ຈັບພໍ່ຄ້າ ຢ່າເສບຕິດຣາຍໃຫຍ່, ຍຶດຂອງກາງ
2021.10.07
ເຈົ້າໜ້າທີ່ ຕໍາຣວດສະກັດກັ້ນ ແລະຕ້ານຢາເສບຕິດ ກອງບັນຊາການ ປ້ອງກັນຄວາມສງົບ ແຂວງຫຼວງພຣະບາງ ໄດ້ເປີດເຜີຍ ຂໍ້ມູນ ໃນມື້ ວັນທີ 4 ກັນຍາ ທີ່ຜ່ານມາ ກ່ຽວກັບການ ຈັບກຸ່ມຄ້າຢາເສບຕິດຣາຍໃຫຍ່ ຢູ່ແຂວງພາກເໜືອ 3 ຄົນ ແລະ ການຍຶດ ຢາບ້າເປັນ ຂອງກາງ 3.4 ລ້ານເມັດ ໄດ້ແຕ່ມື້ ວັນທີ 27 ຫາວັນທີ 31 ສິງຫາ ທີ່ຜ່ານມາ.
ປັດຈຸບັນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍາລັງສືບສວນ, ສອບສວນ ຜູ້ຕ້ອງຫາທັງ 3 ຄົນ ນັ້ນຢູ່, ຍັງບໍ່ສາມາດເປີດເຜີຍ ເຣື່ອງດັ່ງກ່າວ ນັ້ນ ໄດ້ເທື່ອ ດັ່ງເຈົ້າໜ້າທີ່ ກອງບັນຊາການ ຕໍາຣວດປ້ອງກັນ ຄວາມສງົບແຂວງ ຫຼວງພຣະບາງ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ ວັນທີ 6 ຕຸລາ ນີ້ວ່າ:
“ໂຕນີ້ກໍຍັງ ບໍ່ທັນຮູ້ເທື່ອເນາະ ວ່າເພິ່ນແລ້ວໆ ບໍ່ ຫຼືວ່າຍັງ ຂຍາຍຜົລ ບໍ່ຫຼືວ່າແນວໃດ ຈັ່ງວ່າ ບາງເທື່ອກໍສິ ຖແລງບໍ່ ຫຼືວ່າໃຫ້ ທາງກະຊວງ ຖແລງການເອງ.”
ກ່ຽວກັບ ເຣື່ອງນີ້ ຊາວບ້ານ ຢູ່ແຂວງຫຼວງພຣະບາງ ຜູ້ນຶ່ງເວົ້າວ່າ ຕົນກໍຂໍ ສັນລະເສີນ ເຈົ້າໜ້າທີ່ ຕໍາຣວດ ທີ່ສາມາດ ຈັບກຸ່ມຜູ້ຄ້າຢາ ເສບຕິດ ຣາຍໃຫຍ່ໄດ້ ໃນເທື່ອນີ້. ສໍາລັບ ຢາບ້າ ທີ່ຍຶດໄດ້ ແມ່ນເປັນຈໍານວນຫຼາຍ ຈົນເຮັດໃຫ້ ຕົນຮູ້ສຶກຕົກໃຈ ພໍສົມຄວນ ແລະຢາກໃຫ້ ພາກສ່ວນ ທີ່ກ່ຽວຂ້ອງ ເລັ່ງຂຍາຍຜົລ ໄປນໍາຈັບ ພວກຄ້າ ຢາເສບຕິດ ທີ່ຍັງເຫຼືອຢູ່ນັ້ນຕື່ມ.
“ກໍຊົມເຊີຍໆ ພວກເພິ່ນ ຫັ້ນແຫຼະ ກະແມ່ນ ຜົລງານທີ່ວ່່າ ພັກ-ຣັຖ ເຂົາມອບໝາຍ ໃຫ້ຫັ້ນແຫຼະ ມັນຫຼາຍແດ່ ທຸກມື້ ຄັນວ່າຈັບໄດ້ ຫຼາຍມັນກໍໝົດໄວ ເພາະວ່າ ລັອຕໂຕນີ້ ບໍ່ເຄີຍເຫັນ ເປັນປວັດສາດແດ່ ເຂົາຈັບໄດ້ຫຼາຍ ບໍ່ເຄີຍເຫັນ ຫຼາຍປານນີ້.”
