ທາງການລາວ ຈະຊື້ເຄື່ອງກິນ ໃຫ້ມາແຕ່ງກິນຢູ່ໂຮງຮຽນ 21 ແຫ່ງ ຢູ່ 21 ບ້ານ ເມືອງໄຊສະຖານ ແຂວງໄຊຍະບູລີ, ຊຶ່ງມີ ນັກຮຽນ ທັງໝົດ 2 ພັນປາຍຄົນ ແລະມີອັດຕຣາກິນ 800 ກີບຕໍ່ຄົນຕໍ່ຄາບ ສ່ວນເຂົ້າສຸກນັ້ນ ແມ່ນນັກຮຽນ ຕ້ອງເອົາມາເອງ. ໂຄງການອາຫານ ກາງເວັນສໍາລັບ ເດັກນ້ອຍນັກຮຽນຊົນນະບົດ ຈະເຣີ້ມແຕ່ເດືອນກັນຍາ ທີ່ຈະມາເຖິງນີ້ ຄື ເມື່ອໂຮງຮຽນເປີດສົກຮຽນໃໝ່ 2019-2020 ເປັນຕົ້ນໄປ.
ໂຄງການດັ່ງກ່າວ ຈະມີຂຶ້ນ ພາຍຫຼັງທີ່ ໂຄງການອາຫານກາງເວັນ ຂອງອົງການອາຫານໂລກ ສິ້ນສຸດລົງ ແລະຈະມອບໃຫ້ ຣັຖບານລາວ ສືບຕໍ່ ໃນເດືອນມິຖຸນານີ້, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ກ່ຽວຂ້ອງ ແຂວງໄຊຍະບູລີ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ພຶສພາ ນີ້:
“ໂຄງການອາຫານໂລກ ເຂົາເຈົ້າໝົດສັນຍາ ແລະຂະເຈົ້າຈະມອບໃຫ້ຣັຖບານສືບຕໍ່ ແຕ່ວ່າຣັຖບານນິ່ ເພິ່ນບໍ່ມີເງິນສນອງເຂົ້າເປືອກໃຫ້ ບໍ່ມີ ຈະມີງົບມາໃຫ້ ມີແຕ່ສນອງແຕ່ເງິນອາຫານຢ່າງດຽວ ຂະເຈົ້າເອົາຫັ່ນນາ ເພາະວ່າ ເຂົ້ານີ່ແມ່ນ ຈະໃຫ້ນັກຮຽນ ແຕ່ລະຄົນຖືມາແຕ່ບ້ານ ເອົາເຂົ້າ ສຸກທີ່ຫນຶ້ງແລ້ວ ແຕ່ລະຄົນລະເອົາມາພ້ອມ ແຕ່ມາໂຮງຮຽນ ຂະເຈົ້າຈະມີແຕ່ຄົວອາຫານໃຫ້ກິນຫັ່ນນາ.”
ທ່ານກ່າວຕື່ມວ່າ ການທີ່ໃຫ້ນັກຮຽນ ເອົາເຂົ້າມາແຕ່ເຮືອນນັ້ນ ອາດມີຄວາມຫຍຸ້ງຍາກ ຍ້ອນວ່າ ໃນໄລຍະ ເດືອນກັນຍາ ຫາເດືອນ ຕຸລາ ຍັງບໍ່ທັນຮອດຍາມ ເກັບກ່ຽວເຂົ້າເທື່ອ, ພໍ່ແມ່ຈໍານວນນຶ່ງ ກໍມີເຂົ້າພໍກຸ້ມກິນ, ແຕ່ຈໍານວນນຶ່ງ ກໍຂາດເຂີນເຂົ້າກິນ ຊຶ່ງອາຈເຮັດໃຫ້ ເດັກນ້ອຍ ນັກຮຽນ ທີ່ບໍ່ມີເຂົ້າ ຕ້ອງໄດ້ຂໍແບ່ງປັນນໍາຜູ້ທີ່ມີເຂົ້າ ນັ້ນມາກິນ.
