ສັຕລ້ຽງລົ້ມຕາຍ ຍ້ອນພຍາດ
2013.05.21

ພຍາດ ຂອງ ສັຕລ້ຽງ ຣະບາດ ໜັກ ຢູ່ແຂວງ ຫລວງນໍ້າທາ, ໄຊຍະບູຣີ, ນະຄອນຫລວງ ວຽງຈັນ ແລະ ສາຣະວັນ.
ໃນ 4 ເດືອນ ຂອງຕົ້ນປີ 2013 ນີ້ ມີງົວຄວາຍ ຢູ່ແຂວງ ຫລວງນໍ້າທາ, ໄຊຍະບູລີ, ນະຄອນຫລວງ ວຽງຈັນ ແລະ ສາຣະວັນ ລົ້ມຕາຍ ຍ້ອນພຍາດ ເຖີງ 56 ໂຕ ຊຶ່ງສ່ວນຫລາຍ ແມ່ນພຍາດ ປາກເປື່ອຍ ລົງເລັບ, ພຍາດ ໄຂ້ບວມ ແລະ ພຍາດເຕົ້າໂຮມ ເລືອດ. ໃນບາງເຂດ ບໍ່ສາມາດ ຄວບຄຸມ ພຍາດນັ້ນໄດ້ ຍ້ອນຂາດເຂີນ ຢາວັກຊິນ. ດັ່ງເຈົ້າໜ້າທີ່ ຜແນກ ກະສິກັມ ແລະ ປ່າໄມ້ ແຂວງ ໄຊຍະບູຣີ ເວົ້າວ່າ:
"Foots and mouth ນະຍັງ ຄວບຄຸມ ບໍ່ທັນໄດ້ ມັນບໍ່ທົ່ວເຖິງ ນະ ບ່ອນທີ່ວ່າ ມັນຣະບາດ ເພິ່ນກໍໄດ້ ເອົາວັກຊິນ ໄປສີດ ຈໍານວນນຶ່ງ ແຕ່ວ່າມັນ ກໍບໍ່ພໍພຽງ".
ກ່ຽວກັບ ເຣື່ອງນີ້ ກະຊວງ ກະສິກັມ ແລະ ປ່າໄມ້ ຂອງລາວ ເປີດເຜີຍ ວ່າປີນີ້ ທາງການສາມາດ ຜລິດວັກຊິນ ປ້ອງກັນ ພຍາດ ເຕົ້າໂຮມເລືອດ ໄດ້ 500,000 ກວ່າເຂັມ ແລະ ໄດ້ສນອງໃຫ້ ແຂວງຕ່າງໆ ແລ້ວ 290,000 ກ່ວາ ເຂັມ. ຍັງບໍ່ສາມາດ ແຈກຈ່າຍ ຢານັ້ນໄດ້ ຢ່າງທົ່ວເຖິງ. ປະຊາຊົນ ນໍາສັດລ້ຽງ ຂອງຕົນ ມາສີດຢາ ປ້ອງກັນ ພຍາດພຽງ 42,000 ກວ່າໂຕ. ເວົ້າສະເພາະ ແຂວງ ສາຣະວັນ ປັດຈຸບັນ ພຍາດ ໄຂ້ເລືອດດໍາ ກໍາລັງຣະບາດ, ມີຄວາຍຕາຍ 6 ໂຕ ຂະນະທີ່ ທາງການ ກໍໄດ້ແຕ່ ຄວບຄຸມ ໂດຽການ ສີດຢາວັກຊິນ ບໍ່ໃຫ້ ພຍາດ ນັ້ນ ຣະບາດ ອອກໄປຕື່ມ ເທົ່ານັ້ນ:
"ກໍມີແຕ່ ສີດວັກຊິນ ໄວ້ ປ້ອງກັນວ່າ ເພື່ອວ່າ ບໍ່ໃຫ້ມັນ ຣະບາດ ເພິ່ນກໍໃຊ້ວິທີ ປີ່ນປົວ ລົງຕ້ານ ບາງບ້ານ ກໍຍັງສືບຕໍ່ ການປີ່ນປົວຢູ່ ຕິດຕາມ ເຣື່ອຍ ຢູ່ຫັ້ນນະ".
ນາງເວົ້າຕື່ມວ່າ ຢູ່ເຂດຫ່າງໄກ ຊາວບ້ານ ສ່ວນຫລາຍ ບໍ່ມັກ ນໍາສັດ ຂອງຕົນ ມາສີດຢາ ກັນພຍາດ ເອົາໄວ້.