ແລະວ່າ ປັດຈຸບັນ ຕົນກໍຍັງຕິດ ຕາມຂ່າວກ່ຽວກັບ ການສືບສວນ, ສອບສວນ ພວກຄ້າ ຢາເສບຕິດ ທີ່ເປັນຜູ້ຕ້ອງຫາ ນັ້ນຢູ່ຍ້ອນ ມັນເປັນບັນຫາ ຣະດັບຊາດ ທີ່ຊາວລາວ ທົ່ວໄປໃຫ້ ຄວາມສົນໃຈ ແລະກໍຫວັງວ່າ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຈະສາມາດ ຈັບພວກຄ້າ ແລະ ຍຶດຢາເສບຕິດ ໄດ້ຫຼາຍຂຶ້ນ.
ແລະຊາວບ້ານ ຢູ່ແຂວງ ຫຼວງພຣະບາງ ອີກຜູ້ນຶ່ງ ກໍເວົ້າວ່າ ຕົນກໍເຊື່ອວ່າ ກຸ່ມຄ້າ ຢາເສບຕິດ ທີ່ຈັບໄດ້ເທື່ອນີ້ ແມ່ນຂບວນການ ຄ້າຢາເສບຕິດ ຣາຍໃຫຍ່ ທີ່ສຸດ ຢູ່ພາກເໜືອ ແລະວ່າ ເມື່ອກ່ອນນີ້ ກໍເຄີຍມີຂ່າວກ່ຽວກັບ ການຈັບ ທ້າວ ສີສຸກ ດາວເຮືອງ, ພໍ່ຄ້າຢາເສບຕິດ ຣາຍໃຫຍ່ໄດ້ ຢູ່ພາກເໜືອ ແຕ່ກໍບໍ່ເຫັນມີຂ່າວວ່າ ສາມາດຍຶດ ຂອງກາງໄດ້ ຫຼາຍຄືແນວນີ້:
“ກອງບັນຊາການ ເຮັດໄດ້ກໍດີໃຈ ນໍາເນາະ ກໍຊິເຄື່ອຂ່າຍ ໃຫຍ່ຢູ່ຕິເບາະ ໄດ້ຫຼາຍສໍ່ານີ້ຫັ້ນນ່າ ກະສິໃຫຍ່ສຸດລະໄດ໋ ຢູ່ທາງເໜືອນີ້ຈັບ ສີສຸກ ດາວເຮືອງ ຖືວ່າເພິ່ນບໍ່ລົງຂ່າວ ແບບວ່າ ໄດ້ຢາແບບນີ້ນີ້ນ່າເນາະ ໄດ້ຂອງກາງ ຫຼາຍແນວນີ້ ຫັ້ນນ່າ.”
ເວົ້າເຣື່ອງ ການສະກັດກັ້ນ ຢາເສບຕິດ ທ່ານເວົ້າວ່າ ຕົນກໍເປັນຫູ ເປັນຕາໃຫ້ເຈົ້າໜ້າທີ່, ຖ້າຫາກພົບເຫັນການລັກລອບ ຂົນສົ່ງຢາເສບຕິດ ຢູ່ໃນທ້ອງຖິ່ນ ຂອງຕົນ ຕົນກໍຈະແຈ້ງຂ່າວ ໃຫ້ເຈົ້າໜ້າທີ່ ຕໍາຣວດຮູ້ທັນທີ ເນື່ອງຈາກ ວຽກສະກັດກັ້ນ ແລະຕ້ານຢາເສບຕິດ ຊາວບ້ານຕ້ອງ ມີສ່ວນຮ່ວມນໍາ.
