ຢູ່ຊົນນະບົດຍັງບໍ່ຮູ້ ສຸຂພາບ ຈະເຣີນພັນ
2020.07.10
ຊາວໜຸ່ມລາວຫລາຍຄົນ ໂດຍສະເພາະ ຢູ່ເຂດຊົນນະບົດ ຍັງບໍ່ຮູ້ເຣຶ່ອງສຸຂພາບຈະເຣີນພັນ ຫລືເພດສຶກສາ ເທົ່າທີ່ຄວນ ເປັນຕົ້ນໃນກຸ່ມ ນັກຮຽນຊັ້ນມັທຍົມຕົ້ນ ແລະມັທຍົມປາຍ ຕົວຢ່າງ ການມີເພດສໍາພັນ ກ່ອນໄວອັນຄວນ ໂດຍບໍ່ມີການປ້ອງກັນຕົນເອງ ຊຶ່ງມີຄວາມສ່ຽງ ຕໍ່ການ ທີ່ຈະໂຣກທາງເພດສໍາພັນ ເຮັດໃຫ້ຈໍານວນວນຶ່ງຖືພາແບບບໍ່ໄດ້ຕັ້ງໃຈ, ຂາດຄວາມຮັບຜິດຊອບ ຕໍ່ລູກທີ່ຈະເກີດມາ ແລະມີຄວາມ ສ່ຽງສູງ ທີ່ເດັກນ້ອຍຈະມີສຸຂພາບ ບໍ່ແຂງແຮງ ແລະພິການ ແລະຈໍານວນນຶ່ງ ກໍບໍ່ມີການວາງແຜນຄອບຄົວ ຍ້ອນທາງໂຮງຮຽນ ຢູ່ຕາມ ຊົນນະບົດ ບໍ່ມີການສິດສອນ ວິຊາເພດສຶກສາ ເຮັດໃຫ້ຊາວໜຸ່ມລາວ ຂາດຄວາມຮູ້, ບໍ່ຈັກວິທີປ້ອງກັນເທົ່າທີ່ຄວນ.
ຫາກເປັນວິຊາທີ່ກ່ຽວຂ້ອງກັບເຣຶ່ອງນີ້ ຄຣູກໍແນະນໍາໃຫ້ນັກຮຽນຮູ້ໃນເບື້ອງຕົ້ນເທົ່ານັ້ນ ແລະນັກຮຽນເອງ ກໍບໍ່ເອົາໃຈໃສ່ຮຽນຮູ້ເທົ່າທີ່ຄວນ, ການລົງໂຄສະນາເຜີຍແພ່ ເຣຶ່ອງສຸຂພາບ ຈະເຣີນພັນ ໃຫ້ຊາວໜຸ່ມ ກໍບໍ່ທົ່ວເຖິງ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ດ້ານການສຶກສາ ໃນ ນະຄອນຫລວງວຽງຈັນ ທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ກໍຣະກິດາ ນີ້:
“ເປີເຊັນມັນກະຢາກມີ ເພີ່ມຂຶ້ນໄປເລື້ອຍໆ ປັດຈຸບັນນີ້ນ່າ ບໍ່ໄດ້ເອົາຈິງເອົາຈັງປານໃດ ເຂົ້າເຖິງມັນໜ້ອຍນຶ່ງ ແລ້ວກະມີຈໍານວນນຶ່ງຢາກ ອອກໂຮງຮຽນເອົາລູກເອົາຜົວ. ບາງຄົນກະມີລູກ ໃນໂຮງຮຽນ ບໍ່ໄດ້ມີການປ້ອງກັນ ບໍ່ໄດ້ມີການວາງແຜນຄອບຄົວ ອິຫຍັງຕ່າງໆຕາມ ທັມຊາດ.”
ທ່ານກ່າວຕື່ມວ່າທີ່ຜ່ານມາ ກໍມີກອງທຶນສະຫະປະຊາຊາດ ເພື່ອປະຊາກອນ ຫຼື UNFPA ຊ່ອຍເຫຼືອລາວ ໃນເຣຶ່ອງສຸຂພາບຈະເຣີນພັນ ຂອງຊາວໜຸ່ມທົ່ວໄປ ແລະ ນັກຮຽນໃນກຸ່ມ ມັທຍົມຕົ້ນ ແລະມັທຍົມປາຍຢູ່ ເພື່ອໃຫ້ມີການວາງແຜນ ຊີວິດຄອບຄົວ, ໃຫ້ຮູ້ເຖິງການຮັກສາ ສຸຂພາບ ແລະວິທີປ້ອງກັນ ຫາກສະພາບຄອບຄົວ ຍັງບໍ່ອໍານວຍຕໍ່ການມີລູກ. ແຕ່ການ ຊ່ອຍເຫລືອນັ້ນ ກໍເປັນໄປຢ່າງຈໍາກັດ.
ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ຂແນງຊາວໜຸ່ມລາວ ທ່ານນຶ່ງ ເວົ້າວ່າ ປັດຈຸບັນ ຣະຫວ່າງຊາວໜຸ່ມທີ່ຢູ່ໃນເມືອງ ແລະຢູ່ຕາມເຂດຊົນນະບົດ ມີຄວາມເຂົ້າໃຈແຕກຕ່າງກັນຫລາຍ. ຊາວໜຸ່ມໃນເມືອງ ຈະຮູ້ເຣຶ່ອງສຸຂພາບຈະເຣີນພັນ ຫລືເຣຶ່ອງເພດສຶກສາ ຫລາຍກວ່າ ຜູ້ທີ່ຢູ່ຊົນນະບົດ ເພາະສາມາດຊອກຫາຂໍ້ມູນໄດ້ງ່າຍ ແລະ ມີການຮຽນການສອນ.
ສ່ວນວ່າຢູ່ເຂດຊົນນະບົດ ແມ່ນບໍ່ສາມາດເຈົ້າເຖິງສິ່ງດັ່ງກ່າວໄດ້, ການຮຽນການສອນ ກໍບໍ່ທົ່ວເຖິງ ເຮັດໃຫ້ນັກຮຽນບໍ່ເຂົ້າໃຈ, ນັກຮຽນຍິງ ຈໍານວນນຶ່ງ ທີ່ອາຍຸຍັງໜ້ອຍກ່ອນໄວ ກໍອອກ ໂຮງຮຽນໄປເອົາຜົວ ໂດຍທີ່ບໍ່ຮູ້ຈັກວາງແຜນຄອບຄົວ ແລະວິທີປ້ອງກັນ ເຮັດໃຫ້ເກີດຄວາມ ຫຍຸ້ງຍາກຕາມມາ.
ທ່ານເວົ້າວ່າ ປັດຈຸບັນ ກອງທຶນສະຫະປະຊາຊາດ ເພື່ອປະຊາກອນ ປະຈໍາລາວ ໄດ້ຮ່ວມກັບກະຊວງສຶກສາທິການ ແລະກິລາ ແລະໜ່ວຍ ງານທີ່ກ່ຽວຂ້ອງ ເຜີຍແພ່ຂໍ້ມູນຂ່າວສານ ກ່ຽວກັບເຣຶ່ອງສຸຂພາບ ຈະເຣີນພັນ ໃຫ້ຊາວໜຸ່ມໃນຫລາຍແຂວງຂອງລາວຮູ້ ເປັນຕົ້ນແຂວງ ສວັນນະເຂດ, ແຂວງບໍ່ແກ້ວ, ແຂວງບໍຣິຄໍາໄຊ ແລະ ແຂວງອຸດົມໄຊ. ດັ່ງທີ່ທ່ານກ່າວວ່າ
“ຄວາມຮັບຮູ້ເຣື່ອງເພດສຶກສາ ກະຈະຕ່າງກັນ ຄືຢູ່ວັຍໜຸ່ມໃນເມືອງ ມີຊ່ອງທາງໃນການຊອກຫາຂໍ້ມູນ ຂ່າວສານໄດ້ຫລາຍ ເຂົາກໍຈະເຂົ້າໃຈ. ຄືຢູ່ເຂດນອກຢູ່ຊົນບົດ ຍັງບໍ່ທັນສາມາດ ເຂົ້າເຖິງຂໍ້ມູນຂ່າວສານ ເຂົາກໍອາດມີຂໍ້ມູລທີ່ເຂົາ ຍັງບໍ່ທັນໄດ້ເຂົ້າໃຈອອກໂຮງຮຽນ ແລ້ວກໍແມ່ນ ໄດ້ແຕ່ງງານ ແລ້ວຖືພາຫັ້ນແຫລະເນາະ.”
ແລະເຈົ້າໜ້າທີ່ດ້ານການສຶກສາ ອີກທ່ານນຶ່ງ ໃນນະຄອນຫລວງວຽງຈັນ ກໍກ່າວວ່າ ຢູ່ໃນເມືອງມີການສອນເຣຶ່ອງສຸຂພາບ ຈະເຣີນພັນຢູ່ແຕ່ ສ່ວນຢູ່ຕາມຊົນນະບົດ ບໍ່ໄດ້ມີການສອນ ຄັກແນ່ ເຮັດໃຫ້ຊາວໜຸ່ມ ຮັບຮູ້ເຣຶ່ອງນີ້ໜ້ອຍ ແລະ ອີກສ່ວນນຶ່ງກໍເປັນຍ້ອນ ພໍ່ແມ່ ກໍບໍ່ເຂົ້າໃຈ ໃນເຣຶ່ອງທີ່ວ່ານີ້ນໍາດ້ວຍ ເຮັດໃຫ້ເດັກນ້ອຍບໍ່ຮູ້ ອອກໄປເອົາຜົວ ມີລູກ ເພື່ອຈະໄດ້ມີ ແຮງງານຊ່ວຍພໍ່ແມ່ ເຮັດໄຮ່ເຮັດນາ ດັ່ງທີ່ທ່ານ ກ່າວວ່າ:
“ຊົນບົດບາງເທື່ອມັນເວົ້າເຣື່ອງກໍາລັງແຮງງານເດ໋ ມາຊ່ວຍພໍ່ຊ່ວຍແມ່ເອົາລູກຫຼາຍໆແຫຼະ ມີກໍາລັງແຮງງານຫຼາຍໄດ້ເຮັດໄຮ່ເຮັດນາຫັ້ນນ່າ.”
