື້ອໄວຣັສ ສາຍພັນໃໝ່ 22 ຄົນ ແລະ ມີຜູ້ຕິດເຊື້ອໃໝ່ 40 ຄົນ ໃນຂະນະທີ່ ການຣະບາດຂອງເຊື້ອ ໄວຣັສດັ່ງກ່າວຊ້າລົງ ເປັນເທື່ອທໍາອິດ ແຕ່ກໍມີຜູ້ຕິດເພິ່ມຂຶ້ນຢູ່ແຫ່ງອື່ນໆ.

ອີງຕາມຣາຍງານຂອງອົງການຂ່າວຣອຍເຕີ ໃນເວລາດຽວກັນນັ້ນ, ໃນຂນະນີ້ຢູ່ປະເທດຈີນ ມີຜູ້ຕິດເຊື້ອ 80,739 ຄົນ ແລະມີຜູ້ເສັຽຊີວີດ ໄປແລ້ວ 3,120 ຄົນ. ນັບຕັ້ງແຕ່ໄດ້ມີການຣະບາດ ຂອງເຊື້ອໄວຣັສ ໂຄວິດ-19 ມາ ໄດ້ປິ່ນປົວຜູ້ປ່ວຍຫາຍ 58,723 ຄົນ ແລະຄະນະ ກໍາມະການສຸຂພາບ ແຫ່ງຊາດຂອງຈີນ ເວົ້າວ່າ ຍັງມີຜູ້ປິ່ນປົວ ຢູ່ໂຮງໝໍ 19,016 ຄົນ ຊຶ່ງໃນນັ້ນ 5,111 ຄົນເຈັບໜັກ.

ມາເຖິງຕອນທ່ຽງຂອງວັນທີ 9 ມິນາ ນີ້ ເຊື້ອໄວຣັສ ໂຄວິສ-19 ບໍ່ພຽງແຕ່ຣະບາດຮຸນແຮງ ຢູ່ຈີນເທົ່ານັ້ນ ແຕ່ຫາກຍັງເປັນພັຍອັນຕະຣາຍ ຮ້າຍແຮງ ທີ່ກໍາລັງຄຸກຄາມປະເທດຕ່າງໆ ໃນໂລກປັດຈຸບັນ. ເຊື້ອໄວຣັສນີ້ຂຍາຍໄປເຖິງ 108 ປະເທດ ແລະ ດິນແດນ ໃນເອເຊັຍ, ຕະເວັນອອກກາງ, ຢູໂຣບ ແລະອາເມຣິກາ ທີ່ເຮັດໃຫ້ຜູ້ຕິດເຊື້ອທັງໝົດ ຮວມທັງຈີນ 111,733 ຄົນ, ເສັຍຊີວິດ 3,887 ຄົນ ແລະ ປິ່ນປົວຫາຍ 62,698 ຄົນ. ປະເທດ ທີ່ມີຄວາມສ່ຽງສູງ ຕໍ່ການຣະບາດ ຂອງເຊື້ອໄວຣັສ ນີ້ແມ່ນ ປະເທດ ທີ່ມີຄົນໄປທ່ອງທ່ຽວຈີນຫລາຍ ເປັນຕົ້ນປະເທດເພື່ອນບ້ານ ຮວມທັງລາວນໍາດ້ວຍ.

ໃນປັດຈຸບັນ ນອກຈາກຈີນແລ້ວ ກໍມີ 3 ປະເທດຄື ເກົາຫລີໃຕ້, ອີຕາລີ ແລະ ອີຣານ ຊຶ່ງຕິດເຊື້ອ ແລະ ເສັຽຊີວິດຫລາຍ. ເກົາຫລີໃຕ້ມີ ຜູ້ຕິດເຊື້ອໄວຣັສ ໂຄວິສ-19 ເຖິງ 7,478 ຄົນ, ເສັຽຊີວິດ 54 ຄົນ; ອີຕາລີ ມີຜູ້ຕິດເຊື້ 7,375 ຄົນ, ເສັຽຊີວິດ 366 ຄົນ ແລະອີຣານ ມີຜູ້ຕິດເຊື້ອ 7,161 ຄົນ, ເສັຽຊີວິດ 237 ຄົນ.

