ໂຮງງານເຜົາຂີ້ເຫຍື້ອສ້າງ ບັນຫາ

ມະນີຈັນ
2016.08.03
F-Vientiane ຖນົນໃນເຂດ ນະຄອນຫລວງ ວຽງຈັນ
Mek/fb

ຊາວບ້ານໂນນຂີ້ເຫລັກ ເມືອງ ສີໂຄດຕະບອງ ນະຄອນຫຼວງ ວຽງຈັນ ໄດ້ຮັບ ຜົລກະທົບ ຍ້ອນໂຮງງານ ແຍກຊິ້ນສ່ວນ ເຜົາຂີ້ເຫຍື້ອ ຂອງຈີນ ທີ່ ສົ່ງກິ່ນຂິວ ຈົນເຖິງຂັ້ນ ລົບກວນ ຊາວບ້ານ, ບາງມື້ ກິ່ນຂິວ ອອກມາຫຼາຍ ຊາວບ້ານ ຕ້ອງໄດ້ອອກ ຈາກເຮືອນໄປ ຊົ່ວຄາວ ຍ້ອນມີອາການ ປວດຮາກ ວິນຫົວ. ດັ່ງ ເຈົ້າໜ້າທີ່ ທ້ອງຖິ່ນ ກ່າວຕໍ່ RFA ໃນວັນທີ 2 ສິງຫາ ນີ້ວ່າ:

"ມາຣະຍະປີນີ້ຫັ້ນ ເປັນບາງຊ່ວງເດີ ມີກິ່ນຂິວ ປະຊາຊົນ ຍັງເຂົ້າມາຫາ ຢູ່ຫັ້ນນະ ມື້ໃດ ອາກາດລົງຕໍ່າ ອາກາດບົດ ຖືວ່າກິ່ນຂິວ ຫັ້ນປິວໄປຫາ ປະຊາຊົນ ທີ່ວ່າ ຄອບຄົວ ຢູ່ອ້ອມຂ້າງ ຫັ້ນນະ ກິ່ນແຮງແຫລະ ຂະເຈົ້າວ່າ ບາງຄັ້ງ ຈົນຢູ່ບໍ່ໄດ້ ວ່າຊັ້ນເດ ກະຊິ ເຮັດໃຫ້ ພໍ່ແມ່ ປະຊາຊົນ ເປັນພຍາດໄປ ຫັ້ນແຫຼະ ຄັນດົນໄປ ຫັ້ນນະ.

ໂຮງງານດັ່ງກ່າວ ໄດ້ເປີດມາເປັນ ເວລາ 3 ປີແລ້ວ ແຕ່ບໍ່ມີຊື່ ຄັກແນ່, ໃນໂຮງງານ ມີການຈູດເຜົາ ລະລາຍ ຂີ້ເຫຍື້ອ ປະເພດ ອີເລັກໂຕຣນິກ ເຄື່ອງໃຊ້ ໄຟຟ້າ ເຄື່ອງ ຄອມພິວເຕີ ເພື່ອຫຼອມ ແຍກເອົາໂລຫະ.

ນາງກ່່າວຕື່ມວ່າ ຫລັງຈາກ ໄດ້ຮັບຮ້ອງຮຽນ ຈາກ ປະຊາຊົນ ທາງ ເຈົ້າໜ້າທີ່ ເມືອງ ກໍປະສານ ໄປຍັງ ຫ້ອງການ ສິ່ງແວດລ້ອມ ໃຫ້ຕິດຕາມ ກວດກາ ໂຮງງານ ດັ່ງກ່າວ. ໂຮງງານ ໃນນະຄອນຫຼວງ ວຽງຈັນ ໄດ້ສ້າງບັນຫາ ໃຫ້ ປະຊາຊົນ ແລະ ສິ່ງແວດລ້ອມ ມາແລ້ວ ໃນຫຼາຍເຂດ ເປັນຕົ້ນ ໃນເດືອນຜ່ານມາ ຊາວບ້ານ ໂນນສະອາດ ເມືອງ ໄຊທານີ ໄດ້ຮ້ອງຮຽນ ວ່າໂຮງງານ ຜລິດດິນຈີ່ ຂອງວຽດນາມ ສົ່ງກິ່ນຂິວ ລົບກວນ ຢ່າງຮຸນແຮງ ແຕ່ມາຮອດ ເວລານີ້ ເຈົ້າຂອງ ໂຮງງານນັ້ນ ຍັງບໍ່ໄດ້ ແກ້ໄຂ ແລະ ປີຜ່ານມາ ໂຮງງານ ແຍກຊິ້ນສ່ວນ ຂີ້ເຫຍື້ອ ໃນເຂດ ອຸດສາຫະກັມ ໂນນທອງ ເມືອງ ໄຊທານີ ກໍຖືກທາງການ ສັ່ງໂຈະກິຈການ ຍ້ອນສ້າງ ບັນຫາ ຕໍ່ຊຸມຊົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.