ໂຮງງານດິນຈີ່ສ້າງມົລພິດ
2016.07.20
ອຳນາດການປົກຄອງ ເມືອງໄຊທານີ ນະຄອນຫລວງວຽງຈັນ ສັ່ງໃຫ້ ໂຮງງານຜລິດ ດິນຈີ່ ຂອງວຽດນາມ ຢູ່ບ້ານໂນນໄຊ ແກ້ໄຂ ບັນຫາ ຜົລກະທົບ ຕໍ່ ສິ່ງແວດລ້ອມ ແລະ ຊຸມຊົນ ໃຫ້ໄດ້ ພາຍໃນ ເວລາສາມ ເດືອນ, ບໍ່ດັ່ງນັ້ນ ຈະສັ່ງໃຫ້ ປິດ ການຜລິດ ໂດຍຖາວອນ ເນື່ອງ ຈາກວ່າ ມີຊາວບ້ານ ໄດ້ທັກທ້ວງ ວ່າຄວັນຈາກ ໂຮງງານ ມີກິ່ນຂິວ ຊຶ່ງລົບກວນ ຂະເຈົ້າ ຈຶ່ງມີ ເຈົ້າຫນ້າທີ່ ອອກໄປ ກວດກາ. ດັ່ງ ເຈົ້າ ຫນ້າທີ່ ເມືອງ ໄຊທານີ ທ່ານນຶ່ງ ກ່າວ ໃນວັນທີ 19 ກໍຣະກະດາ ນີ້ວ່າ:
"ຫາກໍລົງສອງສາມມື້ ຫລັງນີ້ນະ ພວກສິ່ງແວດລ້ອມ ນະຄອນຫລວງ ໂຕເພິ່ນຊີິແກ້ໄຂ ບັນຫານີ້ ຍັງບໍ່ທັນ ໄດ້ແກ້ ມີແຕ່ຂຽນ ບົດບັນທຶກໄວ້ ໃຫ້ກຳນົດ ເພິ່ນພາຍໃນ ສາມເດືອນ ຕ້ອງໄດ້ແກ້ໄຂ ປັບປຸງ ບໍ່ໃຫ້ມັນມີ ຖ້າວ່າເພິ່ນ ບໍ່ແກ້ ກະໃຫ້ຢຸດເຊົາ ຫັ້ນແຫຼະ".
ທ່ານ ກ່າວຕື່ມວ່າ ວ່າງຫລັງໆນີ້ ທາງໂຮງງານ ກໍໄດ້ຫລຸດຜ່ອນ ການປ່ອຍຄວັນ ທີ່ ສົ່ງຜົລ ກະທົບ ຕໍ່ຊຸມຊົນ ລົງແດ່ແລ້ວ ແຕ່ໂຮງງານ ຕ້ອງໄດ້ປັບປຸງ ຣະບົບ ການປ່ອຍໄອເສັຽ ໃຫ້ດີກວ່ານີ້ ເພື່ອບໍ່ໃຫ້ເປັນ ອັນຕຣາຍ ຕໍ່ ສຸຂພາບ ຂອງ ປະຊາຊົນ ຊຶ່ງໃນ ເວລານີ້ ເຈົ້າຂອງ ໂຮງງານ ຍັງຢູ່ ປະເທດ ວຽດນາມ ຍັງບໍ່ແນ່ວ່າ ບັນຫາ ນີ້ ຈະຖືກແກ້ໄຂ ເມື່ອໃດ. ໂຮງງານຜລິດດິນຈີ່ ແຫ່ງນີ້ ໄດ້ປ່ອຍຄວັນພິດ ອອກສູ່ ຊຸມຊົນ ມາແຕ່ເດືອນ ພຶສພາ ຜ່ານມາ.
ເຈົ້າຫນ້າທີ່ ສິ່ງແວດລ້ອມ ທ່ານນຶ່ງ ເວົ້າວ່າ ທາງຫ້ອງການ ເຄີຍຖແລງວ່າ ການລົງທຶນ ຂອງຈີນ ແລະ ວຽດນາມ ຢູ່ລາວ ໃນຫຼາຍພື້ນທີ່ ມັກສ້າງບັນຫາ ຕໍ່ຊຸມຊົນ ແລະ ສິ່ງແວດລ້ອມ ຍ້ອນກຸ່ມ ດັ່ງກ່າວ ບໍ່ເອົາຫົວຊາ ໃນ ບັນຫານີ້ ແລະ ບໍ່ປະຕິບັດ ຕາມກົດ ຣະບຽບ ຂອງ ທາງການ.