ສໍາລັບ ສປປລາວ ກໍປະກາດຕລອດມາວ່າ ລາວຍັງກວດບໍ່ພົບຜູ້ຕິດເຊື້ອ ໄວຣັສ ໂຄວິດ-19 ນີ້ເທື່ອ, ດັ່ງທີ່ ທ່ານ ບຸນກອງ ສີຫາວົງ ຣັຖມົນຕຣີ ກະຊວງສາທາຣະນະສຸຂເວົ້າວ່າ “ແມ່ນຂໍ້ມູນທີ່ເຮົາຂ່າວສານອອກໄປວ່າ ເຮົາບໍ່ມີແທ້ກໍຣະນີນີ້ນະ ແມ່ນພວກເຮົາໄດ້ເຮັດ ຕລອດນໍອັນນີ້ ການໃຫ້ຂໍ້ມູນອັນນີ້ແມ່ນຫ້ອງແຫຼັບ, ຫ້ອງວິເຄາະຂອງແຫ່ງຊາດຂອງພວກເຮົາຢູ່ຫຼັກ 3.“ ພ້ອມກັນນັ້ນ ທ່ານກໍເວົ້າວ່າ ໄດ້ຕິດຕາມເຝົ້າລະວັງ ຢ່າງໃກ້ຊິດໃນທຸກກໍຣະນີທີ່ສົງໃສ.

ເຖິງແນວໃດ ລາວກໍເປັນປະເທດນຶ່ງ ທີ່ມີຄວາມສ່ຽງສູງ ຍ້ອນຢູ່ຕິດກັບປະເທດຈີນ ແລະມີຄົນຈີນເຂົ້າມາຫລາຍ ທັງທີ່ມາທ່ອງທ່ຽວ, ມາຫາຢູ່ຫາກິນ ຮວມທັງຄ້າຂາຍ ແລະອອກແຮງງານ ເປັນຕົ້ນມາສ້າງທາງຣົດໄຟຄວາມໄວສູງ ລາວ-ຈີນ ໃນຂນະທີ່ ສປປລາວ ມີຄວາມສາມາດ ໃນການປ້ອງກັນໄວຣັສ ນັ້ນຕໍ່າ, ຂາດເຂີນອຸປກອນການແພດ ເປັນຕົ້ນເຄຶ່ອງກວດເຊື້ອໄວຣັສ ດັ່ງກ່າວ ຈົນວ່າ ທ່ານ ບຸນກອງ ສີຫາວົງ ໄດ້ຮຽກຮ້ອງຢູ່ໃນກອງປະຊຸມ ຂໍການສນັບສູນຈາກຄູ່ຮ່ວມພັທນາສາກົນ ທີ່ນະຄອນຫຼວງ ວຽງຈັນ ໃນມື້ວັນທີ 4 ກຸມພາ ທີ່ຜ່ານມາ.

ແລະ ໃນມື້ວັນທີ 10 ກຸມພາ ນັ້ນຣັຖບານ ສະຫະຣັຖ ອາເມຣິກາ ແລະ ອົງການອະນາມັຍໂລກ ກໍໄດ້ຊ່ອຍອຸປກອນການແພດຫລາຍຢ່າງ ຮວມທັງແວ່ນຕາ ປ້ອງກັນພຍາດ, ເສື້ອຄຸມປ້ອງກັນພຍາດ, ຜ້າອັດອັດປາກ ແລະດັງ ໃຫ້ ສປປລາວ.

ໃນພີທີມອບ-ຮັບ ເຄື່ອງຊ່ອຍເຫລືອດັ່ງກ່າວ ທ່ານ ປີເຕີ ເຮມ໋ອນ ທູດ ສະຫະຣັຖອາເມຣິກາ ປະຈໍາລາວ ກ່າວຕອນນຶ່ງວ່າ “ການສນອງ ເຄື່ອງປ້ອງກັນຕົນເອງນີ້ ຈະສາມາດຊ່ອຍພະນັກງານ ການແພດ ແລະສາທາຣະນະສຸຂ ໃນສະຖານທີ່ຫຍຸ້ງຍາກໄດ້.”