ໃນຂນະດຽວກັນ ຊາວໜຸ່ມ ຢູ່ແຂວງສວັນນະເຂດ ນາງນຶ່ງເວົ້າວ່າ ຕົນເອງຢູ່ເຂດຊົນນະບົດ ຕອນຮຽນມັທຍົມ ບໍ່ໄດ້ຮູ້ເຣຶ່ອງເພດສຶກສາເພາະ ທາງໂຮງຮຽນບໍ່ໄດ້ສອນ ເຮັດໃຫ້ນັກຮຽນ ຍິງມັກອອກໂຮງຮຽນ ໄປເອົາຜົວ ແລະມີລູກໄວ.
ແຕ່ປັດຈຸບັນ ຕົນຮູ້ແລ້ວ ຍ້ອນມີ ເຈົ້າໜ້າທີ່ມາໂຄສະນາ ເຜີຍແພ່ໃຫ້ຮູ້ວິທີປ້ອງກັນ ເມື່ອມີເພດສໍາພັນ ແຕ່ກໍຍັງບໍ່ຮູ້ວາງແຜນຄອບຄົວ ດັ່ງທີ່ນາງກ່າວວ່າ:
“ສມັຍແຕ່ກ່ອນກາບໍ່ຮູ້ ກະບໍ່ເຫັນເຂົາສອນ 5-6 ປີຫຼັງກະບໍ່ຮູ້ວິທີປ້ອງກັນ ຍັງຮຽນຢູ່ຍັງເອົາຜົວນ່າ ຮຽນບໍ່ຈົບກາເອົາຜົວກ່ອນ ບາງຄົນ ເຂົາກາປ້ອງກັນ ບາງຄົນກາບໍ່ປ້ອງກັນ.”
ແລະຊາວໜຸ່ມຢູ່ແຂວງພາກໃຕ້ ຜູ້ນຶ່ງກໍເວົ້າວ່າ ຕົນກໍຮູ້ຂໍ້ມູນຂ່າວສານ ເຣຶ່ອງເພດສໍາພັນຢູ່ ຍ້ອນມີເຈົ້າໜ້າທີ່ລົງມາໂຄສະນາ, ແຕ່ກໍບໍ່ຮູ້ ເລິກເທົ່າທີ່ຄວນ. ແລະວ່າຕອນຍັງເປັນນັກຮຽນ ທາງໂຮງຮຽນບໍ່ໄດ້ສອນ ເຣຶ່ອງເພດສຶກສາ ເຮັດໃຫ້ນັກຮຽນ ຈໍານວນນຶ່ງບໍ່ຮູ້ ແລ້ວອອກ ໂຮງຮຽນ ໄປເອົາຜົວກ່ອນວັຍອັນຄວນ ແລະມີລູກ, ບາງຄົນມີລູກ 3-4 ຄົນ ທັ້ງໆທີ່ຢູ່ໃນສະພາບ ທຸກຍາກ:
“ໃນໂຮງຮຽນມັທຍົມ ກະບໍ່ສູ້ເຫັນ ບາງຄົນກໍຮຽນຮອດແຕ່ເຄິ່ງນຶ່ງ ກະອອກຮຽນໄປກະບໍ່ໄດ້ອິຫຍັງ ຫາຄົນມັກແລ້ວກໍມາສ້າງຄອບຄົວ.”
ເພື່ອແກ້ໄຂບັນຫາດັ່ງກ່າວ ກອງທຶນສະຫະປະຊາຊາດ ເພື່ອປະຊາກອນ ໄດ້ຕົກລົງຮ່ວມກັນກັບ ຣັຖບານລາວ ໃນການເພິ່ມການສຶກສາ ດ້ານສຸຂພາບຈະເຣີນພັນ ໃນໂຮງຮຽນມັທຍົມ, ໂຮງຮຽນການຊ່າງ ແລະໂຮງຮຽນວິຊາຊີບຕ່າງໆ ເພື່ອໃຫ້ຊາວໜຸ່ມໃນກຸ່ມເປົ້າໝາຍ ເຂົ້າໃຈເຣຶ່ອງເພດສຶກສາ ແລະສຸຂພາບຈະເຣີນພັນ ດີຂຶ້ນ ເພື່ອຫລຸດຜ່ອນ ການແຕ່ງດອງ ແລະການຖືພາ ກ່ອນວັຍອັນຄວນ.