ຊາວນະຄອນຫຼວງກັງວົນ ຄວັນພິດ ຈາກໂຮງກັ່ນນໍ້າມັນ

ອະວາຣີ
2020.11.27
F-SEZ ເຂດພັທນາກວມລວມໄຊເສດຖາ ທີ່ ນະຄອນຫຼວງວຽງຈັນ, ທີ່ຈະເປັນແຫຼ່ງ ໂຮງງານກັ່ນນ້ຳມັນ ແຫ່ງທຳອິດ ຂອງລາວ.
File photo 2017: RFA

ປະຊາຊົນນະຄອນຫລວງວຽງຈັນ ກັງວົນຢ້ານໄດ້ຮັບຜົນກະທົບ ຈາກ ໂຮງກັ່ນນ້ຳມັນ ທີ່ຈະປ່ອຍຄວັນພິດ ອອກສູ່ອາກາດ, ດັ່ງຊາວບ້ານ ຄົນນຶ່ງຢູ່ບ້ານໂຊກນ້ອຍ ເມືອງໄຊເສດຖາ ໄດ້ຈົ່ມ ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ່ 27 ພຶສຈິກາ 2020 ນີ້ວ່າ ຄົນລາວຫລາຍຄົນ ໃນເຂດນີ້ ຍັງຫາຜັກຫາມີ່ ກິນຕາມທັມມະຊາດ ຕາມປ່າຕາມດົງ ຊຶ່ງອາດຈະເປີ້ເປື້ອຍຍ້ອຍຄວັນພິດ ຈາກ ໂຮງງານກັ່ນນ້ຳມັນນັ້ນ:

“ບາດນີ້ ອາຫານການກິນຂອງເຮົາ ກໍກິນແບບຊະຊາຍ ເກັບຜັກເກັບຫຍ້ານຳປ່ານຳດົງມາກິນ ແລ້ວເຂົາບໍ່ໄດ້ຄິດເດ່ວ່າ ມັນມີມົລພິດຕົກ ຄ້າງນະ ກໍຄືວ່າຄັນກິນແລ້ວ ກໍກິນຈັ່ງຊິກິນດິບກິນແດງກໍກິນ ຜັກກໍພາກັນກິນດິບ ບໍ່ໄດ້ໄປລວກໄປຕົ້ນກໍມີ ອ້າວຄົນລາວເຮົາຫຼາຍຄົນ ເຮັດແບບນີ້ ສະແດງວ່າ ເຈົ້າທຳຮ້າຍປະຊາຊົນຕິ ເພາະວ່າມົລພິດມັນສະສົມຂື້ນແຫລະນໍ.”

ຊາວບ້ານອີກຄົນນຶ່ງ ຢູ່ບ້ານສີວິໄລ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເຊັ່ນດຽວກັນ ກໍສະແດງຄວາມວິຕົກກັງວົນວ່າ:

“ຄັນມັນມີຄວັນ ກໍຊິ ແບບວ່າ ຢ້ານມົລພິດຫັ່ນແຫລະ ເພາະວ່າແຖວນັ້ນມັນມີບ້ານຄົນຫລາຍຫັ່ນໜ໋າ ຫລືວ່າເຮັດຈັງໃດ ກໍໄດ້ທີ່ແບບບໍ່ໃຫ້ ມັນມີມົລພິດອອກມາມາສູ່ ອັນນັ້ນຫລາຍຫັ່ນໜ່າ ແບບບໍ່ໃຫ້ມັນສົ່ງ ຜົນກະທົບຕໍ່ປະຊາຊົນຫລາຍຫ່ັນໜາ ແບບວ່າເຮັດໃຫ້ມັນທັນສມັຍ.”

ສ່ວນຊາວລາວຫລາຍຄົນ ກໍຫວັງວ່າ ໂຮງງານກັ່ນນ້ຳມັນແຫ່ງທຳອິດ ຂອງລາວ ຈະຊ່ວຍ ເຮັດໃຫ້ຣາຄານ້ຳມັນຢູ່ລາວ ຖືກລົງ ດັ່ງຊາວບ້ານ ໂຊກໃຫຍ່ ເມືອງໄຊເສດຖາ ໄດ້ກ່າວກັບວິທຍຸເອເຊັຍເສຣີ ວ່າ:

“ຄັນແມ່ນເພິ່ນຫລຸດລົງໄດ້ ກໍດີຫັ່ນແຫລະ ສົມມຸດວ່າ ຢູ່ປ້ຳ ຕາມທ້ອງຕລາດ ຣາຄາຂນາດນີ້ ສົມມຸດວ່າ ມັນມາຕັ້ງບໍຣິສັດກັ່ນກອງນ້ຳມັນ ເຊື້ອໄຟໂຕນີ້ ຫລຸດກວ່າພວກນັ້ນ ກໍເປັນການດີເດີ ຄືອັນໄຟຟ້າ ຢູ່ລາວ ນີ່ບາດຫລາຍໆມ້ອງ ສຸດທ້າຍມາ ໃຊ້ໄຟແພງກວ່າປະເທດອື່ນ ປະເທດເຮົາເປັນຕົ້ນສະບັບ ຕົ້ນທຶນຫັ່ນໜາ ແຫລ່ງຜລິດແຮງແພງ.”

