ຊົນເຜົ່າຍັງປິ່ນປົວກັນ ຕາມແຜນໂບຮານ
2013.02.12

ຊາວຫລວງພຣະບາງ ຜູ້ນຶ່ງ ຄິດວ່າ ເຣື່ອງ ສາທາຣະນະສຸຂ ໃນເຂດຊົນເຜົ່າ ຢູ່ລາວ ທົ່ວໄປແລ້ວ ຍັງປະຕິບັດ ບໍ່ໄດ້ຕາມ ມາຕຖານ ຂັ້ນຕົ້ນ ຍ້ອນວ່າ ພວກເຂົາເຈົ້າ ຍັງເຊື່ອຖື ໃນແຜນ ໂບຮານ ດັ່ງເດີມຢູ່ ແລະ ການສຶກສາ ໃນເຂດ ຊົນນະບົດ ຫ່າງໄກ ກໍຍັງໄປ ບໍ່ເຖີງ. ເຈົ້າໜ້າທີ່ ສາທາຣະນະສຸຂ ທີ່ຈະໄປເຜີຍແພ່ ກໍຂາດເຂີນ ຈຶ່ງເຮັດໃຫ້ ສຸຂພາບ ຂອງຊົນເຜົ່າ ບໍ່ຄ່ອຍສົມບູນ ເທົ່າທີ່ຄວນ.
"ສ່ວນຫລາຍ ມັນເປັນຄົນ ຊົນເຜົ່າບໍ່ ຂະເຈົ້າຍັງເຊື່ອ ແບບງົມງາຍ ຫລາຍຢູ່ ແບບ ເຊື່ອສາສນາ ເຊື່ອຫຍັງຫລາຍຢູ່ ມັນກໍຍາກຢູ່ ເພາະວ່າ ມັນເວົ້າເຣື່ອງ ຣະດັບ ຂອງປະຊາຊົນ ຄົນທີ່ວ່າ ບໍ່ມີຣະດັບ ບໍ່ໄດ້ຮັບ ການສຶກສາ ກໍຍາກຢູ່ ແຕ່ກໍຕ້ອງ ໃຊ້ເວລາ".
ນາງເວົ້າ ຕໍ່ໄປວ່າ ເຖິງແມ່ນວ່າ ທຸກມື້ນີ້ ລາວ ຈະມີການພັທນາ ຢ່າງບໍ່ຢຸດຢັ້ງ ແຕ່ການພັທນາ ນັ້ນຍັງບໍ່ໄປຮອດ ໄປເຖິງ ເຂດ ຫ່າງໄກເທື່ອ ຈື່ງເຮັດໃຫ້ ສັງຄົມ ໃນລາວ ມີການພັທນາ ບໍ່ທົ່ວເຖີງກັນ. ຕົວຢ່າງ ເຣື່ອງການສຶກສາ ແລະ ສາທາຣະນະສຸຂ ຂອງຊົນເຜົ່າ ເຮົາຈະເຫັນໄດ້ ຢ່າງແຈ່ມແຈ້ງວ່າ ຊົນເຜົ່າ ຍັງດ້ອຍໂອກາດ ຫລາຍທີ່ສຸດ. ເຈົ້າໜ້າທີ່ ກະຊວງ ສາທາຣະນະສຸຂ ທ່ານນຶ່ງ ກໍໄດ້ຢືນຢັນ ກ່ຽວກັບ ເຣື່ອງນີ້ ເຊັ່ນກັນວ່າ:
"ກໍແມ່ນລະ ຄັນສິເວົ້າ ຍັງໄດ້ຮັບ ທົ່ວເຖິງຢູ່ ແຕ່ວ່າແບບ ການສຶກສາ ອົບຮົມນີ້ ກໍຍັງແບບວ່າ ບໍ່ທັນໄດ້ 100 ເປີເຊັນ ຄົນມັນຊົນເຜົ່າ ມັນຕ່າງກັນ ບາງຊົນເຜົ່າ ຂະເຈົ້າ ກໍແບບວ່າ ບໍ່ເຊື່ອໃຜ".
ເຈົ້າໜ້າທີ່ ທ່ານນີ້ ເວົ້າສລຸບວ່າ ເຖິງແມ່ນວ່າ ລາວຈະໄດ້ຮັບ ການຊ່ວຍເຫລືອ ທາງດ້ານ ສາທາຣະນະສຸຂ ແລະ ການສຶກສາ ຈາກ ອົງການສາກົນ ຢູ່ກໍຕາມ ແຕ່ເງິນທຶນ ແລະ ການຊ່ວຍເຫລືອ ນັ້ນ ບາງຄັ້ງກໍລົງໄປ ບໍ່ເຖິງພື້ນທີ່ ທີ່ຢູ່ຫ່າງໄກ ເຮັດໃຫ້ຊົນເຜົ່າ ຊາວລາວ ທົ່ວໄປແລ້ວ ຍັງຂາດພື້ນຖານ ທາງດ້ານ ສຸຂພາບ.