ມາເຖິງປັດຈຸບັນ ຣັຖບານ ກໍຍັງບໍ່ໄດ້ຂຶ້ນແຜນ ໃຫ້ມີການຈ້າງແມ່ຄົວ ເພື່ອມາແຕ່ງກິນ ສໍາລັບເດັກນ້ອຍນັກຮຽນ ຄືກັນກັບ ອົງການອາຫານ ໂລກເທື່ອ, ດັ່ງນັ້ນ, ຈຶ່ງໄດ້ຣະດົມ ຜູ້ປົກຄອງນັກຮຽນ ຜັດປ່ຽນກັນ ມາແຕ່ງກິນໃຫ້ກັບນັກຮຽນ:
"ຣັຖບານ ບໍ່ມີເງິນອັດຕຣາ ແມ່ຄົວຄືເກົ່າຫັ້ນເນີ ເຂົາມີແຕ່ສນອງເງິນອາຫານ ຊື້ອາຫານສົດ ນັ້ນໃຫ້ຄືເກົ່າ ຜ່ານມານີ້ ເຂົາເຈົ້າໄລ່ຕາມ ຈໍານວນ ນັກຮຽນ ນັກຮຽນ 50 ຄົນ ຈະໃຫ້ແມ່ຄົວຜູ້ນຶ່ງ ໄດ້ແສນຫ້ານີ້ລະຕໍ່ຄົນ ຕໍ່ເດືອນ ຄັນວ່າ 100 ຄົນກໍໄດ້ ແມ່ຄົວ 2 ຄົນ.”
ທ່ານກ່າວວ່າ ບໍ່ແມ່ນມີແຕ່ ເມືອງໄຊສະຖານ ແຂວງໄຊຍະບູລີ ເທົ່ານັ້ນ ທີ່ເດັກນ້ອຍນັກຮຽນ ອະນຸບານ ແລະ ປະຖົມ ທີ່ຈະຕ້ອງໄດ້ຖື ເຂົ້າສຸກມາກິນຢູ່ໂຮງຮຽນ ຍັງມີເດັກນ້ອຍນັກຮຽນ ເມືອງຫລ້າ ແຂວງອຸດົມໄຊ, ເມືອງຂວາ ແຂວງຜົ້ງສາລີ, ເມືອງ ໄຊຈໍາພອນ ແຂວງ ບໍຣິຄໍາໄຊ, ແລະ ແຂວງຫົວພັນ 6 ເມືອງ ກໍເຮັດແບບດຽວນັ້ນຄືກັນ.
ທ່ານກ່າວຕື່ມອີກວ່າ ຕາມການສໍາຣວດ ຂອງເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງໄຊຍະບູລີ ຣະບຸວ່າ ໃນປີ 2011 ຈໍານວນເດັກນ້ອຍ ອະນຸບານ ແລະປະຖົມ ອາຍຸແຕ່ 3 ປີ ຫາ 11 ປີ ຢູ່ເມືອງ ໄຊສະຖານ 2 ພັນປາຍ ຄົນນັ້ນ ແມ່ນກິນອາຫານ ບໍ່ຄົບໝວດໝູ່ ເຮັດໃຫ້ ມີນໍ້າໜັກ ແລະລວງສູງ ບໍ່ໄດ້ມາຕຖານ ເຖິງ 1 ພັນ 8 ຮ້ອຍຄົນ. ຫຼັງຈາກນັ້ນໄດ້ມີອົງການອາຫານໂລກ ເຂົ້າມາຊ່ອຍເຫຼືອໃນປີ 2015 ເຮັດໃຫ້ປີຜ່ານມາ ເດັກນ້ອຍນັກຮຽນ ມີນໍ້າໜັກແລະລວງສູງບໍ່ໄດ້ ມາຕຖານນັ້ນຫຼຸດລົງ ຍັງເຫຼືອ 800 ຄົນ.