ໄຂ້ຍຸງລາຍ ເຣີ່ມອີກແລ້ວ

ສຸພັດຕາ
2020.05.02
ທາງການ ສາທາຣະນະສຸຂ ອອກພົ່ນຢາປ້ອງກັນ ການແຜ່ຂຍາຍຂອງຍຸງລາຍ
ຮູບຈາກ: ນັກຂ່າວພົລເມືອງ

ກະຊວງສາທາຣະນະສຸຂ ລາວ ຣາຍງານວ່າ ນັບຕັ້ງແຕ່ວັນທີ 28 ທັນວາ ປີ 2019 ມາຮອດວັນທີ 24 ເມສາ 2020 ທົ່ວປະເທດພົບຜູ້ ຕິດເຊື້ອໄຂ້ຍຸງລາຍທັງໝົດ 904 ຄົນ ແລະເສັຽຊີວິດ ຍ້ອນພຍາດ ດັ່ງກ່າວ 1 ຄົນ ແຂວງທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດ ແມ່ນ ນະຄອນຫຼວງ ວຽງຈັນ ມີຈໍານວນ 238  ຄົນ ແລະມີຄົນເສັຽຊີວິດ 1 ຄົນ ຢູ່ເມືອງໄຊທານີ ຊຶ່ງປັດຈຸບັນ ເຈົ້າໜ້າທີ່ສາທາຣະນະສຸຂ ແຕ່ລະເມືອງກໍາລັງ ຫາທາງ ສະກັດກັ້ນການແຜ່ຣະບາດ ຂອງພຍາດນີ້ຢູ່, ດັ່ງເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ເມສາ ນີ້ວ່າ:

“238 ແຕ່ວ່າຫຼາຍກວ່າໝູ່ແມ່ນເມືອງໄຊທານີ ກະມີກໍຣະນີເສັຽຊີວິດຜູ້ນຶ່ງ ບາງເທື່ອສ່ວນຫຼາຍກະຖືເບົາຫັ້ນແຫຼະ ບາງທີກະບໍ່ໄປກວດແມ່ນ ຫຍັງນະ ໝໍແນະນໍາໃຫ້້້ເມືອກິນນໍ້າ ຄົນເຈັບກະບໍ່ຢາກກິນຫັ້ນນາ ຄົນເຈັບມີແຕ່ຢາກໃສ່ນໍ້າ.”

ທ່ານກ່າວຕື່ມວ່າ ໃນໄລຍະນີ້ ເຈົ້າໜ້າທີ່ສາທາຣະນະສຸຂ ແຕ່ລະເມືອງ ຍັງບໍ່ທັນລົງໄປພົ່ນຢາ ແລະທໍາລາຍໜອນນໍ້າຮວມເຖິງການປະຕິ ບັດມາຕການສະກັດກັ້ນການແຜ່ຣະບາດ ຂອງໄຂ້ຍຸງລາຍແຕ່ຢ່າງໃດ ເທຶື່ອ ຍ້ອນຍັງຢູ່ໃນໄລຍະເຝົ້າຣະວັງ ການແຜ່ຣະບາດຂອງໄວຣັສ ໂຄວິດ-19 ຫຼັງຈາກຫ້ອງການຂອງຣັຖ ກັບມາເປີດຕາມປົກກະຕິ ກໍຈະຮີບຟ້າວລົງໄປກວດກາທັນທີ ເພື່ອບໍ່ໃຫ້ມີຜູ້ຕິດເຊື້ອໄຂ້ຍຸງລາຍ ເພີ້ມຂຶ້ນ.

ໃນຂນະດຽວກັນ ຊາວນະຄອນຫຼວງວຽງຈັນ ທ່ານນຶ່ງເວົ້າວ່າ ປັດຈຸບັນ ພື້ນທີ່ເຂດບ້ານຂອງຕົນ ມີຄວາມສ່ຽງທີ່ຈະເກີດການແຜ່ຣະບາດຂອງ ໄຂ້ຍຸງລາຍ ຍ້ອນມີແຫຼ່ງນໍ້າອັ່ງຫຼາຍບ່ອນ ແຕ່ຍັງບໍ່ມີເຈົ້າໜ້າທີ່ ກ່ຽວຂ້ອງລົງມາກວດກາເທື່ອ ຕົນກໍໄດ້ຕັກເຕືອນໃຫ້ຄົນໃນຄອບຄົວປ້ອງກັນ ໂຕເອງໄປກ່ອນ:

“ຄັນເວົ້າພື້ນຢ້ານ ກະຢ້ານຫັ້ນແຫຼະ ບໍ່ໆຂະເຈົ້າບໍ່ທັນລົງມາ ມັນກະຖືກຊ້ວງໂຄວິດນີ້ແຫຼະຂະເຈົ້າຈະກັກໂຕ ຜູ້ໃດກະບໍ່ອອກໄປໃສກະເລີຍ ບໍ່ໄດ້ໄປ.”

