ສູນກັກໂຕຊົ່ວຄາວຂາດເຂີນ ອາຫານ

ຈໍາປາທອງ
2020.05.12
F-Quarantine ຢູ່ແຂວງຈໍາປາສັກ; ສູນກັກກັນຊົ່ວຄາວ 14 ມື້ ຂອງຄົນງານລາວ ທີ່ກັບມາຈາກປະເທດໄທ ໃນລະຍະການຣະບາດ ຂອງເຊື້ອພຍາດ ໂຄວິດ-19
Citizen Journalist

ປັດຈຸບັນ ສູນກັກກັນຊົ່ວຄາວ ຄົນງານລາວ ທີ່ກັບມາຈາກປະເທດໄທ ຊຶ່ງຖືກຈັດຕັ້ງຂຶ້ນ ຕາມມາຕການຂອງຣັຖບານ ເພື່ອຄວບຄຸມ ແລະ ປ້ອງກັນການຣະບາດຂອງເຊື້ອພຍາດໂຄວິດ-19 ຢູ່ບາງແຂວງ ຂອງລາວ ເລີ່ມປະສົບກັບພາວະຂາດເຂີນອາຫານການກິນ ແລະຕ້ອງການ ຄວາມຊ່ອຍເຫລືອ ຢ່າງຮີບດ່ວນ ຈາກຣັຖບານແລະທຸກພາກສ່ວນໃນສັງຄົມ ເປັນຕົ້ນສູນ 2 ແຫ່ງຢູ່ນະຄອນປາກເຊ ແຂວງຈໍາປາສັກ ທີ່ມີ ຄົນງານຍັງຖືກກັກກັນໂຕຢູ່ 50 ປາຍຄົນ ກໍາລັງຂາດເຂີນອາຫານພໍສົມຄວນ.

ເຖິງແມ່ນວ່າທາງພາກເອກກະຊົນ ແລະຣັຖບານ ໄດ້ມອບອາຫານໃຫ້ ແຕ່ຍັງບໍ່ພຽງພໍ ກັບຄວາມຕ້ອງການ ທີ່ຈໍາເປັນ, ດັ່ງເຈົ້າໜ້າທີ່ຫ້ອງ ການສາທາຣະນະສຸຂ ນະຄອນປາກເຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ພຶສພາ ນີ້ວ່າ:

“ສູນໃໝ່ຢູ່ ນະຄອນປາກເຊເຮົານີ້ ມີ 2 ສູນ, ສູນຝີມືແຮງງານ ກັບສູນໂຮງຮຽນການເງິນ ເພິ່ນເອົາມາໃຊ້ໂຕນີ້ ອາຫານບໍ່ພຽງພໍຫັ້ນແຫຼະ ຣະດົມກັນ ຣະດົມພາກສ່ວນສັງຄົມແຫລະອຸປຖັມຊ່ວຍ. ສ່ວນນຶ່ງກະເປັນຂອງ ພາກຣັຖເຮົານີ້ແຫລະ ແຕ່ມັນກະບໍ່ພຽງພໍ.”

ທ່ານກ່າວຕື່ມວ່າ ສໍາລັບອຸປກອນດ້ານການແພດ ເປັນຕົ້ນເຈລລ້າງມື, ຜ້າອັດປາກອັດດັງ ແລະອື່ນໆທີ່ຈໍາເປັນ ຖືວ່າບໍ່ຂາດເຂີນ, ຍັງມີພໍໃຊ້ ສໍາລັບແຈກຢາຍໃຫ້ຄົນງານ ທີ່ຖືກນໍາມາມາກັກກັນໂຕຊົ່ວຄາວຢູ່ນີ້. ແລະວ່າ ມີແຕ່ດ້ານອາຫານ ແລະນໍ້າດື່ມ ທີ່ຕ້ອງການຄວາມຊ່ອຍເຫຼືອ ຕື່ມແລະກໍມີປະຊາຊົນຈໍານວນນຶ່ງ ມາບໍຣິຈາກແລ້ວ ແຕ່ກໍຍັງບໍ່ພຽງພໍ ສໍາລັບລ້ຽງຄົນງານນັ້ນອີກຢ່າງໜ້ອຍ 5 ມື້ ຫລື ດົນກວ່ານັ້ນກໍອາດ ເປັນໄດ້.

ສໍາລັບຢູ່ແຂວງວຽງຈັນ ສູນກັກກັນຊົ່ວຄາວຄົນງານອີກ 3 ແຫ່ງທີ່ມີຄົນງານ 50 ປາຍຄົນຖືກກັກໂຕຢູ່ທີ່ນັ້ນ ກໍກໍາລັງຢູ່ໃນສະພາບຂາດເຂີນ ອາຫານການກິນເຊັ່ນດຽວກັນ ແລະຍັງລໍຖ້າການຊ່ອຍເຫຼືອທັງຈາກ ຣັຖບານ, ພາກເອກກະຊົນ ແລະຈາກສັງຄົມທົ່ວໄປ, ດັ່ງເຈົ້າໜ້າທີ່ ຄະນະສະເພາະກິດ ຄວບຄຸມໂຄວິດ-19 ປະຈໍາແຂວງວຽງຈັນ ກ່າວວ່າ:

“ດີແທ້ຄັນມີແທ້ກະມີອາຫານ ລັກສນະເປັນປາກະປ໋ອງບໍ່ ໝີ່ໄວໄວບໍ່ ຫລືວ່າອາຫານແບບປະເພດແຫ້ງນີ້ຊ່ວຍ ພວກເຮົາກະໄດ້ເອົາໃຈຊ່ວຍຢູ່ ແຕ່ຈະໃຫ້ພຽງພໍ ມັນກໍບໍ່ພຽງພໍ, ວັງວຽງ ມີບ່ອນນຶ່ງ ແລ້ວກະຢູ່ ໂພນໂຮງແດ່ບ່ອນນຶ່ງ.”

