ມີຄລິນິກດໍາເນີນການ ນອກ ກົດໝາຍ


2014.01.06
F-health ກະຊວງສາທາຣະນະສຸຂ
LPDR

 

ສາທາຣະນະສຸຂນະຄອນຫລວງວຽງຈັນໄດ້ກວດເຫັນຫ້ອງກວດພຍາດເອກກະຊົນ 69 ແຫ່ງທີ່ດໍາເນີນກິຈການບໍ່ຖືກຕ້ອງຕາມກົດໝາຍ ໃນຈໍາ ນວນທັງໝົດ 374 ແຫ່ງທີ່ໄດ້ຮັບອານຸຍາດໄປແລ້ວ ໂດຍໃນເບື້ອງຕົ້ນ ໄດ້ເຊື້ອເຊີນເຈົ້າຂອງມາສຶກສາອົບຮົມເຣື້ອງລະບຽບກົດໝາຍການປິ່ນ ປົວ ແລະຂໍ້ຫ້າມອື່ນໆ. ຖ້າຫາກວ່າພາຍໃນ 1 ເດືອນຍັງກວດເຫັນວ່າຫ້ອງກວດພຍາດໃດ ບໍ່ປະຕິບັດຕາມລະບຽບການແລ້ວ ຈະຕ້ອງສັ່ງໃຫ້ ຢຸດກິຈການດັ່ງເຈົ້າ ໜ້າທີ່ສາທາຣະນະສຸຂໄດ້ກ່າວ:

"ກໍຖືວ່າໄດ້ຈໍານວນ 69 ແຫ່ງກໍໄດ້ຊວນເຂົາມາແລ້ວ ກໍໄດ້ອ່ານກົດໝາຍວ່າດ້ວຍການປິ່ນປົວຂໍ້ຫ້າມໃຫ້ໄດ້ຊາບໄດ້ຟັງໝົດແລ້ວກໍແນະນໍາວ່າ ເຄື່ອນໄຫວບໍ່ຖືກຕ້ອງໃຫ້ເຊົາ".

ໃນຫລາຍປີຜ່ານມາ ການເປີດຫ້ອງ ກວດພຍາຕ ບໍ່ຈໍາເປັນມີໃບອະນຸຍາດ ກໍສາມາດເປີດບໍຣິການໄດ້ ອັນເຮັດໃຫ້ມີຫ້ອງກວດພຍາຕທີ່ບໍ່ຖືກ ຕ້ອງຕາມກົດໝາຍ ຈໍານວນຫລາຍດໍາເນີນກິຈການຢູ່.

ນັບແຕ່ເດືອນເມສາ ປີ 2013 ມານີ້ ທາງການສາທາຣະສຸຂໄດ້ອອກຣະບຽບການໃໝ່ໂດຍກໍານົດໃຫ້ຫ້ອງກວດ ພຍາດເອກກະຊົນຕ້ອງມີ ໃບ ອະນຸຍາດ ຢ່າງຄັກແນ່ ຈຶ່ງເປີດບໍຣິການໄດ້, ແຕ່ບັນຫາບໍ່ປະຕິບັດ ຕາມ ລະບຽບກໍຍັງມີຢູ່ ຕໍ່ມາເລື້ອຍໆ.

ຫ້ອງກວດພຍາຕບາງແຫ່ງທີ່ໄດ້ຮັບອະນຸຍາດແລ້ວນັ້ນ ນໍາເອົາໄປຂາຍຕໍ່ໃຫ້ຜູ້ອື່ນ ຫລືເປີດບໍຣິການນອກເໜືອຈາກທີ່ໄດ້ກໍານົດໄວ້ໃນ ລະບຽບ ການ. ຍົກໂຕຢ່າງ ຂໍໃບອະນຸຍາດເປີດສະຖານທີ່ນວດແຜນໂບຮານ ແຕ່ພັດມີການຂາຍເຄື່ອງດື່ມເຫລົ້າອານກໍຮໍ ຊຶ່ງເປັນການຣະເມີດຣະບຽບ ຂອງສາທາຣະນະສຸຂ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.