ຢູ່ ແຂວງອຸດົມໄຊ ຊາວບ້ານຜູ້ນຶ່ງ ເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ ວັນທີ 6 ຕຸລາ ນີ້ວ່າ ພາຍຫລັງ ທີ່ຮູ້ຂ່າວ ເຈົ້າໜ້າ ທີ່ຕໍາຣວດ ແຂວງຫຼວງພຣະບາງ ຈັບກຸ່ມຄ້າ ຢາເສບຕິດໄດ້ ຕົນກໍດີໃຈ ຍ້ອນຢູ່ທ້ອງຖິ່ນຂອງຕົນ ມີເດັກນ້ອຍ ຕິດຢາບ້າຫຼາຍ ແລະພາກັນລັກ ເຄື່ອງຂອງຊາວບ້ານ ແລະຂອງໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ເພື່ອນໍາໄປຂາຍ ເອົາເງິນໄປຊື້ ຢາບ້າມາເສບ:
“ໂອ໋ ດີຫຼາຍໂອ໋ ດຽວນີ້ ບ້ານເມືອງເຮົານີ້ ແມ່ນຄົນນີ້ເສັຽຄົນ ເດັກນ້ອຍ ພາກັນກິນຢາມ້າ ລັກເຄື່ອງລັກຂອງ ລັກເຫຼັກ ທາງຣົດໄຟ 3 ຄົນ, 4 ຄົນ, 5 ຄົນ. ດຽວນີ້ຈັບພວກຂາຍ ຫັ້ນສາດີ ກວ່າ ໃສ່ຄຸກຫັ້ນຕາມກົດໝາຍ ບ້ານເມືອງ 10 ປີ, 20 ປີ ກະໃສ່ໄປຫັ້ນແຫຼະ ກະດີກວ່າ.
ຜູ້ຕ້ອງຫາ ຄ້າຢາເສບຕິດ ຣາຍໃຫຍ່ 3 ຄົນ ທີ່ຖືກຕໍາຣວດ ແຂວງຫຼວງພຣະບາງ ຈັບໄດ້ນັ້ນຄື ທ້າວ ບີ ທໍາມະຈິດ ອາຍຸ 27 ປີ ຢູ່ບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ, ທ້າວ ເບັ້ງ ລີ ອາຍຸ 29 ປີ ຄົນບ້ານສີບຸນເຮືອງ ເມືອງຮຸນ ແຂວງອຸດົມໄຊ ແລະ ທ້າວ ສີດາ ເລົ່າ ຫຼື ດາລີ ອາຍຸ 27 ປີ ຢູ່ບ້ານຊົ່ງຈາ ເມືອງນໍ້າບາກ ແຂວງຫຼວງພຣະບາງ. ແລະ ຂອງກາງ ທີ່ຢຶດໄດ້ ມີຢາບ້າ 3.4 ລ້ານເມັດ, ຣົດໃຫຍ່ 3 ຄັນ, ປືນ 1 ກະບອກ ແລະ ລູກປືນ 350 ລູກ, ເງິນ 5 ລ້ານກີບ ແລະ 1 ລ້ານບາດ, ອີງຕາມຂໍ້ມູນຂ່າວສານ ແຂວງຫຼວງພຣະບາງ.
ແລະເມື່ອກ່ອນໜ້ານີ້ ຄືໃນມື້ ວັນທີ 25 ກັນຍາທີ່ຜ່ານມາ ກອງບັນຊາການ ປ້ອງກັນຄວາມ
ສງົບ ແຂວງອຸດົມໄຊ ກໍລາຍງານວ່າ ເຈົ້າໜ້າທີ່ ກອງບັນ ຊາການນີ້ ຈັບເຄືອຂ່າຍຄ້າ ຂາຍ ແລະ ຜລິດຢາ ເສບຕິດໄດ້ 4 ຄົນ ແລະ ຍຶດຂອງກາງ ເປັນຢາບ້າ, ສານເຄມີ ສໍາລັບຜລິດ ຢາບ້າ, ເຄື່ອງຜລິດ ຢາບ້າ, ປືນ ແລະ ອື່ນໆ ອີກຫຼາຍຢ່າງ.