ແຕ່ໃນຂນະດຽວກັນ ກໍຍັງມີບາງແຂວງ ທີ່ມີສູນກັກກັນຄົນງານ ຊົ່ວຄາວນັ້ນ ບໍ່ປະສົບກັບບັນຫາຂາດເຂີນອາຫານການກິນ ເປັນຕົ້ນແຂວງ ອຸດົມໄຊ ທີ່ມີຄົນງານຖືກກັກກັນໂຕຢູ່ປະມານ 20 ຄົນທີ່ຍັງມີອາຫານ ພຽງພໍຍ້ອນທາງການໄດ້ໃຫ້ເງິນຄ່າອາຫານຄົນລະ 50 ພັນກີບຕໍ່ມື້, ດັ່ງເຈົ້າໜ້າທີ່ຄະນະສະເພາະກິດ ປະຈໍາແຂວງອູດົມໄຊ ກ່າວວ່າ:

“ບໍ່ມີບັນຫາວ່າຊັ້ນສະ ຄັນສິເວົ້າເຣື່ອງສະຖານທີ່ ກັກກັນຫັ້ນນະ ຄັນວ່າແມ່ນຄົນລາວ ຣັຖບານຮັບຜິດຊອບເລີຍ ໄລ່ໃຫ້ມື້ນຶ່ງ 50 ພັນກີບ ຣັຖບານມີເງິນໃຫ້ໂຕນີ້ເນາະ.”  

ສ່ວນຢູ່ແຂວງສວັນນະເຂດ ຫຼ້າສຸດນີ້ກໍມີຂ່າວວ່າ ໃນສູນກັກກັນຄົນງານຊົ່ວຄາວຢູ່ແຕ່ລະເມືອງ ບໍ່ມີບັນຫາຄືທີ່ວ່ານັ້ນແລ້ວຍ້ອນບໍ່ມີຄົນງານ ເຫລືອຢູ່ ເພາະພວກເຂົາເຈົ້າ ໄດ້ຮັບອະນຸຍາດໃຫ້ກັບໄປບ້ານໄດ້ ຫລັງຈາກຄົບກໍານົດເວລາ ກັກກັນໂຕແລ້ວ, ອີງຕາມຄໍາເວົ້າຂອງເຈົ້າ ໜ້າທີ່ ສະເພາະກິດແຂວງສວັນນະເຂດ ຕໍ່ວິທຍຸເອເຊັຍເສຣີ:

"ບໍ່, ພວກເຮົາອັນນັ້ນໝົດແລ້ວ ພວກເຮົາໝົດກໍານົດ ຄວບຄຸມໝົດທຸກຄົນແລ້ວ ຕັ້ງແຕ່ວັນທີ 10 ປາຍແລ້ວພຸ້ນ ສູນພວກເຮົາໄດ້ປິດໝົດ ແລ້ວປິດໝົດທຸກສູນແລ້ວ.”

ແຕ່ເຖິງຢ່າງໃດກໍຕາມ ໃນການຖແລງຂ່າວເມື່ອວັນທີ 11 ພຶສພານີ້ ທ່ານ ພູທອນ ເມືອງປາກ ຮອງຣັຖມົນຕຣີ ກະຊວງສາທາຣະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ຄວບຄຸມໂຄວິດ-19 ກໍໄດ້ຮຽກຮ້ອງ ໃຫ້ທຸກພາກສ່ວນໃນສັງສັງຄົມ ບໍຣິຈາກອາຫານ ແລະນໍ້າດື່ມ ຫລື ເຄື່ອງອໍານວຍຄວາມສະດວກຕ່າງໆ ໃຫ້ແກ່ຜູ້ທີ່ຖືກກັກກັນໂຕຢູ່ສູນແຕ່ລະແຫ່ງ ເນື່ອງຈາກຫຼາຍສູນຍັງຂາດເຂີນອາຫານແລະເຄື່ອງໃຊ້ຢູ່:

“ຢູ່ໃນສູນນີ້ ຍ້ອນວ່າມີຈໍານວນຜູ້ມາ ເຂົ້າມາພັກແລະຈໍາກັດ ບໍຣິເວນຢູ່ນີ້ຫລາຍ ການກະກຽມກະບໍ່ທັນພຽບພ້ອມດີ ຈັ່ງຊັ້ນ ກ່ຽວກັບເຣື່ອງ ອາຫານການກິນ ເຣື່ອງນໍ້າດື່ມ ແລະສິ່ງເຄື່ອງໃຊ້ຈໍາເປັນ ອັນນຶ່ງຍັງ ຂາດເຂີນ ກະບັນດາທ່ານສາມາດ ປະສານງານກັບຄະນະຮັບຜິດ ຊອບຫລືວ່າ ຄະນະສະເພາະກິດ ຂອງນະຄອນຫລວງ  ເພື່ອວ່າໄປບໍຣິຈາກ.”

ອີງຕາມຂໍ້ມູນຂອງ ທ່ານ ພູທອນ ໃນວັນທີ 11 ພຶສພາ ນີ້ ປັດຈຸບັນທົ່ວປະເທດລາວ ຍັງມີສູນກັກກັນໂຕຊົ່ວຄາວທັງໝົດ 60 ແຫ່ງ. ໃນນັ້ນ ມີຜູ້ຖືກກັກກັນໂຕຢູ່ 1,616 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.