ບ້ານທີ່ຕັ້ງຢູ່ໃນເຂດໂຮງກັ່ນນ້ຳມັນ ມີຢ່າງໜ້ອຍສິບບ້ານ ເຊັ່ນບ້ານນາໂພ ບ້ານນາໄຫ ບ້ານນາໜູ ບ້ນຫົວຊຽງ ບ້່ານໂຊກນ້ອຍ ບ້ານໂຊກໃຫຍ່ ແລະ ບ້ານສິວິໄລ.

ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະ ການຄ້າ ນະຄອນຫລວງ ວຽງຈັນ ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ອະທິບາຍໃຫ້ ວິທຍຸເອເຊັຍເສຣີ ຟັງວ່າ ໂຮງກັ່ນນ້ຳມັນແຫ່ງນີ້ ໄດ້ທົດທອງການ ຜລິດມາແລ້ວນັບແຕ່ຕົ້ນ ເດືອນພຶສຈິກາ ນີ້ເປັນຕົ້ນມາ ເປັນເວລານຶ່ງເດືອນ ແລະ ການທົດລອງ ນັ້ນສ່ວນນຶ່ງ ກໍເພື່ອທົດລົງວ່າ ມັນຈະມີຄວັນພິດແນວໃດ:

“ໃນຣະບຽບຂໍ້ຕົກລົງວ່າດ້ວຍໂຮງງານ 0264 ຫັ່ນ ເຂົາໃຫ້ທົດລອງຜລິດອອກກ່ອນ ເວລາແຕ່ຈັກເດືອນນຶ່ງ ໜະ ເພື່ອເບິ່ງຫລາຍດ້ານ ບໍ່ແມ່ນແຕ່ໂຕຜົນກະທົບ ໂຕຄຸນນະພາບ ຂອງຜລິຕພັນ ສາມາດເອົາໄປ ໃຊ້ກັບໂຕເກ໋ງໄດ້ບໍ່ ເຄື່ອງຈັກເຄື່ອງລາງມະຫຍັງຕ່າງໆຫັ່ນໜ໋າ.”

ສ່ວນເຈົ້າໜ້າທີ່ຜແນກແຜນການ ແລະການລົງທຶນ ນະຄອນຫລວງວຽງຈັນ ກ່າວກ່ຽວກັບຄວັນພິດ ຈາກໂຮງງານກັ່ນນ້ຳມັນຂອງຈີນ ແຫ່ງນີ້ວ່າ ໃຫ້ລໍຖ້າເບິ່ງການຜລິດຢ່າງຖາວອນກ່ອນ ວ່າຈະມີຄວັນພິດ ຫລາຍຊ່ຳໃດ ຖ້າມີກໍຈະຫາວິທີແກ້ໄຂ:

“ແມ່ນແຫລະດຽວນີ້ຍັງບໍທັນໄດ້ຜລິດເທື່ອ ບໍ່ທັນໄດ້ອີຫຍັງ ຄວັນຫຍັງກໍຍັງບໍ່ເຫັນເທື່ອ ເບິ່ງໂຕຈິງ ເບິ່ງໄປນຳກັນ ໃຫ້ເພິ່ນຜລິດເລີ້ມວັນທີ່ 30 ແລະ ຈຶ່ງເບິ່ງໂຕຈິງນຳກັນບໍ່ວ່າຊິຜົນກະທົບບໍ່ ຄວັນຫລາຍ ຫລື ໜ້ອຍບໍ່ ມັນຈັງໃດ ເພາະອັນນີ້ມັນຢູ່ເຂດ ກວມລວມໄຊເສດຖາ 1,000 ເຮັກຕາ ຂອງຈີນ ຫັ່ນໜາ.”

ທ່ານປານີ ພວງເພັດ ຮອງຜູ້ອຳນວຍການ ບໍຣິສັດເປໂຕຣເຄມີ ລາວຈຳກັດ ເຈົ້າຂອງໂຮງກັ່ນນ້ຳມັນແຫ່ງນີ້ ໄດ້ໃຫ້ສຳພາດແກ່ສື່ມວນຊົນ ລາວ ເມື່ອບໍ່ດົນຜ່ານມາວ່າ ໂຮງກັ່ນນ້ຳມັນແຫ່ງນີ້ ຈະຊ່ວຍຫລຸດການ ນຳເຂົ້ານ້ຳມັນ ຈາກຕ່າງປະເທດ ແລະຈະຊ່ວຍຫລຸດຣາຄານ້ຳມັນ ພາຍໃນປະເທດລົງ.

ຕໍ່ບັນຫາຜົນກະທົບນັ້ນ ທາງໂຮງງານຈະບໍປ່ອຍຄວັນພິດອອກຫລາຍ ແລະຈະໃຊ້ວິທີທັນສມັຍ ເພື່ອກັ່ນກອງຄວັນພິດ. ໂຮງງານກັ່ນ ນ້ຳມັນແຫ່ງທຳອິດ ໃນລາວ ຊຶ່ງຕັ້ງຢູ່ໃນເຂດພັທນາກວມລວມໄຊເສດຖາ ໃນນະຄອນຫລວງວຽງຈັນ ເປັນການລົງທຶນ ຂອງບໍຣິສັດ ເປໂຕຣເຄມີລາວຈຳກັດ ແລະກໍເປັນການລົງທຶນຮ່ວມ 75 ສ່ວນຮ້ອຍ ຈາກ ບໍຣິສັດແຂວງຢູນ່ານ ຂອງຈີນ ແລະອີກ 20 ເປີເຊັນ ຈາກຣັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ແລະອີກ 5 ສ່ວນຮ້ອຍຈາກ ບໍຣິສັດຮ່ວມລົງທຶນ ລາວ-ຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.