ເດັກນ້ອຍຢູ່ສູນພັກເຊົາ ຂາດ ສານອາຫານ
2019.02.08
ປັດຈຸບັນ ສູນພັກຊົ່ວຄາວ ຢູ່ເມືອງສະໜາມໄຊ ແຂວງອັດຕະປື, ມີເດັກນ້ອຍຂາດສານອາຫານ ໃນອັດຕຣາ 50ສ່ວນຮ້ອຍ, ຊຶ່ງຂາດສານ ອາຫານ ມາກ່ອນໜ້ານີ້ແລ້ວ ຄືກ່ອນເຫດການ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ, ເມື່ອເດືອນ ກໍຣະກະດາ ປີກາຍ ຍ້ອນໄດ້ຮັບອາຫານ ບໍ່ຄົບຖ້ວນ, ສ່ວນຫຼາຍເດັກນ້ອຍຂາດສານອາຫານ, ມີອາຍຸແຕ່ 5 ປີຂຶ້ນໄປ, ພວກເດັກນ້ອຍເຫຼົ່ານັ້ນ ຈະມີຮ່າງກາຍຕໍ່າເຕັ້ຍ, ຈ່ອຍຜອມ, ນໍ້າໜັກຫຼຸດ, ບໍ່ໄດ້ຕາມມາຕຖານ, ຕາມຄໍາເວົ້າຂອງເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງອັດຕະປື ທ່ານນຶ່ງ, ໃນວັນທີ່ 6 ກຸມພາ ນີ້:
“ກໍພົບເຫັນຢູ່ຫຼາຍ ແຕ່ວ່າໂຕນີ້ ຂາດສານອາຫານ, ບໍ່ແມ່ນໃນກໍຣະນີນໍ້າຖ້ວມດອກ, ຂາດສານອາຫາມາກ່ອນນັ້ນແລ້ວ, ແຕ່ວ່າມັນກໍມີແຕ່ພຸ້ນ, ແຕ່ວ່າພວກເຮົາກະກວດກາ ບໍ່ຊັດເຈນເນາະ ກໍປະມານ 40, 50 ນັ້ນແຫລະ ຜູ້ເຖົ້າກະບໍ່ມີຫຼາຍດອກ, ມີແຕ່ເດັກນ້ອຍນັ້ນແຫລະ, ເຕັ້ຍ, ຈ່ອຍ, ຕໍ່າກວ່າ ມາດຕະຖານ.”
ທ່ານກ່າວຕື່ມວ່າ, ປັດຈຸບັນມີໜ່ວຍງານ ຈາກຫຼາຍພາກສ່ວນ, ຮວມທັງອົງການ Unicef ຮ່ວມກັນ ແກ້ໄຂບັນຫາເດັກນ້ອຍຂາດສານອາຫານ ຢ່າງຈິງຈັງ, ໂດຍມີເຈົ້າໜ້າທີ່ ນໍາອາຫານ, ຢາ, ເຄື່ອງນຸ່ງຫົ່ມ, ແລະອາຫານເສີມຕ່າງໆ ມາແຈກຢາຍໃຫ້ແກ່ ເດັກນ້ອຍນໍາ.
ໃນຂນະທີ່ ຊີວິດການເປັນຢູ່ຂອງເດັກນ້ອຍ, ດີຂຶ້ນກວ່າເມື່ອກ່ອນຫຼາຍ, ຈາກທີ່ເຄີຍຢູ່ໃນເຕັ້ນພັກຊົ່ວຄາວ, ແຕ່ດຽວນີ້ ໄດ້ຢູ່ເຮືອນຊົ່ວຄາວ, ມີວິດຖ່າຍ ແລະມີນໍ້າປະປາໃຊ້ແລ້ວ ດັ່ງທີ່ທ່ານກ່າວວ່າ:
“ໄດ້ເຮັດອາຫານເສີມ ໂດຍສະເພາະ ເຫັດມັນ, ຖົ່ວເຫລືອງ, ໃຫ້ຄົບໝວດ, ຄົບໝູ່, ໃຫ້ເຂົາເຈົ້າກິນນັ້ນ, ເຂົາເຈົ້າກໍໄດ້ຮັບ ການປັບປຸງຊີວິດ, ຂອງເຂົາເຈົ້າກໍດີຂຶ້ນເນາະ, ມີນໍາປະປາໃຊ້ ມີວິດຖ່າຍ ຂອງແຕ່ລະເຮືອນ ກໍສະດວກສະບາຍແລ້ວ.”
ກ່ຽວກັບເຣື້ອງນີ້ ທາງວິທຍຸເອເຊັຍເສຣີ ໄດ້ສອບຖາມໄປຍັງ ຊາວບ້ານຄົນນຶ່ງ ທີ່ບໍ່ປະສົງອອກຊື່ ແລະສຽງ, ທ່ານວ່າ ມີເຈົ້າໜ້າທີ່ນໍາ ອາຫານ, ເສື້ອຜ້າ, ແລະ ຢາ, ເຂົ້າມາ 2 ຫາ 3 ຄັນຣົຖ ເພື່ອແຈກໃຫ້ປະຊາຊົນ ທີ່ຢູ່ສູນພັກຊົ່ວຄາວ ເດືອນນຶ່ງມາແຈກ ເທື່ອນຶ່ງ.
ນອກຈາກເດັກນ້ອຍຫຼາຍຄົນ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ຈະມີບັນຫາຂາດສານອາຫານແລ້ວ, ເດັກນ້ອຍເລົ່ານັ້ນຍັງຕ້ອງປະເຊີນ ກັບເຊື້ອໄຂ້ເລືອດອອກຣະບາດ, ພຍາດຖອກທ້ອງ ແລະສ່ຽງຕໍ່ກັນເປັນພຍາດອື່ນນໍາອີກ ຍ້ອນບ່ອນຢູ່ອາສັຍ ຄັບແຄບແອອັດ.