ໃນຂນະດຽວກັນ ເກົາຫຼີເໜືອ ກໍມິດງຽບບໍ່ຣາຍງານໃຫ້ສາທາຣະນະຊົນຮູ້ ແລະບໍ່ມີຂ່າວອອກມາວ່າມີການຣະບາດຂອງໄວຣັສ ໂຄວິດ-19 ຫລືບໍ່ມີແຕ່ຂ່າວ ຂອງທາງການເກົາຫຼີເໜືອ ເວົ້າເມື່ອໄວໆມານີ້ພຽງແຕ່ວ່າ ມີພົລເມືອງຂອງຕົນ ໃນທົ່ວປະເທດ ປະມານ 7,000 ຄົນ ຖືກຕິດຕາມຢ່າງໃກ້ຊິດ, ອີງຕາມຂ່າວ RFA ຜແນກພາສາເກົາຫລີ ຣາຍງານເມື່ອວັນທີ 8 ມິນານີ້.

ແຫຼ່ງຂ່າວໃນເກົາຫລີເໜືອເວົ້າຕໍ່ RFA ວ່າທາງການເກົາຫຼີເໜືອ ຟ້າວຝັ່ງຂໍໃຫ້ຣັຖບານຈີນ ສົ່ງເຄື່ອງມືການແພດທີ່ຈໍາເປັນ ສໍາລັບຕ້ານ ການຣະບາດ ຂອງໄວຣັສດັ່ງກ່າວ ເປັນຕົ້ນໃນເຂດໃກ້ຊາຍແດນຈີນ, ຍົກເລີກກິຈກໍັມ ສໍາຄັນຕ່າງໆທີ່ມີ ມວນຊົນແອອັດ, ເຮັດໃຫ້ເຊື້ອ ໄວຣັສນັ້ນໄປໄກຈາກກຸງພຽງຢາງ ເປັນຕົ້ນໄກຈາກເຂດຊົນຊັ້ນນໍາພາ ຂອງປະເທດ ໃນຂນະທີ່ຣົດຂົນສົ່ງຂນາດໃຫຍ່ 2 ຄັນ ຂົນເຄື່ອງມື ການແພດ ສຸກເສີນ ຂ້າມຂົວແມ່ນໍ້າຢາລູ ທີ່ເປັນຊາຍແດນຈາກຈີນ ໄປກຸງພຽງຢາງ ໃນມື້ວັນທີ 8 ມິນາ ນີ້. ເຄື່ອງທີ່ວ່ານັ້ນມີທັງເຄື່ອງນຸ່ງ ສໍາລັບທ່ານໝໍ ຢູ່ໃນສູນກັກກັນກວດພຍາດ, ໜ້າກາກອະນາມັຍ, ນໍ້າຢາຂ້າເຊື້ອພຍາດ.

RFA ໄດ້ຣາຍງານເມື່ອເດືອນທີ່ແລ້ວວ່າ ເກົາຫລີເໜືອໄດ້ເອົາໂຮງແຮມ ທີ່ມີຊື່ ວ່າ 25 ເມສາ ຊຶ່ງເປັນວັນສ້າງຕັ້ງກອງທັບເກົາຫລີ ຢູ່ກຸງ ພຽງຢາງ ເປັນບ່ອນກັກກັນ ກວດພຍາດໄດ້ 20,000 ຄົນ ແລະ ອີກແຫລ່ງຂ່າວນຶ່ງເວົ້າວ່າ ເຊື້ອໄວຣັສ ໂຄວິດ-19 ກໍາລັງຣະບາດຢູ່ ເກົາຫລີເໜືອ ແລະ ມາຮອດວັນທີ 8 ມິນານີ້ ມີທະຫານເສັຽຊີວິດຍ້ອນແລ້ວ 180 ຄົນ ແລະເຈົ້າໜ້າທີ່ ສະຖານທູດ ຫລາຍປະເທດ ກໍໜີໄປຈາກກຸງພຽງຢາງ. ແລະວ່າ ໄດ້ຍິນເຈົ້າໜ້າທີ່ກົງສຸນເກົາຫລີເໜືອ ເວົ້າຢູ່ເຂດດັງດົງວ່າ ຣັຖບານ ເກົາຫລີເໜືອ ຂໍໃຫ້ຣັຖບານຈີນ ສົ່ງເຄື່ອງມືການແພດ ໄປຊ່ອຍຕ້ານ ໄວຣັສ ດັ່ງກ່າວ ແຕ່ຍັງບໍ່ເປັນທີ່ຮູ້ໄດ້ວ່າ ເຄື່ອງທີ່ວ່ານັ້ນເປັນຂອງຈີນ ຫຼືຂອງສະຫະປະຊາຊາດ ຫຼື ຂອງປະຊາຄົມສາກົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.