ໂຄງການນໍ້າສະອາດໃນເຂດ ຊົນນະບົດ
2014.07.03

ໂຄງການ ທີ່ໄດ້ຮັບ ການ ສນັບສນູນ ຈາກ ທະນາຄານ ພັທນາ ເອເຊັຽ ຫລື ເອດີບີ ໃນລາວ ຊ່ວຍໃຫ້ ຊາວ ຊົນນະບົດ ມີ ນໍ້າສະອາດ ແລະ ຫ້ອງນໍ້າ ທັນສມັຍ. ຂ່າວ The Pak Banker ສະບັບ ວັນທີ 1 ກໍຣະກະດາ 2014 ຣາຍງານ ວ່າ ຊີວິດ ການເປັນຢູ່ ມັກມີ ຄວາມຍາກ ລໍາບາກ ຢູ່ເລື້ອຍ ສໍາລັບ ແມ່ຍິງ ໃນເຂດ ຊົນບົດ ທີ່ ທຸກຍາກ ຢູ່ ທາງພາກ ເໜືອ ຂອງລາວ.
ວຽກງານ ເພື່ອໃຫ້ມີ ນໍ້າສະອາດ ໃຊ້ ໃນແຕ່ລະ ວັນ ເປັນການ ທົດສອບ ທີ່ ອິດເມື່ອຍ ຫລາຍ. ນາງ ລີ ຈັນມານີ ທີ່ມີລູກ 5 ຄົນ ຢູ່ ເມືອງຮຸນ ທົບທວນ ສູ່ຟັງ ວ່າ ນາງ ຕ້ອງ ລຸກແຕ່ເຊົ້າ ກ່ອນພວກ ລູກໆ ຈະຕື່ນ ແລ້ວ ກໍຍ່າງໄປ ຫານໍ້າ ເພື່ອ ຫາບນໍ້າ ມາໃຊ້ ຫລາຍຫລົບ ຫລາຍຕ່າວ ເພື່ອໃຫ້ມີ ນໍ້າໃຊ້ ພຽງພໍ ໃນ ແຕ່ລະມື້. ຫົນທາງ ກໍລໍາຍາກ. ຕ້ອງຫາບນໍ້າ 20 ລິດ ແຕ່ລະເທື່ອ. ມາທຸກມື້ນີ້ ມີທໍ່ນໍ້າ ສະອາດ ແລະ ປອດພັຍ ເຂົ້າມາ ເຖິງເຮືອນ ຂອງນາງ ແລະ ກໍບໍ່ຈໍາເປັນ ຕ້ອງຍ່າງ ໄປຫາບນໍ້າ ມາໃຊ້ໃນ ແຕ່ລະມື້ ອີກແລ້ວ.
ນາງ ລີ ເປັນໜຶ່ງ ໃນຈໍານວນ ຊາວລາວ ຫລາຍພັນ ຄົນ ທີ່ໄດ້ຮັບ ຜົລປະໂຫຍດ ຈາກໂຄງ ການ ສນອງນໍ້າ ແລະ ສຸຂອະນາມັຍ ທີ່ໄດ້ຮັບ ການ ສນັບສນູນ ຈາກ ເອດີບີ ໂດຍມີ ອົງການ ເພື່ອ ການຮ່ວມມື ພັທນາ ຂອງ ປະເທດ Norway, ອົງການ ກອງທຶນ ກຸ່ມປະເທດ ສົ່ງອອກ ນໍ້າມັນ ເພື່ອ ການພັທນາ ຣະຫວ່າງ ປະເທດ ແລະ ໂຄງການ ເພື່ອ ການຕັ້ງ ຖີ່ນຖານ ຂອງ ສະຫະປະຊາຊາດ ຮ່ວມຊ່ວຍ ເຫລືອ ທາງ ດ້ານການເງິນ. ຊາວບ້ານ ໃນເຂດ ຊົນບົດ ທີ່ ທຸກຍາກ ເຫລົ່ານັ້ນ ໄດ້ສູ້ຊົນ ມານານ ຫລາຍ ສິບປີ ເພື່ອໃຫ້ມີ ນໍ້າສະອາດ ແລະ ປອດພັຍ ໃຊ້.
ພວກເຂົາເຈົ້າ ສ່ວນໃຫຍ່ ບໍ່ເຄີຍ ມີຫ້ອງນໍ້າ ທີ່ ທັນສມັຍ ໃຊ້. ປີ 2005 ຕອນກະຕຽມ ໂຄງການ ນັ້ນ ຄົວເຮືອນ ຕາມຕົວເມືອງ ຕ່າງໆ ຂອງລາວ ມີພຽງ 17 ເປີເຊັນ ໄດ້ໃຊ້ນໍ້າ ຜ່ານ ຣະບົບ ນໍ້າລິນ ແລະ ບໍ່ຮອດ 50 ເປີເຊັນ ມີຫ້ອງນໍ້າ ທີ່ ທັນສມັຍ ຢູ່ໃນເຮືອນ.