ໃນຂນະທີ່ ສະຖານະການຂອງໄຂ້ຍຸງລາຍ ຢູ່ ແຂວງອັດຕະປື ຫຼ້າສຸດມີຈໍານວນຜູ້ຕິດເຊື້ອ 153 ຄົນ ເປັນແຂວງ ທີ່ມີຜູ້ຕິດເຊື້ອຫຼາຍຮອງ ຈາກນະຄອນຫຼວງວຽງຈັນ, ເຈົ້າໜ້າທີ່ສາທາຣະນະສຸຂແຂວງໄດ້ລົງພື້ນ ທີ່ພົ່ນຢາ ແລະທໍາຣາຍໜອນນໍ້າຍຸງລາຍ ຢ່າງຕໍ່ເນື່ອງເພື່ອຄວບຄຸມ ການແຜ່ຣະບາດຂອງໄຂ້ຍຸງລາຍ ພ້ອມທັງເຕືອນໃຫ້ປະຊາຊົນ ປະຕິບັດຕາມຫຼັກການ ຂອງ ຜແນກສາທາຣະນະສຸຂ ຢ່າງເຂັ້ມງວດ, ດັ່ງ ເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງອັດຕະປືກ່າວວ່າ:

“ໄຂ້ຍຸງລາຍກະມີແລ້ວ ແຕ່ວ່າມັນກະບໍ່ໄດ້ວ່າຕໍ່ເນື່ອງ ດຽວນີ້ພວກເຮົາກະໄດ້ມີການຄວບຄຸມ ອ້າຍນ້ອງພວກເຮົາກະ ໄດ້ລົງຈັດຕັ້ງໄດ້ລົງ ຄວບຄຸມໜອນນໍ້າ ຈັດຕັ້ງປະຕິບັດ ມາຕການຕ່າງໆ ກໍາລັງເຮັດຢູ່ ດຽວນີ້.”

ສ່ວນແຂວງສາຣະວັນ ຫຼ້າສຸດກວດພົບຈໍານວນຜູ້ຕິດເຊື້ອໄຂ້ຍຸງລາຍ 62 ຄົນ ທາງຜແນກສາທາຣະນະສຸຂແຂວງ ກໍໄດ້ສືບຕໍ່ ປະຕິບັດ ມາຕການ ສະກັດກັ້ນການແຜ່ຣະບາດຂອງໄຂ້ຍຸງລາຍ ຢ່າງເຂັ້ມງວດ ພ້ອມທັງໄດ້ແຈກຈ່າຍອຸປກອນພົ່ນຢາ ໃຫ້ເຈົ້າໜ້າທີ່ປະຈໍາແຕ່ລະ ບ້ານໃຫ້ຮ່ວມກັນປະຕິບັດ, ດັ່ງເຈົ້າໜ້າທີ່ສາທາຣະນະສຸຂ ແຂວງສາຣະວັນ ກ່າວວ່າ:

“ກໍຍັງປົກກະຕິ ເພິ່ນກໍມີທີມງານເຄື່ອນໄຫວ ຢູ່ບ້ານເດ້ ຢູ່ຂັ້ນບ້ານໝົດ ພວກອຸປກອນຫຍັງກະມີຢູ່ບ້ານໝົດ ພວກເຮົາກະເຣີ້ມປະຕິບັດການ ໄດ້ໝົດແລ້ວເດ້ ວຽກແຕ່ລະອັນ.”

ອີງຕາມຂໍ້ມູນ ຂອງກະຊວງສາທາຣະນະສຸຂ ເມື່ອປີ 2019 ທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ທັງໝົດຈໍານວນ 38,000 ປາຍຄົນ ແລະເສັຽຊີວິດ 74 ຄົນ ໂດຍໃນປີ 2013 ທົ່ວປະເທດ ເຄີຍມີຜູ້ຕິດເຊື້ອ ໄຂ້ຍຸງລາຍ ສູງເຖິງ 44,237 ຄົນ ແລະເສັຽຊີວິດ 95ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.